5 ປີຕໍ່ໜ້າກະຊວງ ຍທຂ ຈະຕ້ອງໄດ້ສຸມໃສ່ 5 ວຽກ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ

400

ໃນໄລຍະ 5 ປີຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕັ້ງໜ້າປະກອບສ່ວນຢ່າງໜັກແໜ້ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍ ການຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ຂະນະທີ່5 ປີຕໍ່ໜ້າຈະສຸມໃສ່ພັດທະນາລະບົບຕາຫນ່າງເສັ້ນທາງຕາມລະບົບຕາຫນ່າງເຊື່ອມໂຍງແບບ 3911.


ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ກ່າວ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 13 ມັງກອນ 2021 ກ່ຽວກັບ”ການເຊື່ອມຈອດດ້ານຄົມມະນາຄົມ-ຂົນສົ່ງ ແລະ ພັດທະນາຄວາມສາມາດ ໃນການຂົນສົ່ງສິນຄ້າຂ້າມແດນ” ວ່າ: ໃນໄລຍະ 5 ປີຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕັ້ງໜ້າປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເຊິ່ງສະແດງອອກໃນຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານ ເປັນຕົ້ນໄດ້ນໍາພາ-ຊີ້ນໍາຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ; ພັດທະນາດ້ານໂຍທາທາງນ້ໍາ ໂດຍເຊັນສັນຍາການຮ່ວມມືລົງທຶນພັດທະນາ ທ່າທຽບເຮືອຂອງທ່າເຮືອຫວຸງອ່າງ ກັບ ສສ ຫວຽດນາມ ໃນການເພີ່ມຮຸ້ນໃຫ້ແກ່ ສປປລາວ ຈາກ 20% ມາເປັນ 60%, ປັບປຸງເຄື່ອງໝາຍການເດີນເຮືອ ແລະ ສໍາເລັດການສໍາຫລວດເສດຖະກິດເຕັກນິກການປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍຫາຫລວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້ຕະຫລອດປີ.


ຍົກສູງຄຸນນະພາບດ້ານການບິນພົນລະເຮືອນ, ສໍາເລັດການກໍ່ສ້າງຂະຫຍາຍອາຄານສະໜາມບິນ ສາກົນ ວັດໄຕ ແລະ ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຄາດວ່າຈະສໍາເລັດໃນທ້າຍ ປີ 2021 ແລະ ໂຄງການປັບປຸງກໍ່ສ້າງສະໜາມບິນຫ້ວຍຊາຍ ເພື່ອຍົກລະດັບສິ່ງອໍານວຍ ຄວາມສະດວກຂອງອາຄານຜູ້ໂດຍສານໃຫ້ທັນສະໄໝເທື່ອລະກ້າວ.


ພ້ອມນີ້, ຍັງໄດ້ນໍາພາ-ຊີ້ນໍາພັດທະນາດ້ານທາງລົດໄຟ ໂດຍສຸມໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ, ມາຮອດປັດຈຸບັນການກໍ່ສ້າງໂຄງລ່າງພື້ນຖານ ປະຕິບັດໄດ້ 94,15%,ກໍາລັງຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ໄທ ໄລຍະ II (ຕອນທີ 2) ແຕ່ສະຖານີທ່ານາແລ້ງຫາສະຖານີວຽງຈັນ (ບ້ານຄໍາສະຫວາດ) ປະຕິບັດໄດ້ 21,81%, ພ້ອມກັນນີ້ກໍໄດ້ເປີດການແລ່ນລົດໄຟ ຂົນສົ່ງສິນຄ້າ ລາວ-ໄທ ແລະ ໄດ້ນໍາພາ-ຊີ້ນໍາພັດທະນາການຂົນສົ່ງທາງບົກ ແລະ ການຂົນສົ່ງຂ້າມແດນ.


ໃນ 5 ປີຜ່ານມາ ການບໍລິການຂົນສົ່ງໂດຍສານເພີ່ມຂຶ້ນ 15% ໃນນັ້ນ ບໍລິມາດຂົນສົ່ງໂດຍສານລະຫວ່າງປະເທດໄດ້ 7,5 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ.

ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດຜົນປະໂຫຍດສູງ ສຸດ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ຫນ້າຈະຕ້ອງໄດ້ສຸມໃສ່ ພັດທະນາລະບົບຕາຫນ່າງເສັ້ນທາງຕາມລະບົບຕາຫນ່າງເຊື່ອມໂຍງແບບ 3911 ຄື:

1.ສາຍຕັ້ງ 3 ເສັ້ນ, ສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ ສາຍຕັ້ງ ແລະ ສາຍຂວາງ 11 ເສັ້ນ ທີ່ໄດ້ຕາມມາດຖານ ເຕັກນິກຂອງເສັ້ນທາງຫຼວງອາຊຽນ, ສ້າງຂົວຂ້າມນ້ໍາຂອງປາກຕະພານ-ເຂັມມະລາດ, ຂົວຂ້າມ ນໍາຂອງສໍາລັບທາງລົດໄຟ ນະຄອນຫຼວງວຽງຈັນ-ຫນອງຄາຍ; ສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ທີ່ສິ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງ ນະຄອນຫຼວງວຽງຈັນນະຄອນຫຼວງຮ່າໂນ້ຍ.ປັບປຸງລະບົບບູລະນະຮັກສາເສັ້ນທາງດ້ວຍການສ້າງຕັ້ງກອງສ້ອມແປງເສັ້ນທາງ ເປັນປົກກະຕິປະຈໍາແຕ່ລະຕອນທາງຕາມຮູບແບບທຸລະກິດທີ່ເຫມາະສົມ.


2.ສູ້ຊົນໃຫ້ສໍາເລັດການກໍ່ສ້າງ ແລະ ດໍາເນີນການບໍລິການ ການຂົນສົ່ງທາງລົດໄຟ ລາວ-ຈີນ; ລະດົມທຶນ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມູຢາ ແລະ ສຶກສາຄວາມເປັນ ໄດ້ເສັ້ນທາງລົດໄຟ ແຕ່ທ່າແຂກ-ສະຫວັນນະເຂດ-ຈໍາປາສັກ-ຊາຍແດນ ລາວ-ກໍາປູເຈຍ ແລະ ຈໍາປາສັກ-ວັງເຕົ້າ.
3.ສືບຕໍ່ປັບປຸງເຄື່ອງຫມາຍການເດີນເຮືອຕາມລໍາແມ່ນ້ໍາຂອງ, ປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍຫາຫລວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້, ເຊື່ອມຈອດການຄົມມະນາຄົມທາງນໍ້າ ກັບທາງບົກ ດ້ວຍການສ້າງເສັ້ນທາງເຂົ້າເຖິງດ່ານ ແລະ ນໍາໃຊ້ສາງຮ່ວມກັນ.
4.ສ້າງເສັ້ນທາງບິນທີ່ເຊື່ອມຈອດກັບສາກົນ ເພີ່ມຂຶ້ນຕາມຄວາມຕ້ອງການ ຂອງຕະຫລາດການບິນ ພາຍໃນ, ລະຫວ່າງປະເທດ ແລະ ການບິນຜ່ານໃນແຕ່ລະໄລຍະ; ປັບປຸງສະຫນາມບິນສາກົນຢ່າງຫນ້ອຍ ໃຫ້ໄດ້ມາດຕະຖານການບໍລິການພື້ນຖານ ຂອງພາກພື້ນ; ສໍາຫຼວດ ແລະອອກແບບສະຫນາມບິນ ສາກົນແຫ່ງໃຫມ່ ຢູ່ນະຄອນຫຼວງວຽງຈັນ ແລະ ເຊໂນ ເພື່ອສ້າງໃຫ້ເປັນສະຫນາມບິນທາງຜ່ານຂອງພາກພື້ນ ແລະ


5.ຈັດຕັ້ງການບໍລິການໂລຊິດສະຕິກຕາມ 3 ຍຸດທະສາດຄື: ຍຸດທະສາດການເຕົ້າໂຮມສິນຄ້າ; ຍຸດທະສາດການສົ່ງເສີມພາກທຸລະກິດ ແລະຍຸດທະສາດການຂະຫຍາຍຕະຫຼາດຂົນສົ່ງໂດຍນໍາໃຊ້ການ ບໍລິການ ຢູ່ທ່າບົກ 5 ແຫ່ງ ສະຖານີລົດໄຟທ່ານາແລ້ງ, ທ່າແຂກ, ເຊໂນ, ວັງເຕົາ ແລະ ນາເຕີຍ. ສົ່ງເສີມບໍລິສັດຂົນສົ່ງສິນຄ້າ ຂອງລາວ ໃຫ້ກ້າວຂຶ້ນເປັນບໍລິສັດໂລຊິດສະຕິກ ໃຫ້ໄດ້ຢ່າງຫນ້ອຍ 20% ຂອງ ຈໍານວນ ບໍລິສັດທັງຫມົດ, ສ້າງສະມາຄົມຂົນສົ່ງສິນຄ້າ ມີຄວາມສາມາດໃນການຄຸ້ມຄອງທຸກບໍລິ ສັດຂົນສົ່ງລະຫວ່າງປະເທດ.