ເປີດຫ້ອງວາງສະແດງສິນຄ້າລາວ ຢູ່ຕາມາກະວາ ປະເທດຍີ່ປຸ່ນ

328

ຫ້ອງວາງສະແດງຜະລິດຕະພັນໄມ້ ບໍລິສັດ ມີຮາຊິ ປະເທດຍີ່ປຸ່ນ ໄດ້ເປີດຂຶ້ນໂດຍນໍາເອົາຜະລິດຕະພັນລາວ 3 ລາຍການຫຼັກ ລວມກວ່າ 10 ບໍລິສັດເຂົ້າຮ່ວມງານວາງສະແດງ ເພື່ອຊ່ວຍຍົກລະດັບ ແລະ ຕໍ່ຍອດການຜະລິດສິນຄ້າລາວໃຫ້ມີຄຸນນະພາບ ແລະ ປະລິມານຕາມຄວາມຕ້ອງການຂອງລູກຄ້າ.

ພິທີເປີດຫ້ອງວາງສະແດງສິນຄ້າລາວຂອງ ບໍລິສັດ ມິຮາຊີ ທີ່ເມືອງຕາມາກາວະ ປະເທດຍີ່ປຸ່ນ ຈັດຂຶ້ນວັນທີ 8 ມັງກອນ 2021 ທີ່ປະເທດຍີ່ປຸ່ນ ເຊິ່ງຝ່າຍລາວໄດ້ເຂົ້າຮ່ວມຜ່ານວິດີໂອທາງໄກທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍເປັນປະທານຂອງ ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ທ່ານ ຄໍາໄພ ສົມຊະນະ ປະທານສະມາຄົມເຟີນີເຈີລາວ, ທ່ານ ໂຍທິນ ເວດສະພົງ ປະທານເຄືອຂ່າຍທຸລະກິດອຸດສາຫະກຳປຸງແຕ່ງໄມ້, ທ່ານ ທອງສະຫວັນ ສຸລິຍະມາດ ປະທານສະມາຄົມປຸງແຕ່ງໄມ້ແຫ່ງຊາດລາວ; ມີຫົວໜ້າພະແນກ, ເຈົ້າຂອງທຸລະກິດໂຮງງານປຸງແຕ່ງໄມ້ເຂົ້າຮ່ວມ.

ທ່ານ ບົວວັນ ວິລະວົງ ກ່າວວ່າ: ລັດຖະບານ ສປປ ລາວ ຍາມໃດກໍໄດ້ມີນະໂຍບາຍສະໜັບສະໜູນເຕັມທີ່ໃນການພັດທະນາ ແລະ ປຸງແຕ່ງຜະລິດຕະພັນໄມ້ໃຫ້ເປັນສິນຄ້າສົ່ງອອກຕາມລະບຽບກົດໝາຍ, ລັດຖະບານໄດ້ເຂົ້າຮ່ວມໃນຂະບວນການຫັນການຜະລິດອຸດສາຫະກຳໄມ້ເຂົ້າໃນຂະບວນການຄ້າໄມ້ທີ່ຖືກກົດໝາຍ. ແຕ່ກໍຍັງມີຂໍ້ຈໍາກັດຫຼາຍດ້ານ ເປັນຕົ້ນແມ່ນຂາດແຮງງານທີ່ມີສີມື, ຂາດການເຂົ້າເຖິງຕະຫຼາດ. ສະນັ້ນ, ການນໍາສິນຄ້າເຂົ້າຮ່ວມງານວາງສະແດງຄັ້ງນີ້ກໍຈະເປັນການຊ່ວຍພັກດັນໃຫ້ຜູ້ປະກອບການລາວໄດ້ມີການແລກປ່ຽນບົດຮຽນການຜະລິດ, ການອອກແບບຜະລິດຕະພັນ, ການຕະຫຼາດ ລວມທັງຊ່ຽວຊານດ້ານຕ່າງໆມາຊ່ວຍຜູ້ປະກອບການລາວ ເພື່ອເຮັດໃຫ້ສິນຄ້າລາວຜະລິດໄດ້ຕາມ ຄວາມຕ້ອງການຂອງຕະຫຼາດປະເທດຍີ່ປຸ່ນ.

ในภาพอาจจะมี 14 คน, ผู้คนกำลังยืน และผู้คนกำลังนั่ง

ທ່ານ ໂຍທິນ ເວດສະພົງ ປະທານເຄືອຂ່າຍທຸລະກິດອຸດສາຫະກຳປຸງແຕ່ງໄມ້ ກ່າວວ່າ: ທີ່ມາຂອງການນໍາສິນຄ້າລາວໄປວາງສະແດງຢູ່ປະເທດຍີ່ປຸ່ນ ເນື່ອງຈາກ 2 ປີກ່ອນ ນັກທຸລະກິດຍີ່ປຸ່ນ ( ປະທານ ບໍລິສັດ ຮິຕາຊິ ) ມາຢ້ຽມຢາມງານວາງສະແດງສິນຄ້າໄມ້ລາວ, ຫຼັງຈາກນັ້ນກໍໄດ້ມີການປະສານງານເຊັນ ເອັມໂອຢູ ນໍາເອົາສິນຄ້າລາວໄປວາງສະແດງຢູ່ປະເທດຍີ່ປຸ່ນ, ການຈັດງານວາງສະແດງຄັ້ງນີ້ແມ່ນສືບຕໍ່ໃນການເຊັນເອັມໂອຢູ ຮ່ວມກັນນັບແຕ່ນັ້ນມາ.

ສໍາລັບຜົນໄດ້ຮັບອັນດັບທໍາອິດແມ່ນຄວາມເຂົ້າໃຈລະຫວ່າງນັກທຸລະກິດ 2 ປະເທດ ເຂົ້າໃຈວ່າຈະເຮັດແນວໃດໃນຕໍ່ໜ້າສິນຄ້າລາວຈະພະຍາຍາມພັດທະນາຄຸນນະພາບ ແລະ ປະລິມານໃຫ້ໄດ້. ສະນັ້ນ, ກັບມາພາຍໃນປະເທດເຮົາຈຶ່ງຕ້ອງມີຄວາມພະຍາຍາມຮ່ວມມືກັນ ໂດຍສະເພາະໃນ 3 ສະມາຄົມຕ້ອງຮ່ວມມືກັນ ແລະ ປະສານຂໍ້ມູນຮ່ວມກັນ.

ສໍາລັບສິນຄ້າທີ່ໄປວາງສະແດງຢູ່ະເທດຍີ່ປຸ່ນ ມີ 10 ບໍລິສັດ ມາຈາກສະມາຄົມປຸງແຕ່ງໄມ້ແຫ່ງຊາດ, ສະມາຄົມເຟີນີເຈີລາວ ແລະ ເຄືອຂ່າຍທຸລະກິດອຸດສາຫະກຳປຸງແຕ່ງໄມ້; ຜະລິດຕະພັນທີ່ສົ່ງໄປຂາຍໃນປະເທດຍີ່ປຸ່ນມີ: ຫວາຍ, ເຄື່ອງແກະສະຫຼັກ ແລະ ເຟີນີເຈີ.