ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາລົງຊຸກຍູ້ໂຮງງານອຸດສາຫະກຳເຫຼັກ

252

ກົມອຸດສາຫະກຳ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ລົງຕິດຕາມສະພາບການຜະລິດໂຮງງານອຸດສາຫະກຳເຫຼັກໃນນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການຜະລິດໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ພ້ອມເນັ້ນໃຫ້ເຂັ້ມງວດມາດຕະການປ້ອງກັນໂຄວິດ – 19 ຂອງພະນັກງານພາຍໃນໂຮງງານ.

ການລົງຢ້ຽມຢາມຄັ້ງນີ້ມີຂຶ້ນໃນວັນທີ 15 ມັງກອນຜ່ານມາ ໂດຍການນໍາພາຂອງ ທ່ານ ປອ. ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ທ່ານ ໂສວັນ ນຸພາບພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາການຄ້ານະຄອນຫຼວງວຽງຈັນ ມີພະນັກງານວິຊາການກ່ຽວຂ້ອງ ພ້ອມດ້ວຍພາກທຸລະກິດເຂົ້າຮ່ວມ.

ในภาพอาจจะมี 2 คน, ผู้คนกำลังนั่ง

ທ່ານ ໂສວັນ ນຸພາບພະວົງສີ ໄດ້ກ່າວລາຍງານສະພາບລວມຂອງໂຮງງານອຸດສາຫະກຳເຫຼັກໃນນະຄອນຫຼວງວຽງຈັນ ເຊິ່ງມີ 8 ໂຮງງານຫຼັກທີ່ເປັນໂຮງງານຂະໜາດໃຫຍ່ ເຊິ່ງຈາກການລະບາດຂອງພະຍາດໂຄວິດ – 19 ສະພາບການຜະລິດແມ່ນພົບຄວາມຫຍຸ້ງຍາກ ໂດຍສະເພາະການນໍາເຂົ້າ – ສົ່ງອອກ, ອີງໃສ່ຄວາມສາມາດໃນໄລຍະປ້ອງກັນໂຄວິດ – 19 ໂຮງງານອຸດສາຫະກຳໃນນະຄອນຫຼວງທີ່ມີພະນັກງານຈໍານວນຫຼາຍ ແມ່ນພ້ອມກັນເອົາໃຈໃສ່ໃນການຕິດຕາມພະນັກງານ ແລະ ມີມາດຕະການປ້ອງກັນພະຍາດ ໂດຍອີງໃສ່ແຈ້ງການຈາກຄະນະສະເພາະກິດ.

ในภาพอาจจะมี 9 คน, ผู้คนกำลังยืน และหมวก

ໂອກາດດັ່ງກ່າວໄດ້ຢ້ຽມຢາມໂຮງງານ ຄໍາຮຸ່ງໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ ເຊິ່ງຕ້ອນຮັບໂດຍ ທ່ານ ຄໍາຮຸ່ງ ໄຊຈະເລີນ ອໍານວຍການໂຮງງານດັ່ງກ່າວ ເຊິ່ງທ່ານໄດ້ລາຍງານສະພາບລວມຂອງການຜະລິດໃນໄລຍະຜ່ານມາ ໂດຍໂຮງງານໄດ້ສ້າງຕັ້ງໃນປີ 2007 ທຶນໃນເບື້ອງຕົ້ນ 1 ລ້ານໂດລາ, ການຜະລິດເດືອນໜຶ່ງ 300 ໂຕນ ມາຮອດປັດຈຸບັນໄດ້ເພີ່ມທຶນຂຶ້ນເປັນ 20 ລ້ານໂດລາ ແລະ ເພີ່ມການຜະລິດ 3 ພັນໂຕນຕໍ່ເດືອນ ເຊິ່ງການຜະລິດມີທ່າອ່ຽງເພີ່ມຂຶ້ນທຸກໆປີ, ສ່ວນການຜະລິດສົ່ງອອກໄປປະເທດໄທ ມາຮອດປັດຈຸບັນສະເລ່ຍ 400 – 500 ໂຕນຕໍ່ເດືອນ ມີຄວາມຕ້ອງການເພີ່ມຂຶ້ນເຖິງ 10 ພັນໂຕນຕໍ່ເດືອນ.

ในภาพอาจจะมี 6 คน, ผู้คนกำลังยืน

ຕໍ່ຄວາມຕ້ອງການສົ່ງອອກ ບໍລິສັດໄດ້ລົງທຶນສ້າງຕັ້ງໂຮງງານຫຼັງທີ 2 ເພື່ອນໍາເຂົ້າວັດຖຸດິບມາປຸງແຕ່ງເປັນຜະລິດຕະພັນເຫຼັກສໍາເລັດຮູບສົ່ງອອກ. ສ່ວນວັດຖຸດິບແມ່ນມີຄຸນນະພາບມາດຕະຖານສາກົນນໍາເຂົ້າຈາກປະເທດຍີ່ປຸ່ນ ແລະ ອິນເດຍ.

ກໍາມະກອນໃນໂຮງງານ ມີ 100 ຄົນ ເງິນເດືອນສະເລ່ຍ 1,6 ລ້ານກີບ ສູງສຸດ 3 ລ້ານກວ່າກີບ, ສ່ວນຊ່າງເຕັກນິກ ສະເລ່ຍ 1.200 ໂດລາ. ສໍາລັບມາດຕະການປ້ອງກັນພະຍາດໂຄວິດ – 19 ທາງໂຮງງານ ປະຕິບັດຕາມແຈ້ງການຂອງກະຊວງ ອຄ ແລະ ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.

ในภาพอาจจะมี 1 คน, กำลังยืน

ໂອກາດດຽວກັນ ກໍໄດ້ລົງຕິດຕາມການຜະລິດຂອງ ບໍລິສັດ ຟູຊາ ອຸດສາຫະກຳເຫຼັກ ຈໍາກັດ ຕ້ອນຮັບໂດຍ ທ່ານ ຫງວຽນຫວຽດແອັງ ຮອງອໍານວຍການບໍລິສັດ ເຊິ່ງທ່ານໄດ້ລາຍງານໂດຍສັງເຂບ ໃຫ້ຮູ້ວ່າ: ບໍລິສັດໄດ້ສ້າງຕັ້ງໃນປີ 2008 ໂດຍແມ່ນຜະລິດເຫຼັກສໍາເລັດຮູບເພື່ອຈໍາໜ່າຍ ເຊິ່ງແຕ່ລະປີມີການລົງທຶນຂະຫຍາຍກິດຈະການ 10%, ສະເພາະປີ 2020 ເພີ່ມຂຶ້ນເປັນ 20% ເພື່ອຮອງຮັບການພັດທະນາເສດຖະກິດ ເພີ່ມທາງເລືອກໃຫ້ລູກຄ້າໄດ້ຊົມໃຊ້ຜະລິດຕະພັນ, ສ່ວນມາດຕະການປ້ອງກັນພະຍາດໂຄວິດ – 19 ແມ່ນເອົາໃຈໃສ່ທີ່ສຸດ ເພື່ອເຮັດໃຫ້ພະນັກງານມີຄວາມປອດໄພ ຮັບປະກັນການຜະລິດທີ່ຕໍ່ເນື່ອງ.

ไม่มีคำอธิบายรูปภาพ

ໃນໂອກາດດັ່ງກ່າວ, ທ່ານ ບົວວັນ ວິລະວົງ ໄດ້ສະແດງ ຄວາມຊົມເຊີຍໃນການດໍາເນີນທຸລະກິດຂອງທັງສອງບໍລິສັດ, ທັງຮັບເອົາຂໍ້ສະເໜີໃນການເບິ່ງຄືນຜະລິດຕະພັນທີ່ມີພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ, ພ້ອມດຽວກັນກໍໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ – 19 ຢ່າງເຂັ້ມງວດບໍ່ໃຫ້ຫຼຸດລະ ໃຫ້ທັງສອງບໍລິສັດເພີ່ມທະວີການຮ່ວມມືໃນຫົວໜ່ວຍຜູ້ປະກອບການອຸດສາຫະກຳເຫຼັກດ້ວຍກັນ ໂດຍສະເພາະສະມາຄົມອຸດສາຫະກຳເຫຼັກໃຫ້ມີການຈັດຕັ້ງທີ່ເຂັ້ມແຂງ ເປັນເສນາທິການໃຫ້ພາກລັດໃນການວາງນະໂຍບາຍສົ່ງເສີມ ແລະ ຄຸ້ມຄອງການຜະລິດໃຫ້ເປັນລະບົບ ເພື່ອພ້ອມກັນຜະລິດ ແລະ ພັດທະນາສິນຄ້າສະໜອງພາຍໃນ ແລະ ສົ່ງອອກ.

ໃນຕອນທ້າຍຄະນະກໍໄດ້ລົງຢ້ຽມຢາມການຜະລິດໂຮງງານທໍ່ນໍ້າ ຂອງບໍລິສັດໂຕໂຢລາວ ຈໍາກັດ ຕື່ມອີກ.