ເມືອງໄຊຍະບູລີ ຈັດກອງປະຊຸມລາຍງານຄວາມພ້ອມວຽກງານຮອບດ້ານ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II

234

ໃນຕອນເຊົ້າວັນທີ 12 ມັງກອນ 2021 ນີ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມລາຍງານຄວາມພ້ອມວຽກງານຮອບດ້ານໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ ພ້ອມດ້ວຍນາຍບ້ານພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ເສນ ພັນລັກ ຮອງເລຂາພັກເມືອງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ຂຶ້ນລາຍງານສະພາບການກະກຽມວຽກງານຮອບດ້ານໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະໄດ້ເກັບກໍາຂຶ້ນບັນຊີລາຍຊື່ຈໍານວນພົນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 60.014 ຄົນ ຍິງ 27.614 ຄົນ, ຜ່ານການຈັດຕັ້ງປະຕິບັດເມືອງໄຊຍະບູລີ ໄດ້ກໍານົດໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທັງໝົດ 84 ໜ່ວຍ. ໃນນີ້, ໜ່ວຍປ່ອນບັດເລືອກຕັ້ງຂັ້ນບ້ານ 76 ໜ່ວຍ, ໜ່ວຍກຳລັງ ປກສ – ປກຊ ມີ 7 ໜ່ວຍ ແລະ ໜ່ວຍເຄື່ອນທີ່ມີ 1 ໜ່ວຍ.

ພ້ອມນີ້, ກໍໄດ້ເນັ້ນໜັກໃຫ້ແຕ່ລະໜ່ວຍປ່ອນບັດເລືອກຕັ້ງຢູ່ພາຍໃນເມືອງ ເອົາໃຈໃສ່ຮັບປະກັນໃຫ້ໄດ້ 400 ຄື: ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມາປ່ອນຄົບຕາມ ຈຳນວນ 100%, ບໍ່ໃຫ້ມີບັດຕາຍ 100%, ມີຄວາມສະຫງົບປອດໄພໃນວັນເລືອກຕັ້ງ 100% ແລະ ຖືກຕ້ອງ, ວ່ອງໄວ, ຊັດເຈນຜົນການເລືອກຕັ້ງ 100%. ຈາກນັ້ນ, ທ່ານ ເພັງນິລັນ ຄໍາພັນເພັງ ກໍໄດ້ແນາະນຳເພີ່ມຕື່ມບາງວຽກທີ່ຈຳເປັນໃນບັ້ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ແລກປ່ຽນຄຳຄິດເຫັນ ແລະ ແກ້ຂໍ້ຂ້ອງໃຈ.