ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XI

946

ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນເອກະສັນເລືອກຕັ້ງ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XI, ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ.

ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ທີ່ດຳເນີນໃນຕອນເຊົ້າວັນທີ15 ມັງກອນ 2021 ໄດ້ເລືອກຕັ້ງກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຄະນະເລຂາທິການສູນກາງພັກ,ຜູ້ປະຈໍາການຄະນະບໍລິຫານງານສູນກາງພັກ; ພ້ອມນັ້ນກໍເລືອກຕັ້ງເອົາປະທານ, ຮອງປະທານຄະນະ ກວດກາສູນກາງພັກ.

ກົມການເມືອງສູນກາງພັກປະກອບມີ 13 ສະຫາຍດັ່ງນີ້:

1 ສະຫາຍ ທອງລຸນ ສີສຸລິດ

2 ສະຫາຍ ພັນຄໍາ ວິພາວັນ

3 ສະຫາຍ ນາງ ປານີ ຢາທໍ່ຕູ້

4 ສະຫາຍ ບຸນທອງ ຈິດມະນີ

5 ສະຫາຍ ໄຊສົມພອນ ພົມວິຫານ

6 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

7 ສະຫາຍ ຄໍາພັນ ພົມມະທັດ

8 ສະຫາຍ ສິນລະວົງ ຄຸດໄພທູນ

9 ສະຫາຍ ສອນໄຊ ສີພັນດອນ

10 ສະຫາຍ ກິແກ້ວ ໄຂຄໍາພິທູນ

11 ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ

12 ສະຫາຍ ນາງ ສີໃສ ລືເດດມູນສອນ

13 ສະຫາຍ ສະເຫຼີມໄຊ ກົມມະສິດ

ຄະນະເລຂາທິການສູນກາງພັກ ປະກອບມີ 9 ສະຫາຍດັ່ງນີ້:

1 ສະຫາຍ ທອງລຸນ ສີສຸລິດ

2 ສະຫາຍ ບຸນທອງ ຈິດມະນີ

3 ສະຫາຍ ຄໍາພັນ ພົມມະທັດ

4 ສະຫາຍ ນາງ ສີໃສ ລືເດດມູນສອນ

5 ສະຫາຍ ຄໍາພັນ ເຜີຍຍະວົງ

6 ສະຫາຍ ອານຸພາບ ຕຸນາລົມ

7 ສະຫາຍ ທອງສະລິດ ມັງໜໍ່ເມກ

8 ສະຫາຍ ນາງ ສູນທອນ ໄຊຍະຈັກ

9 ສະຫາຍ ນາງ ວຽງທອງ ສີພັນດອນ

ກອງປະຊຸມໄດ້ເລືອກຕັ້ງເອົາ ສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ

ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເປັນເອກະສັນກັນຢ່າງສົມບູນເລືອກຕັ້ງ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XI.

ກອງປະຊຸມ ໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະທານຄະນະກວດກາສູນກາງພັກ; ໃນນັ້ນເຫັນດີເປັນເອກະພາບເລືອກເອົາ ສະຫາຍ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ, ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍດັ່ງນີ້:

1 ສະຫາຍ ວິໄລວັນ ບຸດດາຄຳ

2 ສະຫາຍ ສີໄນ ມຽງລາວັນ

3 ສະຫາຍ ສຸກຄຳເພັດ ເຮືອງບຸດສີ

4 ສະຫາຍ ດາວບົວລະພາ ບາວົງເພັດ

5 ສະຫາຍ ໄຊຄຳ ອຸ່ນມີໄຊ

6 ສະຫາຍ ວັນໄຊ ຊົງຊາຢູ