ທາງການອິນໂດເນເຊຍ ຄາດ ຈະກອບກູ້ກ່ັບດຳໂບອິງ 737 ໃນໄວໆນີ້

108
Sailors of an Indonesian Navy ship stand on the deck as they depart for a rescue operation for a Sriwijaya Air passenger jet that crashed off Java island, at Tanjung Priok Port in Jakarta, Indonesia, Sunday, Jan. 10, 2021. Indonesian rescuers pulled out body parts, pieces of clothing and scraps of metal from the Java Sea early Sunday morning, a day after a Boeing 737-500 with dozens of people onboard crashed shortly after takeoff from Jakarta, officials said. (AP Photo/Dita Alangkara)

ສຳນັກຂ່າວຕ່າງປະເທດລາຍງານວ່າ ທາງການອິນໂດເນເຊຍພົບຈຸດພິກັດກັບດຳເຮືອບິນໂບອິງ 737 ຂອງສາຍການບິນສຣີວິຈາຢາ ແອ ເຊິ່ງປະສົບອຸບັດເຫດຕົກລົງທະເລເມື່ອວັນເສົາຜ່ານມາ, ນອກຈາກນີ້ ຍັງພົບຊິ້ນສ່ວນຂອງເຮືອບິນ ແລະ ຊິ້ນສ່ວນຂອງມະນຸດອີກ. ທາງການອິນໂດເນເຊຍຄາດວ່າຈະສາມາດກອບກູ້ກັບດຳທັງ 2 ກ່ອງໃນໄວໆນີ້.


ເຮືອບິນໂບອິງ 737 ຂອງສາຍການບິນສຣີວິຈາຢາ ແອ ພ້ອມຜູ້ໂດຍສານ ແລະ ຈຸບິນຈຳນວນ 62 ຄົນ ໄດ້ເດີນທາງອອກຈາກນະຄອນຫຼວງຈາກາຕາໃນເວລາ 14:36 ໂມງຂອງວັນທີ 9 ມັງກອນ 2021 ຕາມເວລາທ້ອງຖິ່ນ ມຸ່ງໜ້າໄປຍັງເມືອງປອນເຕີຍນັກ ແຂວງ ກາລິມັນຕັນ ແຕ່ຫຼັງຈາກທີ່ບິນຂຶ້ນໄດ້ພຽງ 4 ນາທີກໍຂາດການຕິດຕໍ່ກັບຫໍບັງຂັບການບິນ ແລະ ເວລາຕໍ່ມາກໍພົບວ່າເຮືອບິນລຳດັ່ງກ່າວໄດ້ຕົກລົງສູ່ທະເລ.


ຜູ້ອຳນວຍການຄະນະກຳມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດອິນໂດເນເຊຍເປີດເຜີຍວ່າ: ຂະນະນີ້ ສາມາດລະບຸຈຸດພິກັດຂອງກັບດຳຂອງເຮືອບິນໂບອິງ 737 ຂອງສາຍການບິນສຣີວິຈາຢາ ຖ້ຽວບິນທີ SJ 182 ແລ້ວ ແລະ ຄາດວ່າຈະສາມາດມາດກອບກູ້ເອົາກັບດຳ 2 ກ່ອງຂຶ້ນຈາກທະເລໃນໄວໆນີ້.