ຍທຂ ຈະສຸມໃສ່ພັດທະນາລະບົບ ຕານ່າງເສັ້ນທາງແບບ 3911

361

ໃນໄລຍະ 5 ປີຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕັ້ງໜ້າປະກອບສ່ວນຢ່າງໜັກແໜ້ນເຂົ້າໃນການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ໂດຍການຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ – ຂົນສົ່ງ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ. ຂະນະທີ່ 5 ປີຕໍ່ໜ້າຈະສຸມໃສ່ພັດທະນາລະບົບຕານ່າງເສັ້ນທາງຕາມລະບົບຕານ່າງເຊື່ອມໂຍງແບບ 3911.

ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 13 ມັງກອນ 2021 ກ່ຽວກັບ ” ການເຊື່ອມຈອດດ້ານຄົມມະນາຄົມ – ຂົນສົ່ງ ແລະ ພັດທະນາຄວາມສາມາດໃນການຂົນສົ່ງສິນຄ້າຂ້າມແດນ ” ວ່າ: ໃນໄລຍະ 5 ປີຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕັ້ງໜ້າປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ເຊິ່ງສະແດງອອກໃນຜົນສໍາເລັດອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນໄດ້ນໍາພາ – ຊີ້ນໍາຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ – ຂົນສົ່ງ; ພັດທະນາດ້ານໂຍທາທາງນໍ້າ ໂດຍເຊັນສັນຍາການຮ່ວມມືລົງທຶນພັດທະນາທ່າທຽບເຮືອຂອງທ່າເຮືອຫວຸ້ງອ່າງ ກັບ ສສ ຫວຽດນາມ ໃນການເພີ່ມຮຸ້ນໃຫ້ແກ່ ສປປ ລາວ ຈາກ 20% ມາເປັນ 60%, ປັບປຸງເຄື່ອງໝາຍການເດີນເຮືອ ແລະ ສໍາເລັດການສໍາຫຼວດເສດຖະກິດເຕັກນິກການປັບປຸງຄອງເດີນເຮືອ ແຕ່ຫ້ວຍຊາຍ ຫາ ຫຼວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້ຕະຫຼອດປີ.

ในภาพอาจจะมี หนึ่งคนขึ้นไป, รองเท้า, สถานที่กลางแจ้ง และธรรมชาติ

ຍົກສູງຄຸນນະພາບດ້ານການບິນພົນລະເຮືອນ, ສໍາເລັດການກໍ່ສ້າງຂະຫຍາຍອາຄານສະໜາມບິນສາກົນວັດໄຕ ແລະ ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຄາດວ່າຈະສໍາເລັດໃນທ້າຍປີ 2021 ແລະ ໂຄງການປັບປຸງກໍ່ສ້າງສະໜາມບິນຫ້ວຍຊາຍ ເພື່ອຍົກລະດັບສິ່ງອໍານວຍຄວາມສະດວກຂອງອາຄານຜູ້ໂດຍສານໃຫ້ທັນສະໄໝເທື່ອລະກ້າວ.

ພ້ອມນີ້, ຍັງໄດ້ນໍາພາ – ຊີ້ນໍາພັດທະນາດ້ານທາງລົດໄຟ ໂດຍສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ມາຮອດປັດຈຸບັນການກໍ່ສ້າງໂຄງລ່າງພື້ນຖານ ປະຕິບັດໄດ້ 94,15%, ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ ລາວ – ໄທ ໄລຍະ II ( ຕອນທີ 2 ) ແຕ່ສະຖານີທ່ານາແລ້ງ ຫາສະຖານີວຽງຈັນ ( ບ້ານຄໍາສະຫວາດ ) ປະຕິບັດໄດ້ 21,81%. ພ້ອມກັນນີ້, ກໍໄດ້ເປີດການແລ່ນລົດໄຟຂົນສົ່ງສິນຄ້າ ລາວ – ໄທ ແລະ ໄດ້ນໍາພາ – ຊີ້ນໍາພັດທະນາການຂົນສົ່ງທາງບົກ ແລະ ການຂົນສົ່ງຂ້າມແດນ.

ในภาพอาจจะมี สถานที่กลางแจ้ง และธรรมชาติ

ໃນ 5 ປີຜ່ານມາ ການບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15%, ໃນນັ້ນບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ.

ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າຈະຕ້ອງໄດ້ສຸມໃສ່ພັດທະນາລະບົບຕານ່າງເສັ້ນທາງຕາມລະບົບຕານ່າງເຊື່ອມໂຍງແບບ 3911 ຄື: ສາຍຕັ້ງ 3 ເສັ້ນ, ສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ສາຍຕັ້ງ ແລະ ສາຍຂວາງ 11 ເສັ້ນ ທີ່ໄດ້ຕາມມາດຖານເຕັກນິກຂອງເສັ້ນທາງຫຼວງອາຊຽນ, ສ້າງຂົວຂ້າມນໍ້າຂອງປາກຕະພານ – ເຂັມມະລາດ, ຂົວຂ້າມນໍ້າຂອງສໍາລັບທາງລົດໄຟ ນະຄອນຫຼວງວຽງຈັນ – ໜອງຄາຍ; ສຶກສາ, ສໍາຫຼວດ – ອອກແບບ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ທີ່ສິ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງ ນະຄອນຫຼວງ ວຽງຈັນ ຫາ ນະຄອນຫຼວງຮາໂນ້ຍ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และธรรมชาติ

ສູ້ຊົນໃຫ້ສໍາເລັດການກໍ່ສ້າງ ແລະ ດໍາເນີນການບໍລິການການຂົນສົ່ງທາງລົດໄຟ ລາວ – ຈີນ; ລະດົມທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ – ທ່າແຂກ – ມູຢາ ແລະ ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ທ່າແຂກ – ສະຫວັນນະເຂດ – ຈໍາປາສັກ – ຊາຍແດນ ລາວ – ກໍາປູເຈຍ ແລະ ຈໍາປາສັກ – ວັງເຕົາ.

ສືບຕໍ່ປັບປຸງເຄື່ອງໝາຍການເດີນເຮືອຕາມລໍາແມ່ນໍ້າຂອງ, ປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍ ຫາ ຫຼວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້, ເຊື່ອມຈອດການຄົມມະນາຄົມທາງນໍ້າ ກັບ ທາງບົກ ດ້ວຍການສ້າງເສັ້ນທາງເຂົ້າເຖິງດ່ານ ແລະ ນໍາໃຊ້ສາງຮ່ວມກັນ.