ໂບອິ້ງ ຍອມຈ່າຍ 2,5 ພັນລ້ານໂດລາ ຢຸດຕິຄະດີຍົນ 737 ແມັກຕົກ

201

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງກະຊວງຍຸຕິທຳສະຫະລັດອາເມຣິກາ ວ່າ: ບໍລິສັດໂບອິ້ງ ຍອມຈ່າຍເງິນ 2,5 ພັນລ້ານໂດລາສະຫະລັດ ເພື່ອຢຸດຕິການສືບສວນ – ສອບສວນ ກໍລະນີເຫດຍົນໂບອິ້ງ 737 ແມັກຕົກ 2 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 346 ຄົນ.

ລາຍງານລະບຸວ່າ: ການຈ່າຍເງິນຢຸດຕິຄະດີດັ່ງກ່າວ ປະກອບດ້ວຍຄ່າປັບໃໝຄະດີອາຍາ 243,6 ລ້ານໂດລາ, ເງິນຊົດເຊີຍໃຫ້ແກ່ບັນດາສາຍການບິນທີ່ນຳໃຊ້ຍົນໂບອິ້ງ 737 ແມັກ ຈຳນວນ 1,77 ພັນລ້ານໂດລາ ແລະ ເງິນສຳລັບການສ້າງຕັ້ງກອງທຶນ ເພື່ອຊົດເຊີຍຍາດຕິພີ່ນ້ອງຜູ້ທີ່ເສຍຊີວິດຈາກອຸບັດເຫດຍົນຕົກ ມູນຄ່າ 500 ລ້ານໂດລາ.

ຈາກເຫດການຍົນໂບອິ້ງ 737 ແມັກຕົກເຖິງ 2 ຄັ້ງ ໄດ້ຖືກສັ່ງຫ້າມຂຶ້ນບິນເປັນເວລາເກືອບ 2 ປີ ຫຼື ນັບແຕ່ເດືອນມີນາ 2019 ເປັນຕົ້ນມາ ເພື່ອໃຫ້ບໍລິສັດໂບອິ້ງປັບປຸງລະບົບຄວາມປອດໄພ ກ່ອນຈະອະນຸຍາດໃຫ້ຂຶ້ນບິນອີກຄັ້ງໃນເດືອນພະຈິກ 2020 ຜ່ານມາ.

ໂບອິ້ງ ຖືກຕັ້ງຂໍ້ຫາສົມຮູ້ຮ່ວມຄິດ ເພື່ອປິດບັງຫຼອກລວງສະຫະລັດອາເມຣິກາ ຈຳນວນ 1 ຂໍ້ຫາ ແລະ ມີຂໍ້ຕົກລົງການຜ່ອນຜັນການຟ້ອງຮ້ອງຄະດີອາຍາ 3 ປີ ເຊິ່ງຂໍ້ກ່າວຫາຈະຖືກຍົກເລີກ ຫາກບໍລິສັດໂບອິ້ງປະຕິບັດຕາມຂໍ້ຕົກລົງ.

ທ່ານ ເດວິດ ພີ ເບີນ ຮັກສາການຜູ້ຊ່ວຍໄອຍະການສູງສຸດຂອງອາເມຣິກາ ກ່າວວ່າ: ເຫດຍົນຕົກທັງ 2 ຄັ້ງ ໂດຍຖ້ຽວບິນທີ 601 ຂອງສາຍການບິນໄລອອນ ແອລາຍ ແລະ ຖ້ຽວບິນທີ 302 ຂອງສາຍການບິນເອທີໂອເປຍ ແອລາຍ ນຳມາ ເຊິ່ງການເປີດເຜີຍຂໍ້ມູນຄວາມຈິງທີ່ຖືກປິດບັງມາຕະຫຼອດຂອງພະນັກງານບໍລິສັດໂບອິ້ງ ເຊິ່ງເປັນບໍລິສັດຜູ້ຜະລິດຍົນລາຍໃຫຍ່ຂອງໂລກ, ພະນັກງານໂບອິ້ງເລືອກທີ່ຈະຮັບຜົນປະໂຫຍດຫຼາຍກວ່າຄວາມຊື່ສັດ ໂດຍປິດບັງຂໍ້ມູນສຳຄັນຕໍ່ກັບສຳນັກງານບໍລິຫານການບິນສະຫະລັດອາເມຣິກາ ( FAA ) ກ່ຽວກັບລະບົບຄວາມປອດໄພຂອງຍົນໂບອິ້ງ 737 ແມັກ.