ກວດໂຕຢ່າງຫາເຊື້ອໂຄວິດ-19 ໃຫ້ແກ່ໜ່ວຍງານຕ່າງໆ ທີ່ເຄື່ອນໄຫວຮັບໃຊ້ກອງປະຊຸມໃຫຍ່ ຄັງທີ XI ຂອງພັກ

93

Media Laos, ໃນຕອນເຊົ້າຂອງວັນທີ 9 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ (ICC) ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລົງກວດກາ ແລະ ເກັບໂຕຢ່າງໃຫ້ຈາກບັນດາໜ່ວຍງານທີ່ຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເພື່ອນຳໄປວິເຄາະ ແລະ ກວດກາຫາເຊື້ອພະຍາດໂຄວິດ-19. ກ່ອນມື້ເປີດກອງປະຊຸມໃນລະຫວ່າງວັນທີ 13-15 ມັງກອນ 2021 ນີ້ ເຊິ່ງປະກອບມີຫຼາຍພາກສ່ວນເຂົ້າເກັບໂຕຢ່າງນຳກັນ ປະກອບມີໜ່ວຍງານພິທີການ, ໜ່ວຍງານປ້ອງກັນຄວາມສະຫງົບ, ໜ່ວຍງານສື່ມວນຊົນ ແລະ ອື່ນໆ ກໍ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ.

ໃນການກວດກາເກັບໂຕຢ່າງໃນຄັ້ງນີ້ກໍ່ແມ່ນເພື່ອ ໃຫ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ດຳເນີນໄປຢ່າງສົມບູນ ຈົບງາມ ແລະ ປອດໄພຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດໃນທົ່ວໂລກ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ  ໄດ້ລາຍງານປະຈຳວັນທີ 8 ມັງກອນ 2021 ທີ່ກະຊວງສາທາລະນະສຸກວ່າ: ໃນວັນທີ 7 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 454 ຄົນ, ໃນນັ້ນ ມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 12 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 177 ຕົວຢ່າງຈາກແຮງງານລາວກັບມາແຕ່ໄທບໍ່ມີອາການ, 142 ຕົວຢ່າງຈາກແຮງງານຈີນບໍ່ມີອາການ, 7 ຕົວຢ່າງຈາກແຮງງານຫວຽດນາມບໍ່ມີອາການ, 111 ຕົວຢ່າງຈາກແຮງງານໄທບໍ່ມີອາການ, 4 ຕົວຢ່າງຈາກແຮງງານມຽນມາບໍ່ມີອາການ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 7 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ຮອດວັນທີ 8 ມັງກອນ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 218 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 88.368.358 ຄົນ, ເສຍຊິວິດ 1.904.030 ຄົນ ເຊິ່ງກວມເອົາ 2,15% ຂອງຜູ້ຕິດເຊື້ອທັງໝົດ,  ປິ່ນປົວຫາຍ 63.454.087 ຄົນ ເຊິ່ງກວມເອົາ 71,8% ຂອງຜູ້ຕິດເຊື້ອທັງໝົດ.