ກອງປະຊຸມລັດຖະບານເປີດກວ້າງທ້າຍສະໄໝ ໄດ້ເນັ້ນໜັກໃຫ້ຂະແໜງການກ່ຽວຂ້ອງຮີບຮ້ອນປັບປຸງ ການອຳນວຍຄວາມສະດວກ ການດຳເນີນທຸລະກິດຢູ່ ສປປ ລາວ

336

ລັດຖະບານ ຊຸດທີ VIII ໄດ້ໄຂກອງປະຊຸມເປີດກວ້າງທ້າຍສະໄໝ ຂຶ້ນ ລະຫວ່າງວັນທີ7-8 ມັງກອນ 2021 ເພື່ອປະກອບຄຳເຫັນໃສ່ 10 ເອກະສານສຳຄັນ ໂດຍສະເພາະແມ່ນບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020, ບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກການດຳເນີນທຸລະກິດຢູ່ ສປປ ລາວ, ລວມເຖິງຮ່າງແຜນຍຸດທະສາດການສົ່ງເສີມຜະລິດເປັນສິນຄ້າ.

ໃນຕອນບ່າຍຂອງວັນທີ 8 ມັງກອນ 2021 ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໄດ້ຖະແຫຼງຜົນຂອງກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝວ່າ: ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນໃນວັນທີ 7 ແລະ ປິດລົງໃນວັນທີ 8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ; ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ, ເຈົ້າແຂວງທົ່ວປະເທດ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມລັດຖະບານເປີດກວ້າງ ຄັ້ງນີ້ ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາ 10 ເອກະສານສໍາຄັນ.ສະເພະຫົວຂໍ້ທີ3 ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ແລະ ຄໍາສັ່ງ ເລກທີ 03/ນຍ, ລົງວັນທີ 21 ມັງກອນ 2020. ຜ່ານການປະກອບຄຳເຫັນ, ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ:


– ບັນດາຕົວຊີ້ວັດທີ່ໄດ້ກຳນົດໃນຄຳສັ່ງແລ້ວ, ແຕ່ຂະແໜງການກ່ຽວຂ້ອງ ຍັງບໍ່ທັນປັບປຸງສຳເລັດ ແມ່ນໃຫ້ຮີບຮ້ອນປັບປຸງ ແລະ ແກ້ໄຂໃຫ້ສຳເລັດໃນທ້າຍເດືອນ ມີນາ 2021.
– ບັນຫາໃດທີ່ຂະແໜງການກ່ຽວຂ້ອງ ທີ່ໄດ້ປັບປຸງແກ້ໄຂທາງດ້ານນິຕິກຳ ແລະ ລະບຽບການແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ໄປບໍ່ມາ ຫຼື ຍັງບໍ່ທັນເປັນເອກະພາບ ແມ່ນໃຫ້ກະຊວງແຜນການ ແລະ ການລົງທຶນ ຮີບຮ້ອນຊຸກຍູ້ພາກສ່ວນກ່ຽວຂ້ອງປະຕິບັດໂດຍໄວ.
– ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ປັບປຸງກົນໄກການປະສານງານໃນການອຳນວຍຄວາມສະດວກ ແລະ ກນປັບປຸງສະພາບແວດລ້ອມໃນການລົງທຶນ ລະຫວ່າງຂະແໜງການກ່ຽວ ຂ້ອງໃຫ້ວ່ອງໄວຂຶ້ນກວ່າເກົ່າ. ພ້ອມກັນນັ້ນ ກໍ່ໃຫ້ສົມທົບກັບຂະແໜງການກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ປັບປຸງຄຳສັ່ງ 02/ນຍ ເພື່ອໃຫ້ທັນກັບສະພາບການ.
– ໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າການເຊື່ອມໂຍງຂໍ້ມູນຜ່ານລະບົບເອເລັກໂຕຣນິກ ເຂົ້າໃນການຄົ້ນຄວ້າ ການອອກອະນຸຍາດລົງທຶນ.


– ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ບັນດາຂະແໜງການ ໃຫ້ຮີບຮ້ອນໃນການປັບປຸງບັນຊີກິດຈະການຄວບຄຸມ, ການສ້າງບັນຊີຮຽກການລົງທຶນ ແລະ ການສ້າງລາຍການເອກະສານ ທີ່ຕ້ອງໄດ້ປະກອບສຳລັບຂໍອະນຸມັດການລົງທຶນ ໃຫ້ສຳເລັດ.
– ໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບຂະແໜງການ ກ່ຽວຂ້ອງ ແລະ ທ້ອງຖິ່ນ ຊຸກຍູ້ ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດໂຄງການຕ່າງໆ ທີ່ໄດ້ຮັບອະນຸມັດໄປແລ້ວ ໃຫ້ສອດຄ່ອງຕາມສັນຍາສຳປະທານ ແລະ ຕາມກົດໝາຍ, ລະບຽບການກ່ຽວຂ້ອງ ຂອງ ສປປ ລາວ.