ວົງການເທັນນິສລາວ ໄດ້ເຂົ້າເປັນສະມາຊິກລະດັບ B ຂອງສາກົນ, ປັດຈຸບັນທົ່ວປະເທດມີ 47 ສະໜາມ

248

ຖືເປັນອີກໜຶ່ງຂ່າວດີສໍາລັບວົງການເທັນນິສລາວ ຫຼ້າສຸດໄດ້ຮັບຮອງຈາກ ສະຫະພັນເທັນນິສສາກົນ ( ITF ) ໃຫ້ເປັນສະມາຊິກລະດັບຄຣາສ ບີ ຫຼື ລະດັບສອງ ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຈະເຮັດໃຫ້ນັກກີລາລາວໄດ້ຮັັບໂອກາດຫຼາຍຂຶ້ນໂດຍສະເພາະການໄດ້ໄປແຂ່ງຂັນລາຍການລະດັບໃຫຍ່ໆ. ຂະນະທີ່ ປັດຈຸບັນໃນ ສປປ ລາວ ມີສະໜາມກີລາເທັນນິສທັງໝົດ 47 ສະໜາມ.

ຕາມການເປີດເຜີຍຂອງ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວເມື່ອບໍ່ດົນມານີ້ວ່າ: ຂ່າວດີສໍາລັບວົງການເທັນນິສລາວໃນປີນີ້ ໂດຍເມື່ອກ່ອນ ສະຫະພັນເທັນນິສແຫ່ງຊາດລາວ ໄດ້ເປັນສະມາຊິກລະດັບ ຄຣາສ ຊີ ເຊິ່ງຈະບໍ່ມີສິດປ່ອນບັດ ໃນການໄປຮ່ວມກອງປະຊຸມຕ່າງໆ ແລະ ໄດ້ສິດໃນການຊ່ວຍເຫຼືອບໍ່ຫຼາຍ. ແຕ່ຫຼ້າສຸດ ສະຫະພັນເທັນນິສສາກົນ ( ITF ຫຼື International Tennis Federation ) ໄດ້ຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກລະດັບ ຄຣາສ ບີ ( Class B ) ຫຼື ລະດັບສອງ ໃນທ້າຍປີ 2020 ເຮັດໃຫ້ ສປປ ລາວ ມີໂອກາດຫຼາຍຂຶ້ນ ລວມເຖິງການປ່ອນບັດ ແລະ ໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນຫຼາຍ ພິເສດກໍຄື ນັກກີລາເທັນນິສລາວ ສາມາດໄປແຂ່ງຂັນລາຍການໃຫຍ່ໆ.

“ ສ່ວນເລື່ອງສະໜາມເທັນນິສແມ່ນພວກເຮົາຈະຕ້ອງໄດ້ປັບປຸງ ທັງສະໜາມເທັນນິສເຈົ້າອານຸວົງ ແລະ ສະໜາມເທັນນິສແຫ່ງຊາດ ທີ່ຫຼັກ 16 ເຊິ່ງພວກເຮົາມີແຜນຂໍງົບປະມານຂໍການສະໜັບສະໜູນຈາກຫຼາຍໆພາກສ່ວນ ຫຼ້າສຸດໃນປີ 2020 ບໍລິສັດເບຍລາວ ແມ່ນໃຫ້ທຶນຊ່ວຍເຫຼືອການສ້ອມແປງສະໜາມເທັນນິສໃນ ສປປ ລາວ ຈໍານວນ 40 ລ້ານກີບ ເພື່ອປັບປຸງສະໜາມໃຫ້ໄດ້ມາດຕະຖານສາກົນ ແລະ ຮອງຮັບການແຂ່ງຂັນລະດັບນາໆຊາດໃນອະນາຄົດ ”, ປະທານສະຫະພັນເທັນນິສແຫ່ງຊາດລາວ ກ່າວ.

ທ່ານກ່າວອີກວ່າ: ໃນ ສປປ ລາວ ມີສະໜາມເທັນນິສທັງໝົດ 47 ສະໜາມ ໂດຍສະເພາະຜູ້ທີ່ມາລົງທຶນໃໝ່ໃນປີ 2019 ຮອດປັດຈຸບັນແມ່ນໄດ້ມາດຕະຖານປະກອບມີ ອາໂນໄທ ສະປອດຕິ້ງ ຄລັບ ( Anothai Sport Club ) ເປັນ 3 ສະໜາມອິນດໍ ທີ່ໄດ້ມາດຕະຖານ, ຕຸ້ຍ ມໍເຕີ ກໍໄດ້ສ້າງສະໜາມອິນດໍ 1 ສະໜາມ ເຊິ່ງມີລູກຊາຍຊື່ ໄດມ່ອນ ນັກເທັນນິສດາວເດັ່ນທີມຊາດລາວ, ສະໜາມເທັນນິສທີ່ໂຮງຮຽນນາໆຊາດ Heathfield International School Vientiane ແລະ ສະໜາມເທັນນິສທີ່ບ້ານດອນນົກຂຸ້ມກໍສ້າງອີກ 2 ສະໜາມ, ສ່ວນສະໜາມທີ່ຢູ່ຕ່າງແຂວງກໍມີຢູ່ ແຂວງຊຽງຂວາງ 2 ສະໜາມ, ຫຼວງພະບາງ, ຈໍາປາສັກ ແລະ ສະຫວັນນະເຂດ ກໍມີສະໜາມເທັນນິສແລ້ວ.

ສຸດທ້າຍ ປະທານສະຫະພັນເທັນນິສແຫ່ງຊາດລາວ ຍັງກ່າວຍ້ອງຍໍຊົມເຊີຍຜູ້ທີ່ຮັກມັກໃນກີລາເທັນນິສ ແລະ ໄດ້ສ້າງສະໜາມເທັນນິສຂຶ້ນ ລວມເຖິງຜູ້ສະໜັບສະໜູນ ແລະ ນັກກີລາ ທີ່ເອົາໃຈໃສ່ໃນການພັດນາວົງການເທັນນິສລາວ ເຊື່ອວ່າສິ່ງເຫຼົ່ານີ້ຈະເຮັດໃຫ້ວົງການເທັນນິສລາວ ກ້າວສູ່ລະດັບພາກພື້ນ ແລະ ສາກົນໃນອະນາຄົດ.