ການແບ່ງເວລາຮຽນ ແລະ ເຮັດວຽກໄປພ້ອມ

251

ການເຮັດວຽກພິເສດໃນໄລຍະທີ່ມີການຮຽນໄປພ້ອມເປັນເລື່ອງທີ່ດີ ແຕ່ຕ້ອງຮູ້ຈັກແບ່ງເວລາຢ່າງເໝາະສົມ ເພື່ອໃຫ້ເຮົາສາມາດຮຽນໄດ້ ແລະ ເຮັດວຽກຢ່າງມີປະສິດທິພາບ.

ສິ່ງທີ່ຄວນຄິດເຖິງເປັນສິ່ງທຳອິດເມື່ອຈະໄປຮຽນຕໍ່ທີ່ຕ່າງປະເທດ ກໍຄືການເຮັດວຽກພິເສດບໍ່ວ່າຈະເປັນເດັກເສີບ, ສອນພິເສດ, ບາຣິສຕາ ແລະ ອື່ນໆ. ເຖິງແມ່ນວ່າການເຮັດວຽກພິເສດຈະເປັນອີກສ່ວນໜຶ່ງຂອງການໃຊ້ຊີວິດ, ແຕ່ສິ່ງສຳຄັນທີ່ສຸດກໍຍັງຄົງເປັນການຮຽນ ເຊິ່ງການເຮັດວຽກອາດຈະເຮັດໃຫ້ເກີດຄວາມກັງວົນ ສໍາລັບໃຜທີ່ບໍ່ເຄີຍເຮັດວຽກພິເສດລະຫວ່າງການຮຽນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ตาราง และสถานที่ในร่ม

ມື້ນີ້ຜູ້ຂຽນຈະນຳເອົາເຄັດລັບໃນການແບ່ງເວລາຮຽນ ແລະ ເຮັດວຽກພິເສດໄປພ້ອມ ເຊິ່ງຈະເປັນຜົນດີໃຫ້ແກ່ນັກສຶກສາໃນການນຳເອົາໄປປະຕິບັດໄດ້ດັ່ງນີ້:

  1. ລະບຽບ: ເປັນສິ່ງທີ່ສຳຄັນສຳລັບຄົນທີ່ຕ້ອງອອກໄປຢູ່ຄົນດຽວ ແລະ ມີຫຼາຍກິດຈະກຳທີ່ຕ້ອງເຮັດ; ການມີລະບຽບວິໄນໃຫ້ກັບຕົນເອງຈະຊ່ວຍເຮັດໃຫ້ກິດຈະກຳຕ່າງໆເປັນໄປຕາມແຜນ ແລະ ຈະເຮັດໃຫ້ໃຊ້ເວລາໄດ້ຢ່າງກຸ້ມຄ່າ.

  2. ຄວາມດຸໝັ່ນ ແລະ ອົດທົນ: ການຮຽນໄປ ແລະ ເຮັດວຽກໄປບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ແມ່ນເລື່ອງຍາກຫາກມີຄວາມດຸໝັ່ນ ແລະ ອົດທົນ; ໝັ່ນອ່ານປຶ້ມ ແລະ ທົບທວນບົດຮຽນ ຈະໄດ້ມີເວລາພັກຜ່ອນໃນທ້າຍໆອາທິດ ແລະ ວັນພັກ.

ในภาพอาจจะมี 14 คน, ผู้คนกำลังนั่ง และสถานที่ในร่ม

  1. ການຈັດຕາຕະລາງເວລາ: ໃນດ້ານນີ້ຈະຊ່ວຍໃຫ້ເຮົາເຮັດຫຍັງໄດ້ງ່າຍຂຶ້ນ, ໄດ້ເປັນລະບົບຊ່ວຍບໍ່ໃຫ້ສັບສົນ ແລະ ກໍາຈັດການລືມ.

  2. ການແບ່ງຄວາມສຳຄັນ: ການແບ່ງຄວາມສຳຄັນຂອງວຽກບໍ່ວ່າຈະເປັນການຮຽນ ແລະ ການຮີບຮ້ອນຂອງວຽກງານ ໂດຍເລີ່ມຈາກຄວາມສຳຄັນເປັນລໍາດັບ ເຊັ່ນ: ການສົ່ງວຽກບ້ານໃນມື້ອື່ນ, ຕາມມາດ້ວຍການເຮັດວຽກທີ່ສຳຄັນ ແຕ່ບໍ່ຮີບດ່ວນ ເຊັ່ນ: ການນໍາສະເໜີບົດລາຍງານ ແລະ ອື່ນໆ.

  3. ຈົ່ງເວລາໄວ້ກັບສະຖານະການສຸກເສີນ: ການເພື່ອເວລາໄວ້ໃນສະຖານະການສຸກເສີນເຮັດໃຫ້ເຮົາສາມາດຕັ້ງສະຕິກ່ອນລົງມືເຮັດໄດ້ ແລະ ຍັງສາມາດເຮັດໃຫ້ເຮົາມີການປັບເວລາທີ່ຈະປັບກຳນົດເວລາທີ່ມີອີກ.