ສາທາຮຽກຮ້ອງໃຫ້ທຸກຄົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ຫຼັງຢູ່ປະເທດເພື່ອນບ້ານກັບມາລະບາດຮອບສອງໜັກໜ່ວງ

217

ປັດຈຸບັນ ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາຈະເບົາບາງລົງ ຍັງມີຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຢູ່ໂຮງໝໍພຽງ 1ຄົນ ແຕ່ຢູ່ປະເທດໃກ້ຄຽງກັບມີການລະບາດຮອບສອງຢ່າງໜັກໜ່ວງ. ດັ່ງນັ້ນ ສາທາລະນະສຸກ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ  ໂຄວິດ-19 ລາຍງານໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ມັງກອນ 2021 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.564 ຄົນ; ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 10 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 337 ຄົນ, ໃນນັ້ນ ມີ 2 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 49 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 68 ຕົວຢ່າງຈາກແຮງງານລາວກັບມາແຕ່ໄທບໍ່ມີອາການ, 142 ຕົວຢ່າງຈາກແຮງງານຈີນບໍ່ມີອາການ ແລະ 76 ຕົວຢ່າງຈາກແຮງງານໄທບໍ່ມີອາການ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 10 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 96.031 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 1 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ, ບໍ່ມີອາການສົນຫຍັງ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ຕໍ່ກັບສະພາບການລະບາດຂອງພະຍາດ ໂຄວິດ-19 ທີ່ເກີດຂຶ້ນໃນທົ່ວໂລກ ໂດຍສະເພາະແມ່ນ
ປະເທດໃກ້ຄຽງ ແມ່ນມີການລະບາດຮອບສອງຢ່າງໜັກໜ່ວງ ແລະ ກະຈາຍໄປຫຼາຍແຂວງ ພາຍໃນປະເທດ ເຊິ່ງວ່າ ມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອພະຍາດ ເຂົ້າມາ ສປປ ລາວ. ດັ່ງນັ້ນ, ພວກເຮົາທຸກຄົນບໍ່ຄວນປະໝາດ ຂໍຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດ
ຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ແອອັດ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ.

ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ໂຄວິດ-19 ພ້ອມດຽວກັນ ກໍ່ໃຫ້ໝັ່ນສັງເກດສຸຂະພາບຮ່າງກາຍຂອງຕົນເອງ, ລູກຫຼານ ແລະ ຄົນໃນຄອບຄົວ ຖ້າຫາກທ່ານມີອາການ ຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ຫຼື ກໍລະນີສົງໃສ ຈະໄດ້ທຳການເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ຢ່າງທັນທີ; ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອສະກັດກັ້ນ, ປ້ອງກັນບໍ່ໃຫ້ເກີດມີການຕິດເຊື້ອພະຍາດໂຄວີດ-19 ຮອບໃໝ່ ແລະ ບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດ ອອກເປັນວົງກວ້າງໃນ ສປປ ລາວ ຂອງພວກເຮົາ;