ແຈ້ງ ຢຸດຊົ່ວຄາວເຄື່ອນໄຫວບິນເຮືອບິນເບົາ, ເຮືອບິນບໍ່ມີຄົນຂັບ, ບາລູນ, ພາຣາມໍເຕີ ແລະ ໂດຣນ ໃນໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

259

ກົມການບິນພົນລະເຮືອນ ອອກໜັງສືແຈ້ງການ ສະບັບເລກທີ 0058/ກບພຮ, ລົງວັນທີ 11 ມັງກອນ 2021 ເຖິງສະໂມສອນກີລາເຮືອບິນແຫ່ງຊາດ, ຜູ້ປະກອບການບາລູນ, ຜູ້ນໍາໃຊ້ເຮືອບິນບໍ່ມີຄົນຂັບ, ພາຣາມໍເຕີ ແລະ ໂດຣນ ເລື່ອງ ຢຸດຕິຊົ່ວຄາວກ່ຽວກັບການເຄື່ອນໄຫວກິດຈະກໍາການບິນ, ເຮືອບິນບໍ່ມີຄົນຂັບ, ບາລູນ ,ພາຣາມໍເຕີ້ ແລະ ໂດຣນ.

ອີງຕາມແຈ້ງການສະບັບດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI. ສະນັ້ນ, ກົມການບິນພົນລະເຮືອນ ຈຶ່ງແຈ້ງມາຍັງບັນດາຜູ້ປະກອບການ, ຜູ້ປະຕິບັດການບິນ ເຮຶອບິນເບົາ; ເຮືອບິນບໍ່ມີຄົນຂັບ, ບາລູນ, ພາຣາມໍເຕີ ແລະ ໂດຣນ ໃຫ້ຢຸດຕິຊົ່ວຄາວ ການເຄື່ອນໄຫວກິດຈະກໍາການບິນ ເລີ່ມແຕ່ວັນທີ 11 ມັງກອນ 2021 ຈົນເຖິງ ວັນທີ 16 ມັງກອນ 2021