ອາທິດນີ້ ອາກາດຈະອຸ່ນຂຶ້ນ 2-4ອົງສາ ແຕ່ຢູ່ພາກເໜືອຍັງຈະໜາວເຢັນຫຼາຍ

183

ສະພາບອາດກາດອາທິດນີ້ ຍັງໜາວເຢັນໂດຍສະເພາະແມ່ນເຂດພາກເໜືອ, ພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ, ໃນຂະນະທີ່ວັນທີ 13 ມັງກອນນີ້ ອຸຕຸຄາດອາກາດຈະອຸ່ນຂຶ້ນ 2-4 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 0033/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 11 ມັງກອນ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ມັງກອນ 2021 ວ່າ: ໃນໄລຍະວັນທີ 11 ຫາ 12 ມັງກອນນີ້ ມວນອາກາດໜາວເຢັນຈາກປະເທດຈີນ ຍັງມີກຳລັງແຮງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວຫຼາຍ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ ພ້ອມມີຝົນຕົກຄ່ອຍເປັນບາງໂອກາດ ສ່ວນຢູ່ພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ.

ຈາກນັ້ນ ວັນທີ 13 ຫາ 17 ມັງກອນ 2021 ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ, ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ, ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າແລະ ມີຝົນຕົກຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ອຸນຫະພູມຕ່ຳສຸດ 4– 10 ອົງສາ ແລະ ສູງສຸດ21 – 23 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ. ອຸນຫະພູມຕໍ່າສຸດ 05 – 12 ອົງສາແລະ ສູງສຸດ 27 – 29 ອົງສາ.

ພາກກາງ: ອາກາດໜາວເຢັນ ໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຮ້ອນ. ອຸນຫະພູມຕ່ຳສູດ 11 – 14 ອົງສາ ແລະ ສູງສຸດ 29 – 31 ອົງສາ. ສະເພາະແຂວງໄຊສົມບູນ: ອາກາດໜາວເຢັນຫຼາຍ ມີໝອກໜາປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 4 – 7 ອົງສາ ແລະ ສູງສຸດ 18 – 20 ອົງສາ.

ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນໃນຕອນບ່າຍ. ອຸນຫະພູມຕ່ຳສຸດ 15 – 17 ອົງສາ ແລະ ສູງສຸດ 30 – 32 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍ, ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 3 – 6 ອົງສາ ແລະ ສູງສູດ 20 – 22 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຮ້ອນໃນຕອນບ່າຍ ແລະ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 30 – 32 ອົງສາ