ມອບເຄື່ອງຊ່ວຍເຫຼືອໃຫ້ກັບເມືອງບົວລະພາ

158

ເມື່ອມໍ່ໆມານີ້ ຢູ່ທີ່ ບ້ານລະຈັງ ເມືອງບົວລະພາ ທ່ານ ບຸນເກີດ ດາລາສຸກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມດ້ວຍ ຄະນະ ອພສ ແຂວງຄຳມ່ວນ ແລະ ພະນັກງານ ພ້ອມດ້ວຍຄະນະທີມງານ ຊາວໝຸ່ມເມືອງທ່າແຂກ ໄດ້ນຳເອົາ ເຄືອງນຸງຫົ່ມ,ເຄືອງໃຊ້ໃນຄົວເຮືອນ ມາມອບໃຫ້ກັບ ບ້ານລະຈັງ,ບ້ານນໍ້າສ້າງ,ບ້ານຫ້ວຍປາ ເມືອງບົວລະພາ.

ຕ່າງໜ້າ ມອບ – ຮັບ ເຄືອງຊ່ວຍເຫລືອ ໃນຄັ້ງນີ້ ໂດຍ ແມ່ນ ທ່ານ ບຸນເກີດ ດາລາສຸກ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີບັນດາການຈັດຕັ້ງບ້ານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນ ທັງ 3 ບ້ານ ເປັນຜູ້ຮັບ ໂດຍມີບັນດາການນຳພາຍໃນເມືອງ, ຄະນະກໍ່ສ້າງຮາກຖານການເມືອງ ແລະ ພໍ່ແມ່ປະຊນຊົນທັງ 3 ບ້ານ ເຂົ້າຮ່ວມເປັນສັກຂີພະຍານ ຢ່າງພ້ອມພຽງ.

ในภาพอาจจะมี 1 คน, สถานที่กลางแจ้ง

ຈຸດປະສົງໃນການມອບເຄືອງຊ່ວຍເຫລືອໃນຄັ້ງນີ້ ກໍ່ເພື່ອ ຊ່ວຍເຫລືອ ແລະ ບັນເທົາທຸກໃຫ້ກັບ ພໍ່ແມ່ປະຊາຊົນ ທັງ 3 ບ້ານ ຂອງເມືອງບົວລະພາ ທີ່ຍັງຂາດເຂີນເຄື່ອງໃຊ້ສອຍຕ່າງໆທີ່ຈໍາເປັນໃນການດໍາລົງຊີວິດປະຈໍາວັນ.

ຂ່າວ: ບຸນປະພາດ