ບໍລິສັດ ບົວລະພາ ພ້ອມເດີນເຄື່ອງຈັກໂຮງງານໄມ້ອັດຕົ້ນປີນີ້

353

ຕະຫຼອດ 30 ກວ່າປີຜ່ານມາ ບໍລິສັດບົວລະພາ ກະສິ ກໍາ – ປ່າໄມ້ ຈໍາກັດ ໄດ້ປະກອບສ່ວນສຳຄັນໃນການສ້າງອາຊີບ ແລະ ລາຍຮັບຂອງປະຊາຊົນ ລວມທັງດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າມາ. ສຳລັບປີນີ້ຄາດໝາຍຈະເລີ່ມເດີນເຄື່ອງຈັກໂຮງງານໄມ້ອັດຢ່າງເປັນທາງການ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອໍານວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ໄດ້ກ່າວວ່າ: ບໍລິສັດບົວລະພາ ກະສິກໍາ – ປ່າໄມ້ ຈໍາກັດ ສ້າງຕັ້ງໃນປີ 1989 ລົງທຶນລະຫວ່າງນັກທຸລະກິດຊູແອັດ ແລະ ນັກທຸລະກິດລາວ ດໍາເນີນກິດຈະການປູກໄມ້ອຸດສາຫະກຳ ເຊິ່ງໄດ້ລົງທຶນມາຮອດປັດຈຸບັນ 30 ກວ່າລ້ານໂດລາສະຫະລັດ ແລະ ມີທຶນໝູນວຽນທັງໝົດ 50 ກວ່າລ້ານໂດລາສະຫະລັດ. ພ້ອມນັ້ນ, ຍັງມີແຜນສືບຕໍ່ລົງທຶນເພີ່ມຂຶ້ນເລື້ອຍໆຕາມກົນໄກເສດຖະກິດ ແລະ ຄວາມຕ້ອງການຂອງຕະຫຼາດ.

ในภาพอาจจะมี 1 คน, สถานที่ในร่ม

ປັດຈຸບັນ ບໍລິສັດ ບົວລະພາ ໄດ້ມີໂຮງງານເຟີນີເຈີຢູ່ບ້ານແສນອຸດົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງຜະລິດເຄື່ອງເຟີນີເຈີຮັບໃຊ້ສັງຄົມທັງພາຍໃນ ແລະ ສົ່ງອອກຂາຍໄປຕ່າງປະເທດ ຫຼາຍກວ່າ 20 ປະເທດໃນໂລກ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວຕື່ມວ່າ: ປັດຈຸບັນ ບໍລິສັດບົວລະພາ ມີເນື້ອທີ່ປູກໄມ້ຢູ່ໃນ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງໄຊສົມບູນ ເຊິ່ງຖືວ່າມາຮອດປັດຈຸບັນເນື້ອທີ່ສວນປູກມີ 5 ພັນເຮັກຕາ. ໃນນີ້, ເນື້ອທີ່ຈໍານວນໜຶ່ງແມ່ນດິນປະຊາຊົນມີສ່ວນຮ່ວມນໍາບໍລິສັດ ເຊິ່ງຈະສ້າງຜົນປະໂຫຍດໂດຍສະເພາະໃນໄລຍະ 1 – 2 ປີ ປະຊາຊົນສາມາດປູກພືດກະສິກໍາສັບວ່າງໄມ້ອຸດສາຫະກຳໄດ້ ຮອດປີທີ 3 – 4 ປະຊົນສາມາດນໍາເອົາສັດໃຫຍ່ເຂົ້າມາລ້ຽງໄດ້ ແຕ່ຕ້ອງຢູ່ໃນລະບຽບການຂອງບໍລິສັດ ຫຼັງຈາກຮອດປີທີ 7 ສາມາດຕັດໄມ້ ແລະ ປະຊາຊົນກໍສາມາດປູກເຂົ້າຄືນໄດ້ອີກ ເຊິ່ງເປັນລະບົບໝູນວຽນ.

ในภาพอาจจะมี ท้องฟ้า, ต้นไม้, เมฆ, สถานที่กลางแจ้ง และธรรมชาติ

ສໍາລັບໂຮງງານໄມ້ອັດຢູ່ເມືອງຫີນເຫີບ ແຂວງວຽງຈັນ ໄດ້ເລີ່ມສ້າງຕັ້ງແຕ່ກາງປີ 2018 ລົງທຶນທັງໝົດ 15 ລ້ານໂດລາສະຫະລັດ, ມາຮອດປັດຈຸບັນການກໍ່ສ້າງໃກ້ສໍາເລັດແລ້ວ ຄາດວ່າເດືອນມັງກອນ 2021 ຈະສາມາດທົດລອງຜະລິດໄມ້ອັດ ແລະ ຈະເປີດການຜະລິດເຕັມຮູບແບບໃນເດືອນເມສາ 2021.

ປັດຈຸບັນກໍາລັງປະກາດຮັບສະໝັກພະນັກງານ ຄາດວ່າໃນເບື້ອງຕົ້ນຈະໃຫ້ໄດ້ 350 ຄົນ ໂດຍຜູ້ທີ່ມີຄວາມສົນໃຈສາມາດເຂົ້າສະໝັກໄດ້ທີ່ຫ້ອງການ ບໍລິສັດ ບົວລະພາ ເມືອງຫີນເຫີບ ໄດ້ເລີຍ.