7 ມາດຕະການ ຫຼຸດອັດຕາການເສຍຊີວິດເດັກເກີດບໍ່ຖ້ວນເດືອນ

408

ທ່ານ ຮສຈ. ດຣ. ຄໍາເປ ພົງສະຫວັດ ແພດຊ່ຽວຊານເດັກ, ປະທານສະມາຄົມແພດເດັກລາວ ແລະ ເປັນປະທານທີມງານໃຫ້ຄໍາປຶກສາດ້ານວັກແຊັງເດັກນ້ອຍລາວ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ການເສຍຊີວິດຂອງເດັກນ້ອຍລາວ 25,9% ແມ່ນມາຈາກເດັກເກີດບໍ່ຖ້ວນເດືອນ. ດັ່ງນັ້ນ, ກະຊວງສາທາລະນະສຸກເຫັນໄດ້ເຖິງຄວາມສຳຄັນຂອງວຽກສຸຂະພາບແມ່ ແລະ ເດັກ ຈຶ່ງໄດ້ມີການເອົາໃຈໃສ່ຕໍ່ວຽກງານການບໍລິການທີ່ມີຄຸນນະພາບໃຫ້ແກ່ເດັກ ເພື່ອເປັນການຫຼຸດຜ່ອນການເສຍຊີວິດຂອງແມ່ ແລະ ເດັກ ຢູ່ລາວ.

ສໍາລັບບາງມາດຕະການຮັບມືໃນຕໍ່ໜ້າ ທ່ານໄດ້ກ່າວວ່າ: ຕ້ອງໄດ້ສຸມໃສ່ວຽກງານຫຼາຍໆດ້ານ ( 2021 – 2025 ) ຄື:

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

  1. ສືບຕໍ່ການສ້າງບຸກຄະລາກອນແພດ, ສ້າງແພດຊ່ຽວຊານຕໍ່ເນື່ອງ ແລະ ກຽມສ້າງແພດຊ່ຽວຊານເດັກຂັ້ນ 2 ຢູ່ລາວເຮົາ ສົມທົບກັບມະຫາວິທະຍາໄລວິທະຍາສາດການແພດອັນຈໍາເປັນ ແລະ ຮີບດ່ວນແມ່ນການແພດສຸກເສີນ ເຊີດຊູກະທັນຫັນເດັກ ໃຫ້ບັນດາແຂວງ ແລະ ຂັ້ນເມືອງ.

  2. ສືບຕໍ່ລົງຊ່ວຍຮາກຖານ ໂດຍສະເພາະຂັ້ນເມືອງ ແລະ ຊຸມຊົນທີ່ທັກສະ ແລະ ຄວາມຮູ້ຍັງຈໍາກັດດ້ານວິຊາເດັກ, ເດັກອ່ອນ, ເດັກເກີດໃໝ່, ການກັ່ນກອງ, ເຊີດຊູ ແລະ ການສົ່ງຕໍ່; ປະສານສົມທົບກັບສູນໂພຊະນາການເດັກ, ສູນແມ່ ແລະ ເດັກ ກັບໂຄງການເພື່ອສຸຂະພາບເດັກລົງຮອດຊຸມຊົນ.

  3. ສືບຕໍ່ເຮັດການສໍາຫຼວດການເສຍຊີວິດເດັກ ພິເສດແມ່ນເດັກເກີດໃໝ່ ( ແຕ່ເກີດ ຫາ ອາຍຸ 28 ວັນ ).

  4. ເອົາໃຈໃສ່ໂຄສະນາໃຫ້ສຸຂະສຶກສາຂໍ້ມູນ – ຂ່າວສານແກ່ຜູ້ປົກຄອງເດັກ, ການລ້ຽງດູເດັກ – ໃນຂັ້ນຊຸມຊົນຫ່າງໄກສອກຫຼີກ.

ในภาพอาจจะมี 2 คน, ผู้คนกำลังยืน, สนามบาสเก็ตบอล และสถานที่ในร่ม

  1. ສືບຕໍ່ຂຽນຄູ່ມືປິ່ນປົວແນວທາງປະຕິບັດ

  2. ການຝຶກອົບຮົບໄລຍະສັ້ນພະຍາດເດັກ, ວິຊາເຊີດ ຊູ – ເດັກ ແລະ ເດັກເກີດໃໝ່.

  3. ຊຸກຍູ້, ປຸກລະດົມ, ຊອກແຫຼ່ງທຶນ ເພື່ອມາພັດທະນາຫ້ອງເຊີດຊູ, ມໍລະສຸມເດັກ, ດ້ານອຸປະກອນ, ເຄື່ອງມືການແພດ, ເຄື່ອງຊ່ວຍຫາຍໃຈຕ່າງໆ.

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

ທ່ານຍັງໃຫ້ຮູ້ວ່າ: ທົ່ວໂລກມີເດັກເກີດບໍ່ຖ້ວນເດືອນ ປະມານ 15 ລ້ານຄົນຕໍ່ປີ ແລະ ເສຍຊີວິດ ປະມານ 1 ລ້ານຄົນຕໍ່ປີ ສາເຫດຫຼັກກໍແມ່ນເກີດມາບັດ ( birth asphyxia ) ທີ່ພົວພັນກັບການທໍາຄອດທີ່ມີອາການສົນ, ຊຶມເຊື້ອໃນກະແສເລືອດ, ແມ່ມີພະຍາດປະຈໍາຕົວ ແລະ ສາເຫດອື່ນໆ. ນອກຈາກສາເຫດຈາກການແພດແລ້ວກໍຍັງພົວພັນດ້ານສັງຄົມ, ເສດຖະກິດ ເຊິ່ງເດັກທີ່ເກີດບໍ່ຖ້ວນເດືອນທີ່ມີຊີວິດລອດມາ ກໍຍັງຕ້ອງໄດ້ຕິດຕາມພັດທະນາການຍາວນານຕໍ່ ຍ້ອນມີຜົນສະທ້ອນ ( psychomotors ) ຫຼາຍ ເຊັ່ນ: ຍ່າງຊ້າ, ປາກຊ້າ, ການໄດ້ຍິນ, ກະທົບຕໍ່ສາຍຕາ ແລະ ສ້າງພາລະຕໍ່ຜູ້ປົກຄອງ.