ທ່ານຮອງເຈົ້າແຂວງໄຊຍະບູລີ ລົງເຄື່ອນໄຫວຕິດຕາມຊຸກຍູ້ ແລະ ມອບເຄື່ອງຊ່ວຍເຫຼືອປະຊາຊົນເມືອງໄຊສະຖານ

117

ທ່ານເພັດພິໄຊ ສູນວິໄລ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານການນຳຂອງແຂວງ, ມີພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ,ພະແນກສາທາລະນະສຸກແຂວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ມະຕິ II ຂອງອົງຄະນະພັກເມືອງ ແລະ ບັນດາຄາດໝາຍຕົວຊີ້ວັດທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຮັບຮອງໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ພ້ອມທັງມອບເຄື່ອງຊ່ວຍເຫຼືອໃຫ້ກັບປະຊາຊົນຜູ້ທຸກຍາກຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໄຊສະຖານ ເມື່ອວັນທີ 6 ເດືອນມັງກອນ ປີ 2021 ຜ່ານມາ.

ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ສີສະໝອນ ນາມວົງ ວ່າການເລຂາພັກເມືອງເຈົ້າເມືອງໄຊສະຖານ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນຂົງເຂດວັດທະນະທຳສັງຄົມເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຊີ້ນຳ – ນຳພາຂອງຄະນະປະຈຳພັກເມືອງໃນໄລຍະຜ່ານມາ ເປັນຕົ້ນແມ່ນກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແລະ ສະກັດກັ້ນປ້ອງກັນພະຍາດໂຄວິດ – 19 ຢູ່ພາຍໃນເມືອງ.

ພ້ອມກັນນັ້ນ, ທ່ານ ເພັດພິໄຊ ສູນວິໄລ ກໍໄດ້ມີຄຳເຫັນຊີ້ນຳຕໍ່ກັບບັນດາຂົງເຂດວຽກງານວັດທະນະທຳສັງຄົມ ເປັນຕົ້ນແມ່ນວຽກງານການສຶກສາ, ວຽກງານສາທາລະນະສຸກ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມນັ້ນ, ຍັງໄດ້ມີການມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ເມືອງໄຊສະຖານ. ໃນນັ້ນ, ມີອຸປະກອນການສຶກສາ, ອຸປະກອນການແພດ ແລະ ເຄື່ອງນຸ່ງຮົ່ມຈຳນວນໜຶ່ງ ລວມມູນຄ່າ 31 ລ້ານກວ່າກີບ.

ຈາກນັ້ນ, ບັນດາພະແນກການທີ່ຮັບຜິດຊອບບ້ານຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປແຈກຢາຍໃຫ້ກັບປະຊາຊົນຢູ່ບ້ານຕື່ມອີກ.

[ ຂ່າວ: ສິງທະນູ ລິນທະວົງ ]