ແຂວງບໍລິຄຳໄຊ ວາງເປົ້າພັດທະນາເສດຖະກິດ ຂະຫຍາຍຕົວ 5% ຂຶ້ນໄປ

982

ປີ 2021 ແຂວງບໍລິຄຳໄຊ ຈະໄດ້ສຸມໃສ່ພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ລະດັບ 5% ຂຶ້ນໄປ ຫຼັງຈາກທີ່ໃນປີ 2020 ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ – 19 ໂດຍເສດຖະກິດຂະຫຍາຍຕົວໄດ້ພຽງ 2,73%.

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2020 ແລະ ແຜນການ 2021 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ວ່າ: ໃນປີ 2020 ການພັດທະນາເສດຖະກິດ – ສັງຄົມຂອງແຂວງ ເຫັນວ່າມີຫຼາຍວຽກງານພົ້ນເດັ່ນ ເສດຖະກິດມີການຂະຫຍາຍ ຕົວໃນລະດັບ 2,73% ຄິດເປັນມູນຄ່າ 5.878 ຕື້ກີບ ເທົ່າກັບ 87,96% ຂອງແຜນການປີ ສະເລ່ຍລາຍຮັບຕໍ່ຫົວຄົນ 18,33 ລ້ານກີບ ຫຼື 2.136 ໂດລາ.

ສ່ວນການຈັດເກັບລາຍຮັບເຂົ້າງົບປະມານ 11 ເດືອນ ປີ 2020 ປະຕິບັດໄດ້ 481,65 ຕື້ກີບ ເທົ່າກັບ 80,93% ສາ ມາດດຶງດູດການລົງທຶນໄດ້ 1.187,88 ຕື້ກີບ ເທົ່າກັບ 57,97%.

ในภาพอาจจะมี 1 คน, ต้นพืช, อาหาร และสถานที่กลางแจ้ง

ມີເມືອງພົ້ນທຸກ 5 ເມືອງ, ຄອບຄົວພົ້ນທຸກ 49.879 ຄອບຄົວ ກວມເອົາ 93,19%, ບ້ານພົ້ນທຸກ 247 ບ້ານ, ຄອບຄົວພັດທະນາ 46.352 ຄອບຄົວ ເທົ່າກັບ 87% ແລະ ບ້ານພັດທະນາ 214 ບ້ານ ເທົ່າກັບ 73,54%.

ສຳລັບປີ 2021 ແຂວງບໍລິຄຳໄຊ ຈະໄດ້ສຸມໃສ່ພັດທະນາເສດຖະກິດ – ສັງຄົມ ຕາມເງື່ອນໄຂ ແລະ ທ່າແຮງທີ່ມີ ເພື່ອໃຫ້ບັນລຸຕາມຕົວເລກຄາດໝາຍທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໄດ້ຮັບຮອງດ້ວຍການເຕີບໂຕຂອງເສດຖະກິດທີ່ມີຄຸນນະພາບ ແລະ ຕາມທິດສົມດູນເທື່ອລະກ້າວ ຄາດຄະເນການຂະຫຍາຍຕົວລວມຍອດຜະລິດຕະພັນພາຍໃນ ( GDP ) ໃນລະດັບ 5% ຂຶ້ນໄປ ຄິດເປັນມູນຄ່າ 5.921,34 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 2.186 ໂດລາສະຫະລັດ.

ในภาพอาจจะมี 1 คน, สถานที่กลางแจ้ง

ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 2,7% ກວມເອົາ 24%, ຂະແໜງອຸດສາຫະກຳຂະຫຍາຍຕົວ 4,5% ກວມເອົາ 49% ແລະ ຂະແໜງບໍລິການ ຂະຫຍາຍຕົວ 8,2% ກວມເອົາ 27% ຂອງ GDP.