ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ IX ກຳນົດ 3 ຈຸດໝາຍລວມ 4 ທິດທາງ 6 ເປົ້າໝາຍ ເສດຖະກິດເຕີບໂຕ 4% ຂຶ້ນໄປ

4114

ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄດ້ກຳນົດ 3 ຈຸດໝາຍລວມ, 4 ທິດທາງ, 6 ເປົ້າໝາຍ ໂດຍສູ້ຊົນພັດທະນາເສດຖະກິດໃຫ້ເຕີບໂຕສະເລ່ຍ 4% ຂຶ້ນໄປຕໍ່ປີ; ໂຄງປະກອບເສດຖະກິດໃຫ້ຫັນປ່ຽນໄປຕາມທິດທີ່ມີຄຸນນະພາບຍືນຍົງ ແລະ ສີຂຽວ.

ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ລາຍງານແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ວ່າ: ຈຸດໝາຍລວມການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແມ່ນ:

1). ສືບຕໍ່ນໍາພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ, ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ.

2). ບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆໃນການພັດທະນາໃນໄລຍະຜ່ານມາ ບວກກັບສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະໃໝ່ ເຊັ່ນ: ຜົນກະທົບມາຈາກພະຍາດໂຄວິດ – 19, ການປ່ຽນແປງດິນຟ້າອາກາດ, ສົງຄາມການຄ້າ ແລະ ສະພາບທີ່ບໍ່ແນ່ນອນຂອງສາກົນ ແລະ ຂົງເຂດ.

3). ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງຊາດ ໂດຍນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ( ICT ) ທີ່ເໝາະສົມ ເພື່ອໃຫ້ກາຍເປັນຂະແໜງການຜະລິດ ແລະ ບໍລິການທີ່ເປັນປາຍແຫຼມ, ເປັນຫົວຈັກໃຫ້ແກ່ການເຕີບໂຕ ເພື່ອສ້າງພື້ນຖານໃຫ້ແກ່ຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງເພິ່ງຕົນເອງທາງດ້ານເສດຖະກິດເປັນກ້າວໆ.

ในภาพอาจจะมี 3 คน

ສຳລັບທິດທາງ ແລະ ໜ້າທີ່ລວມ:

1). ສ້າງເງື່ອນໄຂ ແລະ ປັດໄຈຕ່າງໆ ເພື່ອຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ; ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

2). ສ້າງການເຕີບໂຕເສດຖະກິດທີ່ມີຄຸນນະພາບດ້ວຍການປະຕິຮູບໂຄງສ້າງເສດຖະກິດໃໝ່ ໃນແຕ່ລະຂະແໜງການ ແລະ ທ້ອງຖິ່ນ, ແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານການເງິນ – ເງິນຕາຢ່າງມີປະສິດທິພາບ.

3). ສຸມໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດ – ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.

4). ພັດທະນາເສດຖະກິດທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ, ຍືນຍົງ, ປະຢັດ ແລະ ມີປະສິດທິຜົນສູງສຸດ.

5). ຫັນການຄຸ້ມຄອງ ແລະ ບໍລິຫານລັດໄປສູ່ຄວາມທັນສະໄໝ, ມີຄວາມກະທັດຮັດ, ໂປ່ງໃສ, ວ່ອງໄວ ແລະ ມີປະສິດທິພາບຮັບໃຊ້ປະຊາຊົນທີ່ແທ້ຈິງ.

6). ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃນຫຼາຍຮູບແບບ, ຕາມຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເປັນເຈົ້າການເຂົ້າຮ່ວມຂະບວນການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ.

ในภาพอาจจะมี ท้องฟ้า, ต้นไม้ และสถานที่กลางแจ้ง

ເພື່ອໃຫ້ສາມາດບັນລຸຈຸດໝາຍ ແລະ ທິດທາງໜ້າທີ່ລວມຂອງແຜນການ 5 ປີ ຄັ້ງທີ IX ໄດ້ກໍານົດອອກເປັນ 6 ເປົ້າໝາຍ ໃຫຍ່ ຄື:

1). ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.

2). ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ – ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.

3). ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ.

4). ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ.

5). ການສ້າງພື້ນຖານໂຄງລ່າງທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.

6). ການຄຸ້ມຄອງ – ບໍລິຫານລັດມີປະສິດທິພາບ, ສັງຄົມມີ ຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງ – ຕາມທິດການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ.

ในภาพอาจจะมี ท้องฟ้า, ต้นไม้, สถานที่กลางแจ้ง และธรรมชาติ

ສຳລັບແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ ການຄຸ້ມຄອງເສດຖະກິດມະຫາພາກຕ້ອງສຸມໃສ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງເປັນລະບົບ ແລະ ຕໍ່ເນື່ອງ ແນໃສ່:   (1) ຂະຫຍາຍຖານລາຍຮັບອາກອນໃຫ້ກວ້າງອອກ ເພື່ອເພີ່ມການເກັບລາຍຮັບໃຫ້ຫຼາຍຂຶ້ນ; (2) ຄຸ້ມຄອງລາຍຈ່າຍພາກລັດໃຫ້ມີປະສິດທິພາບ ແລະ ຮັດກຸມກວ່າເກົ່າ; (3) ຄຸ້ມຄອງໜີ້ສິນພາງ ແລະ ໜີ້ສິນສາທາລະນະ ໃຫ້ຢູ່ໃນລະດັບທີ່ສາມາດຊໍາລະສະສາງໄດ້ ແລະ (4) ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ.

ໃນນີ້ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍໃນລະດັບ 4% ຂຶ້ນໄປຕໍ່ປີ ລວມມູນຄ່າ GDP 5 ປີ ( 2021 – 2025 ) ເທົ່າກັບ 1.057.689 ຕື້ກີບ, GDP ຕໍ່ຫົວຄົນ ໃຫ້ໄດ້ 2.887 ໂດລາສະຫະລັດ ໃນປີ 2025.

ສູ້ຊົນປະຕິບັດລາຍຮັບງົບປະມານທັງໝົດໃຫ້ໄດ້ ປະມານ 169.000 ຕື້ກີບ ເທົ່າກັບ 15,3% ຂອງ GDP, ດ້ານລາຍຈ່າຍສູ້ຊົນບໍ່ໃຫ້ເກີນ 190.000 ຕື້ກີບ ເທົ່າກັບ 17,2% ຂອງ GDP, ຮັບປະກັນການຂາດດຸນງົບປະມານທັງໝົດ 21.000 ຕື້ກີບ ຫຼື ປະມານ 2% ຂອງ GDP.

ສູ້ຊົນລະດົມການລົງທຶນທັງໝົດໃຫ້ໄດ້ ປະມານ 206.811  ຕື້ກີບ ເທົ່າກັບ 19,6% ຂອງ  GDP; ໃນນີ້ການລົງທຶນຈາກງົບປະມານພາຍໃນ ປະມານ 10 – 11% ຂອງການລົງທຶນທັງໝົດ, ການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ປະມານ 11,7% ຂອງການລົງທຶນທັງໝົດ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ( FDI ) ປະມານ 48,4% ຂອງການລົງທຶນທັງໝົດ ແລະ ການລົງທຶນອື່ນໆ ປະມານ 24,1% ຂອງການລົງທຶນທັງໝົດ.