ມອບ – ຮັບໜ້າທີ່ຫົວໜ້າ ຫ້ອງວ່າການແຂວງວຽງຈັນ

224

ປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງວຽງຈັນ ເຫັນດີຍົກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ພູຄຳ ສຸດທິຈັກ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ ວຽງຈັນ ຜູ້ເກົ່າ ເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກພາຍໃນແຂວງວຽງ, ພ້ອມທັງຍົກຍ້າຍ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ເປັນກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງວຽງຈັນ.

ໃນວັນທີ 6 ມັງກອນ 2021 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດໃຫ້ມີພິທີມອບ – ຮັບໜ້າທີ່ຫົວໜ້າຫ້ອງວ່າການແຂວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ພູຄຳ ສຸດທິຈັກ ຫົວໜ້າຫ້ອງວ່າການແຂວງວຽງຈັນ ຜູ້ເກົ່າ ກັບ ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງ ວຽງຈັນ ຜູ້ໃໝ່, ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງວຽງຈັນ, ມີບັນດາພະນັກງານພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.

ในภาพอาจจะมี 1 คน, ข้อความพูดว่า "ปะทาบ"

ໃນພິທີ ທ່ານ ພູຄຳ ສຸດທິຈັກ ຫົວໜ້າຫ້ອງວ່າການແຂວງວຽງຈັນ ຜູ້ເກົ່າ ໄດ້ກ່າວມອບໜ້າທີ່ວ່າ: ຕະຫຼອດໄລຍະ 3 ປີກວ່າຜ່ານມາ ທີ່ຕົນເອງໄດ້ຮັບໜ້າທີ່ເປັນຫົວໜ້າຫ້ອງວ່າການແຂວງ ໄດ້ຊີ້ນຳໆພາວຽກງານຮອບດ້ານໃນຂອບເຂດທີ່ແຂວງວຽງຈັນໄດ້ຮັບການພັດທະນາມີຜົນສຳເລັດໃນຫຼາຍດ້ານ. ຄຽງຄູ່ກັນນັ້ນ, ກໍມີວຽກງານຈຳນວນໜຶ່ງທີ່ຍັງຄົງຄ້າງບໍ່ທັນໄດ້ຮັບຜົນສຳເລັດ ຈຶ່ງໄດ້ຂໍມອບໃຫ້ຫົວໜ້າຫ້ອງວ່າການແຂວງວຽງຈັນ ຜູ້ໃໝ່ ສືບຕໍ່ຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ในภาพอาจจะมี 2 คน, ผู้คนกำลังยืน และผู้คนอยู่บนเวที

ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງ ວຽງຈັນ ຜູ້ໃໝ່ ໄດ້ກ່າວຮັບເອົາໜ້າທີ່ໃໝ່ຢ່າງສົມກຽດ ພ້ອມແລ້ວທີ່ຈະຮ່ວມກັນກັບໝູ່ຄະນະສືບຕໍ່ຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຍັງຄົງຄ້າງໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

[ ຮູບ – ຂ່າວ: ບຸນມາ ແກ້ວບຸດດາ ]