ເຜີຍນັກກີລາລາວ 5 ຄົນໄດ້ຮັບທຶນຈາກ ໂອແລມປິກສາກົນ ໃນປີ 2020

168

ມີການເປີດເຜີຍຢ່າງເປັນທາງການແລ້ວວ່າ: 5 ນັກກີລາທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ຄະນະກໍາມະການໂອແລມປິກສາກົນ ໃນປີ 2020 ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນໂອແລມປິກເກມ ທີ່ປະເທດຍີ່ປຸ່ນ ຫຼັງຈາກເລື່ອນຈາກປີ 2020 ທີ່ຜ່ານມາ ໂດຍປະກອບມີ ນັກກີລາແລ່ນ-ລານ 2 ຄົນ, ລອຍນໍ້າ 2 ຄົນ ແລະ ຢູໂດ 1 ຄົນ.

ອີງຕາມການລາຍງານຂອງ ທ່ານ ກະເສມ ອິນທະລາ ຮອງປະທານ ຄະນະກຳມະການໂອແລມປີກແຫ່ງຊາດລາວ ( ຄອລ ) ທັງເປັນຄະນະກໍາມະການພົວພັນ ແລະ ຮ່ວມມືກັບສາກົນ ເມື່ອບໍ່ດົນມານີ້ວ່າ: (ເບິ່ງຕາມຄລິບລຸ່ມນີ້)

ຂະນະທີ່ ທ້າວ ອານຸສອນ ໄຊສາ 1 ໃນ 5 ນັກກີລາລາວ ທີ່ໄດ້ຮັບທຶນການຊ່ວຍເຫຼືອນັກກີລາ ເປີດເຜີຍກັບ ທີມຂ່າວເສດຖະກິດ-ການຄ້າ ວ່າ: ສໍາລັບ 5 ນັກກີລາ ທີ່ໄດ້ຮັບທຶນການຊ່ວຍເຫຼືອໃນການຝຶກແອບ ຈາກຄະນະກໍາມະການໂອແລມປິກສາກົນ ປະກອບມີ: ທ້າວ ອານຸສອນ ໄຊສາ ນັກກີລາແລ່ນ, ນາງ ສີລິນາ ພະອາໄພ ນັກກີລາແລ່ນ, ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນ້ຳ, ນາງ ສີລິອາລຸນ ບຸດຈະເລີນ ນັກກີລາລອຍນໍ້າ ແລະ ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂດ ເຊິ່ງນັກກີລາຈໍານວນນີ້ແມ່ນກະກຽມພ້ອມເຂົ້າຮ່ວມ ໂອແລມປິກ ທີ່ປະເທດຍີ່ປຸ່ນ.

ຂ່າວ: ຄໍາສອນ