ໄປສະນີລາວ ເຊັນສັນຍາຮ່ວມມືກັບ ຈົງທົງ ຂົນສົ່ງ

512

ບໍລິສັດ ລັດວິສາຫະກິດ ໄປສະນີລາວ ( ປນລ ) ຮ່ວມກັບ ບໍລິສັດ ຈົງທົງ ຂົນສົ່ງ ວ່ອງໄວ ຈຳກັດ ( ZTO Express ) ໄດ້ເຊັນສັນຍາຮ່ວມມືພັດທະນາດ້ານການຮັບຝາກ – ຂົນສົ່ງ ແລະ ແຈກຢາຍໃຫ້ມີຄວາມທັນສະໄໝ ບໍລິການປະຊາຊົນໃຫ້ທົ່ວເຖິງ ສາມາດສັ່ງຊື້ສິນຄ້າໄດ້ຢ່າງສະດວກສະບາຍວ່ອງໄວຫຼາຍຂຶ້ນ.

ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2021 ທີ່ບໍລິສັດ ລັດວິສາຫະກິດ ໄປສະນີລາວ ລະຫວ່າງ ທ່ານ ພູຫວີນ ຟອງສະໝຸດ ຜູ້ອຳນວຍການໃຫຍ່ ບໍລິສັດ

ລັດວິສາຫະກິດ ໄປສະນີລາວ ກັບ ທ່ານ ຫຼຽງ ມິງ ຟາງ ( Liang Ming Fang ) ຜູ້ບໍລິຫານ ບໍລິສັດ ຈົງທົງ ຂົນສົ່ງ ວ່ອງໄວ ຈຳກັດ; ມີຮອງຜູ້ອຳນວຍການ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ພູຫວີນ ຟອງສະໝຸດ ກ່າວວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້ພວກເຮົາໄດ້ມີການວິເຄາະເງື່ອນໄຂຕ່າງໆມາເປັນເວລາ 1 ປີ ແລະ ຈຸດປະສົງຂອງການຮ່ວມມື ຄື:

1). ເພື່ອຕອບສະໜອງການບໍລິການຂົນສົ່ງ ໂລຈິສຕິກ ໂດຍ 2 ບໍລິສັດມີຈຸດປະສົງອັນດຽວກັນໃນຂະຫຍາຍການບໍລິການປະຊາຊົນໃຫ້ກວ້າງຂວາງ, ສະເພາະການຂົນສົ່ງ, ແຈກຢາຍ ໂດຍນຳໃຊ້ທ່າແຮງຂອງແຕ່ລະຝ່າຍໃນຮູບລັກສະນະປະສົມປະສານ ເຊັ່ນ: ນຳໃຊ້ຕານ່າງບໍລິການໄປສະນີລາວ ທີ່ກວມເກືອບ 90% ຂອງພື້ນທີ່ໃນຂອບເຂດທົ່ວປະເທດ ເຂົ້າໃນການແຈກຢາຍສິນຄ້າ ແລະ ພັດສະດຸພັນໄປສະນີຂອງ ບໍລິສັດ ZTO ບໍລິການປະຊາຊົນໃຫ້ທົ່ວເຖິງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ผู้คนอยู่บนเวที และสถานที่ในร่ม

2). ຮ່ວມມືກັນໃນການສັ່ງຊື້ ແລະ ສະໜອງສິນຄ້າຕາມ ຄວາມຫວັງ ແລະ ຄວາມຕ້ອງການຂອງຍຸກການຄ້າເອເລັກໂຕຣນິກ ຫຼື Ecommerce ທີ່ກຳລັງໄດ້ຮັບການພັດທະນາຢ່າງກວ້າງຂວາງ ແລະ ກ້າວກະໂດດໃນປັດຈຸບັນ.

3). ທັງ 2 ບໍລິສັດ ມອງເຫັນທ່າແຮງການຂະຫຍາຍຕົວຂອງທຸລະກິດຂະໜາດນ້ອຍ ແລະ ກາງພາຍໃນປະເທດຂອງ ສປປ ລາວເຮົາ ທີ່ມີສິນຄ້າທີ່ເປັນເອກະລັກຂອງທ້ອງຖິ່ນ ແລະ ສິນຄ້າປອດສານພິດອໍເກນິກ ( Organic ) ເຊິ່ງມີຄວາມສາມາດໃນການພັດທະນາເປັນສິນຄ້າສົ່ງອອກໄປຕ່າງປະເທດຕ່າງໆ, ບັນດາປະເທດເພື່ອນບ້ານອາດເປັນໜຶ່ງໃນຈຳນວນຕະຫຼາດທີ່ໝັ້ນຄົງສົມຄວນ.

4). ໄປສະນີລາວມີຄວາມຈຳເປັນທີ່ຈະຕ້ອງພັດທະນາຄຸນນະພາບການບໍລິການໃຫ້ມີຄວາມຫຼາກຫຼາຍຕາມທິດທາງຂອງເສດຖະກິດດິຈິຕອນ ເຊິ່ງເຫັນໄດ້ສັກກະຍະພາບຂອງ ຈົງທົງ ທີ່ເປັນບໍລິສັດທີ່ມີຄວາມສາມາດຫຼາຍດ້ານ ແລະ ເປັນບໍລິສັດໃນແຖວໜ້າຂອງ ສປ ຈີນ ໃນການບໍລິການ Ecom merce, ການຕະຫຼາດ ແລະ ບໍລິການທີ່ທັນສະໄໝ ແລະ ມີຄຸນນະພາບ ໂດຍຈຸດນີ້ພວກເຮົາມີເປົ້າໝາຍຈະຊ່ວຍເຫຼືອກັນ ເພື່ອຜົນສຳເລັດໃນຂ້າງໜ້າ ໂດຍສະເພາະການພັດທະນາດ້ານ ITແລະ ບຸກຄະລາກອນ. ສະນັ້ນ, ຈຶ່ງເປັນຂີດໝາຍທີ່ສຳຄັນທີ່ສຸດສຳລັບການພັດທະນາຮ່ວມມືທັງໄລຍະສັ້ນ ແລະ ຍາວບໍລິສັດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ผู้คนอยู่บนเวที และสถานที่ในร่ม

ທ່ານ ຫຼຽງ ມິງ ຟາງ ກ່າວວ່າ: ຫຼັງຈາກການເຊັນສັນຍາພວກເຮົາມີແຜນການຝຶກອົບຮົມໃຫ້ແກ່ພະນັກງານທີ່ຮັບຜິດຊອບ ໂດຍຫວັງຢ່າງຍິ່ງວ່າຜູ້ຮັບຜິດຊອບຈະໃຫ້ຄວາມຮ່ວມມືໃນການເຮັດວຽກຢ່າງຕັ້ງໜ້າ ເຊິ່ງພວກເຮົາຕ້ອງອົດທົນຢຶດໝັ້ນຢ່າງໜັກແໜ້ນຈົນກວ່າທາງລົດໄຟເປີດນໍາໃຊ້, ສະນັ້ນນີ້ແມ່ນໂອກາດດີທີ່ພວກເຮົາຈະເຕີບໂຕ ແລະ ຈະເປັນສູນກາງຂອງການຂົນສົ່ງ ຈີນ – ລາວ ທີ່ດີ. ພ້ອມດຽວກັນນີ້, ພວກເຮົາຍັງໄດ້ວາງແຜນເປີດການຂົນສົ່ງພາຍໃນປະເທດລາວ ຂົນສົ່ງໄປພາກພື້ນອາຊີຕາເວັນສ່ຽງໃຕ້ ເປັນຕົ້ນແມ່ນບັນດາປະເທດໄທ, ສສ ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ມາ ສປປ ລາວ.