ເປີດນິທັດສະການດອກຄາຍປ່າ ແລະ ຊາກຸຣະ ຫົວພັນ 11-12 ມັງກອນນີ້

189

ສໍານັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ: ແຂວງຫົວພັນ ເປີດງານນິທັດສະການດອກຄາຍປ່າ ແລະ ຊາກຸຣະຫົວ ພັນ ໃນຕອນເຊົ້າວັນທີ 11 ມັງກອນ 2021 ຢູ່ທີ່ ສວນມິດຕະພາບຫົວພັນ-ແທັງຮວາ ໂດຍມີ ທ່ານ ເພິດ ມາປັນຍາ ຮອງເລຂາພັກແຂວງ, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ, ມີບັນດາການນໍາແຂວງ, ການນຳເມືອງ, ຫົວໜ້າພະແນກການ, ກອງບັນການທະຫານ, ກອງບັນການຕຳຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານອ້ອມຂ້າງເທສະບານເມືອງຊໍາເໜືອ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫລງວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ຮູ້ວ່າ: ແຂວງຫົວພັນ ເປັນແຂວງທີ່ມີທີ່ຕັ້ງພູມສັນຖານຖືເປັນແຂວງພູດອຍທີ່ມີອາກາດໜາວເຢັນ, ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫລອດປີ ແລະ ຄວາມສວຍງາມຂອງທຳມະຊາດນັ້ນ ປະກອບມີດອກໄມ້ໃຫ້ດອກຕາມລະດູການຫລາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກລ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກວ່າໝູ່ແມ່ນດອກຄາຍປ່າ ທີ່ມີຄວາມເປັນເອກະລັກ ແລະ ງົດງາມພິເສດເປັນສີບົວຈ່າງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະ ດອກໄມ້ປະຈຳຊາດຂອງປະເທດຍີ່ປຸ່ນ.

ສະນັ້ນ, ໃນປີ 2008 ທ່ານ ພັນຄຳ ວິພາວັນ ອະດີດເຈົ້າແຂວງຫົວພັນ ໄດ້ມີແຜນເລືອກດອກຄາຍປ່າ ຫລື ເອີ້ນວ່າ “ດອກພັນພະນາ” ເອົາມາປູກເປັນຕົ້ນໄມ້ປະດັບໃນເທສະບານຕົວເມືອງຊໍາເໜືອ ຈຳນວນ 400 ຕົ້ນ, ຕໍ່ມາໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກທີ 6 ພູເລົ້າ-ເທສະບານຕົວເມືອງຊໍາເໜືອ-ວຽງໄຊ, ທາງໄປສະໜາມບິນໜອງຄ້າງ ແລະ ບ່ອນອື່ນໆ ເຊິ່ງພົບເຫັນດອກຄາຍປ່າບານຫລາຍກວ່າໝູ່ແມ່ນຢູ່ເມືອງຊໍາເໜືອ ແລະ ເມືອງຫົວເມືອງ, ໃນປີ 2015 ສະມາຄົມຄົນພິການອາຊີ ປະເທດຍີ່ປຸ່ນ ເປັນອົງການທີ່ບໍ່ສັງກັດລັດຖະບານຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ໄດ້ມາສ້າງສວນດອກຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ຢູ່ທີ່ເມືອງວຽງໄຊຕື່ມອີກ.

ມາຮອດລະດູໜາວປີນີ້, ຕົ້ນຊາກຸຣະ ແລະ ດອກຄາຍປ່າຈຳນວນໜຶ່ງກໍໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນ ດ້ວຍບັນຍາກາດຟົດຟື້ນ.

ພ້ອມກັນນີ້, ທ່ານ ຫົວໜ້າພະແນກ ຖວທ ຍັງຮຽກຮ້ອງມາຍັງທຸກພາກສ່ວນທົ່ວແຂວງຫົວພັນ ໃຫ້ພ້ອມກັນເປັນເຈົ້າການປົກປັກຮັກສາ ແລະ ປູກຕົ້ນດອກຄາຍປ່າ ເພີ່ມຂຶ້ນ ເພື່ອໃຫ້ແຂວງຫົວພັນ ກາຍເປັນແຂວງທີ່ມີຄວາມງົດງາມດ້ານທຳມະຊາດ ກາຍເປັນຕົ້ນດອກໄມ້ເອກະລັກປະຈຳແຂວງຫົວພັນ.

ຂອບໃຈຮູບພາບ: ທ່ອງທ່ຽວຫົວພັນ Tourism Houaphanh; pathedlao