ປູກໝາກເຜັດໃສ່ຖັງແບບງ່າຍໆໄວ້ກິນເອງ

441

ໝາກເຜັດເປັນຜັກສວນຄົວທີ່ມີລົດຊາດເຜັດຮ້ອນ ແລະ ຖືວ່າເປັນວັດຖຸດິບຫຼັກຊ່ວຍເພີ່ມລົດຊາດໃນອາຫານທີ່ມີເອກະລັກສະເພາະໄດ້; ທ່ານຮູ້ບໍ່ວ່າພາຍໃຕ້ລົດຊາດອັນເຜັດຮ້ອນ, ມັນຈະມີປະໂຫຍດຢ່າງຫຼວງຫຼາຍ, ບໍ່ວ່າຈະເປັນການຊ່ວຍໃຫ້ກິນເຂົ້າແຊບ, ກະຕຸ້ນການໄຫຼວຽນເສັ້ນເລືອດ, ແຖມຍັງມີການຕ້ານພະຍາດມະເຮັງ.

ການປູກໝາກເຜັດມີຫຼາຍແບບອາດເຮັດເປັນໜານ, ເປັນຂຸມ, ເປັນຮ້ານ ແລະ ປູກໃສ່ໃນກະຖັງກໍສາມາດປູກໄດ້ ຂຶ້ນກັບວ່າມີສະຖານທີ່ກວ້າງ ຫຼື ແຄບກໍໝູນໃຊ້ເອົາ.
ຄໍລໍາ “ ກະສິກໍາ ” ມື້ນີ້ຍິນດີນໍາສະເໜີວິທີການປູກໃສ່ຖັງເພື່ອໃຫ້ຜູ້ທີ່ສົນໃຈປູກສາມາດນໍາໄປທົດລອງ ໂດຍສະເພາະຄອບຄົວທີ່ມີພື້ນທີ່ຂ້ອນຂ້າງຈໍາກັດໃນການປູກພືດ.

+ ສິ່ງທີ່ຕ້ອງກະກຽມໃນການປູກ

  • ແກ່ນໝາກເຜັດ

  • ຖັງໃສ່ດິນເພື່ອປູກ

  • ດິນຜຸຜຸ່ຍ

  • ປຸ໋ຍ

  • ສຽມ ຫຼື ຈົກ ( ໃຊ້ເພື່ອຂຸດດິນໃສ່ຖັງ )

  • ນ້ຳ

+ ວິທີປູກໝາກເຜັດ

อาจเป็นรูปภาพของ อาหาร

1. ກະກຽມເມັດໝາກເຜັດໃຫ້ພ້ອມກ່ອນປູກ

ນຳເມັດພັນທີ່ຈະປູກໄປແຊ່ນ້ຳໄວ້ປະມານ 1 ມື້ ແລະ ນຳອອກມາຕາກແດດອີກເຄິ່ງມື້ກ່ອນແກະເມັດອອກມາປູກ.

2. ກຽມກ້າເບ້ຍໝາກເຜັດກ່ອນປູກ

ປະສົມດິນຊາຍເຂົ້າກັນກັບປຸ໋ຍໝັກໃນຖັງ, ຂຸດຂຸມໃນຖັງດິນ ປະມານ 1/2 ແລ້ວວາງແກ່ນໝາກເຜັດທີ່ກະກຽມໄວ້ລົງໃນຂຸມປະມານ 3 – 4 ແກ່ນ, ຖົມດິນບາງ, ຫົດນໍ້າທຸກໆມື້ພ້ອມສັງເກດດິນລະບາຍນໍ້າໄດ້ດີບໍ່? ຢ່າລືມເຈາະເບື້ອງລຸ່ມສຸດຂອງຖັງເປັນບ່ອນລະບາຍນ້ຳອອກ ແລະ ທີ່ສຳຄັນຕ້ອງວາງຖັງໄວ້ບ່ອນທີ່ມີແສງແດດສ່ອງ.

3. ບົງເບ້ຍໝາກເຜັດລົງໃນຖັງ

ເມື່ອຕົ້ນໝາກເຜັດເລີ່ມງອກສູງ 6 ນິ້ວຂຶ້ນໄປ, ມີໃບ,ໃຫ້ຖອນຕົ້ນທີ່ບໍ່ແຂງແຮງຖິ້ມ, ເລືອກເອົາເບ້ຍໝາກເຜັດທີ່ແຂງແຮງ, ຫຼັງຈາກນັ້ນກໍປູກເບ້ຍໝາກເຜັດລົງໃນຖັງທີ່ມີດິນປະສົມກັບປຸ໋ຍໝັກເຊັ່ນດຽວກັບຂັ້ນຕອນກ້າເບ້ຍຕົ້ນໝາກເຜັດ.

อาจเป็นรูปภาพของ อาหาร และสถานที่ในร่ม

4. ນໍາໝາກເຜັດໄວ້ໃນສະພາບແວດລ້ອມທີ່ເໝາະສົມ

ໝາກເຜັດເປັນພືດທີ່ມັກແສງແດດ, ສະນັ້ນຄວນວາງຖັງໝາກເຜັດໄວ້ໃນບ່ອນທີ່ມີແສງແດດ, ຫົດນໍ້າໃຫ້ຊຸ່ມເຢັນທຸກມື້ເຊົ້າ – ແລງ ແລະ ເມື່ອຕົ້ນໝາກເຜັດເລີ່ມຕິດ, ອອກດອກແລ້ວ ມັນຈະເລີ່ມແຂງແຮງໃຫ້ປ່ຽນໄປຫົດນ້ຳ 1 ຄັ້ງຕໍ່ມື້.

+ ວິທີຮັກສາຕົ້ນໝາກເຜັດ

ພຽງແຕ່ຫົດນ້ຳໃຫ້ຊຸ່ມ 2 ຄັ້ງ ເຊົ້າ – ແລງ, ສັງເກດການລະບາຍນ້ຳໃຕ້ດິນໃຫ້ດີຢ່າໃຫ້ມີນ້ຳຂັງວາງຖັງໃຫ້ຖືກແດດ, ພວນດິນກຳຈັດຫຍ້າທີ່ປົ່ງອອກມາ ແລະ ໝັ່ນໃສ່ປຸ໋ຍເດືອນລະຄັ້ງແຕ່ຫຼີກລຽງການໃສ່ໃຕ້ພື້ນຮາກ ເພາະຈະເຮັດໃຫ້ຮາກເນົ່າ ແລະ ຕົ້ນໝາກເຜັດຈະຕາຍໄດ້.

+ ພະຍາດ ແລະ ແມງໄມ້ທີ່ຄວນລະວັງ

ເລື່ອງທີ່ຕ້ອງລະມັດລະວັງເປັນພິເສດຂອງການປູກຕົ້ນໝາກເຜັດໃນຖັງຄື ຢ່າໃຫ້ມີນ້ຳຂັງ ແລະ ສິ່ງທີ່ນຳມາຈະມີເຊື້ອພະຍາດຕໍ່ຕົ້ນໝາກເຜັດໄດ້, ຫາກມີເພ້ຍ ແລະ ແມງໄມ້ມາກັດກິນ ເຮົາກໍສາມາດແກ້ໄຂບັນຫາໄດ້ດ້ວຍການຕຳໃບກະເດົາ, ຫົວຂ່າ ແລະ ຫົວສີໃຄ ແລ້ວປັ້ນເອົາແຕ່ນ້ຳໄປປະສົມນ້ຳທຳມະດາໃນອັດຕາ 1:10 ກ່ອນນຳໄປສີດພົ່ນທີ່ຕົ້ນໝາກເຜັດ.

ไม่มีคำอธิบายรูปภาพ

+ ການເກັບກ່ຽວໝາກເຜັດ

ການເກັບກ່ຽວໝາກເຜັດກໍຂຶ້ນຢູ່ກັບເມັດພັນພືດທີ່ນຳມາປູກ ແຕ່ສຳລັບໝາກເຜັດຈະອອກດອກ ແລະ ໃຫ້ຜົນປະມານເດືອນທີ 2 – 3 ຂອງການປູກ.