ຫຼວງພະບາງວາງມາດຕະການເຂັ້ມ ໃຜລັກລອບເຂົ້າປະເທດແບບຜິດກົດໝາຍ ຕ້ອງຈ່າຍຄ່າກວດໂຄວິດ-19ເອງ ພ້ອມຮັບໂທດຕາມກົດໝາຍບ້ານເມືອງ

160

ແຂວງຫຼວງພະບາງ ສ້າງລະບຽບຄຸມເຂັ້ມ ວາງມາດຕະການເດັດຂາດຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດໝາຍ ໂດຍບໍ່ໄດ້ຜ່ານຊາຍແດນ ທີ່ທາງລັດຖະບານລາວອະນຸຍາດ ຈະຕ້ອງຖືກດໍາເນີນມາດຕະການ ຈ່າຍຄ່າກວດໂຄວິດ-19ເອງ, ຈ່າຍຄ່າຮັບ-ສົ່ງເຂົ້າສູນຈໍາກັດບໍລິເວນ ພ້ອມຮັບໂທດຕາມກົດໝາຍບ້ານເມືອງ.

ເປັນພຽງພາບປະກອບເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ອີງຕາມແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫຼວງພະບາງ ສະບັບເລກທີ 139/ສພກ.ຫຼບ, ລົງວັນທີ 8 ມັງກອນ 2021 ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ ໂຄວິດ-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ, ຕໍ່ປະເທດ ແລະ ແຂວງຂອງເຮົາ ເຊິ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ບາງປະເທດ ກໍ່ມີການລະບາດຮອບໃຫມ່, ພ້ອມກັນນັ້ນ ຍັງພົບເຫັນມີຜູ້ລັກລອບມາຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ຢ່າງຕໍ່ເນື່ອງ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດມາແຜ່ລະບາດໃນຊຸມຊົນ.

ເປັນພຽງພາບປະກອບເທົ່ານັ້ນ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນພາຍໃນແຂວງຫຼວງພະບາງ ຕ້ອງເພີ່ມສະຕິລະວັງຕົວໃຫ້ສູງກວ່າເກົ່າ ແລະ ສູງກວ່າທີ່ເປັນຢູ່ໃນປັດຈຸບັນ. ສະນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ ໂຄວິດ-19 ຈຶ່ງໄດ້ແຈ້ງມາດຕະການຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດຫມາຍໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ທາງລັດຖະບານ ແຫ່ງ ສປປ ລາວ ອະນຸຍາດຈະຕ້ອງຖືກດໍາເນີນມາດຕະການດັ່ງນີ້:

1 ຕ້ອງໄດ້ຈ່າຍຄ່າກວດຫາພະຍາດ ໂຄວິດ-19 1.200.000 ກີບຕໍ່ຄັ້ງ, ລວມທັງຄ່າປິ່ນປົວຕົນເອງ ຖ້າຫາກຜູ້ກ່ຽວຕິດເຊື້ອ ໂຄວິດ-19
2 ຕ້ອງຈ່າຍຄ່າໄປຮັບ-ສົ່ງເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະມື້.
3. ຫຼັງຈາກຈໍາກັດບໍລິເວນຄົບກໍານົດ 14 ວັນແລ້ວ, ມອບໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດລະບຽບວິໄນ ແລະ ປັບໃຫມຕາມກົດຫມາຍບ້ານເມືອງ