ເຕັກນິກການປູກໝາກແຕງເມລ່ອນອິນຊີ

101

ຫາກທ່ານເຄີຍກິນໝາກແຕງເມລ່ອນອິນຊີ ຈະສໍາຜັດໄດ້ເຖິງລົດຊາດຫອມຫວານໜ້າຮັບປະທານ ແລະ ບາງຄົນກໍຄິດຢາກປູກໄວ້ໃນສວນປະຈໍາເຮືອນ ເພື່ອຈະໄດ້ກິນເປັນປະຈໍາ. ມື້ນີ້ຜູ້ຂຽນໄດ້ນໍາເອົາວິທີການປູກມາເປັນຂໍ້ມູນພື້ນຖານໃຫ້ທ່ານໄດ້ນຳໄປທົດລອງປູກດ້ວຍວິທີງ່າຍດາຍ:
1. ກະກຽມເບ້ຍປູກໝາກແຕງເມລ່ອນ

ໃຫ້ເລືອກເມັດພັນທີ່ສົມບູນແລ້ວນຳໄປແຊ່ນ້ຳໄວ້ ປະມານ 6 ຊົ່ວໂມງ ຫຼື ສາມາດແຊ່ໄວ້ໜຶ່ງຄືນ. ຈາກນັ້ນ, ໃຫ້ເທນ້ຳອອກ ໂດຍນຳເມັດພັນທີ່ແຊ່ນ້ຳແລ້ວມາປະໄວ້ໃຫ້ສະເດັດນ້ຳກ່ອນ. ຫຼັງຈາກນັ້ນ, ໃຫ້ນຳເມັດພັນທີ່ແຊ່ນ້ຳແລ້ວລົງໃສ່ໃນຖາດທີ່ບັນຈຸດິນທີ່ກຽມໄວ້ໃນແຕ່ລະຂຸມໂດຍໃຫ້ໃສ່ 1 ເມັດຕໍ່ 1 ຂຸມ ແລ້ວຫົດນ້ຳໃຫ້ຊຸ່ມປະໄວ້ ແລະ ຫົດນ້ຳ 2 ຄັ້ງຕໍ່ວັນ ( ເຊົ້າ ແລະ ແລງ ) ຈົນກວ່າຕົ້ນກ້າຂອງໝາກແຕງຈະເລີ່ມງອກໄດ້ 7 – 10 ວັນ.

อาจเป็นรูปภาพของ ผลไม้ และกลางแจ้ง

  1. ການກະກຽມພື້ນທີ່ປູກ ແລະ ແປງປູກ.

ໃນນີ້ແມ່ນກໍລະນີການປູກໝາກແຕງເມລ່ອນໃນເຮືອນຮົ່ມທີ່ມີຂະໜາດ 6 x 14 ແມັດ, ກ່ອນອື່ນຕ້ອງເສຍຫຍ້າ ແລະ ອະນາໄມພື້ນທີ່ໃຫ້ສະອາດ. ຫຼັງຈາກນັ້ນ, ໃຫ້ກະກຽມໜານປູກ ໂດຍມີຂະໜາດກວ້າງ 50 ຊັງຕີແມັດ, ຍາວ 12 ແມັດ ໄລຍະຫ່າງລະຫວ່າງໜານ 80 ຊັງຕີແມັດ, ຍາວ 12 ແມັດ ໄລຍະຫ່າງລະຫວ່າງໜານ 80 ຊັງຕີແມັດ, ສ່ວນໄລຍະລະຫວ່າງຕົ້ນແມ່ນ 50 ຊັງຕີແມັດ. ດັ່ງນັ້ນ, ໃນເຮືອນຮົ່ມ 1 ຫຼັງຕາມຂະໜາດແມ່ນສາມາດປູກຕົ້ນໝາກແຕງໄດ້ 88 ຕົ້ນ. ຫຼັງຈາກນັ້ນ, ໃຫ້ຂຸດດິນເລິກປະມານ 30 ຊັງຕີແມັດ ໂດຍກະກຽມດິນໃຫ້ລະອຽດ ແລ້ວປັບປຸງດິນດ້ວຍປູນຂາວ, ໃນອັດຕາ 1:1 ປະສົມໃຫ້ເຂົ້າກັນແລ້ວຫວ່ານລົງໜານ 2 ກິໂລກຣາມຕໍ່ໜານ, ຫຼັງຈາກນັ້ນໃສ່ຝຸ່ນອິນຊີ 10 ກິໂລກຣາມຕໍ່ໜານ ແລ້ວຫົດນ້ຳໃສ່ຝຸ່ນຈຸລິນຊີໃນອັດຕາ 50 ຊີຊີຕໍ່ນ້ຳ 10 ລິດ. ຈາກນັ້ນ, ປົກຄຸມດ້ວຍຜ້າຢາງໄວ້ 7 ວັນ ແລ້ວເຈາະຂຸດຂຸມປູກທີ່ມີຂະໜາດ 15 x 15 ຊັງຕີແມັດ ແລ້ວໃສ່ຝຸ່ນອິນຊີຮອງພື້ນ 200 ກຣາມຕໍ່ຂຸມ.

อาจเป็นรูปภาพของ ผลไม้ และกลางแจ้ง

  1. ວິທີປູກ

ຫຼັງຈາກກຽມໜານປູກແລ້ວໃຫ້ນຳເອົາຕົ້ນກ້າທີ່ມີອາຍຸ 10 ວັນ ຫຼື ສັງເກດເຫັນວ່າຕົ້ນກ້າມີໃບແທ້ອອກມາແລ້ວຍ້າຍລົງປູກໃນຂຸມທີ່ກະກຽມໄວ້ ແລ້ວຫົດນ້ຳ 2 ຄັ້ງຕໍ່ວັນ.

  1. ການບົວລະບັດຮັກສາ

ຫຼັງຈາກປູກແລ້ວໃຫ້ຫົດນ້ຳ 2 ຄັ້ງຕໍ່ວັນ ແລະ ສີດຝຸ່ນນ້ຳຊີວະພາບໃນອັດຕາ 50 ຊີຊີຕໍ່ນ້ຳ 20 ລິດ ສີດທຸກໆ 7 ວັນ. ຫຼັງຈາກປູກໄດ້ 35 ວັນ ໝາກແຕງຈະອອກດອກແລ້ວໃຫ້ໃສ່ຝຸ່ນອິນຊີຊະນິດສູດເລັ່ງດອກ ເພື່ອໃຫ້ດອກແຂງແຮງ ແລະ ຕິດໝາກດີ, ໃນການກໍາຈັດສັດຕູພືດ, ພະຍາດ ແລະ ແມງໄມ້ຂອງໝາກແຕງ ແມ່ນໃຊ້ນ້ຳສະກັດສະໝຸນໄພປະສົມກັບຈຸລິນຊີ ໂດຍສີດທຸກໆ 5 ວັນ.

ไม่มีคำอธิบายรูปภาพ

  1. ການເກັບຜົນຜະລິດ

ເມື່ອໝາກແຕງອາຍຸໄດ້ 75 ວັນ ເລີ່ມຫຼຸດການໃຫ້ນ້ຳເຫຼືອພຽງ 1 ຄັ້ງຕໍ່ວັນ ແລະ ຢຸດການໃຫ້ນ້ຳກ່ອນການເກັບກ່ຽວ ເມື່ອໝາກແຕງອາຍຸໄດ້ 80 ວັນ ແລ້ວຈະສັງເກດເຫັນວ່າໝາກແຕງເລີ່ມມີກິ່ນຫອມ ສາມາດເກັບຜົນຜະລິດໄດ້ ເມື່ອໝາກແຕງມີອາຍຸ 85 ວັນ ( ສຳລັບໝາກແຕງແນວພັນ 85 ວັນ ແຕ່ບາງແນວພັນສາມາດເກັບກ່ຽວໄດ້ເມື່ອອາຍຸ 65 ວັນ ) ຫຼັງຈາກການເກັບກ່ຽວແລ້ວຄວນບົ່ມໄວ້ປະມານ 5 ມື້ກ່ອນບໍລິໂພກ ເພາະຈະເຮັດໃຫ້ໝາກແຕງເມລ່ອນມີລົດຊາດຫວານຂຶ້ນ.