ປີ 2020 ມີຜູ້ເສຍ ຊີວິດ 1 ພັນກວ່າຄົນຈາກອຸບັດເຫດ

143

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີ 2021 ແມ່ນໜັກໜ່ວງຫຼາຍໃນປະເທດຕ່າງໆ  ບໍ່ວ່າຈະຢູ່ທະວີບເອີຣົບ ຫຼື ອາຊີ. ຕໍ່ສະພາບການດັ່ງກ່າວ ສປປ ລາວ ກໍໄດ້ມີມາດຕະການຢ່າງເຂັ້ມງວດ ໃນການການສະກັດກັ້ນ, ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນເທດ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃນວັນທີ 7ມັງກອນ 2021 ວ່າ: ໃນວັນທີ 6 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 299 ຄົນ, ໃນນັ້ນ ມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ; 14 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 164 ຕົວຢ່າງຈາກແຮງງານລາວກັບມາແຕ່ໄທບໍ່ມີອາການ; 116 ຕົວຢ່າງຈາກແຮງງານຈີນບໍ່ມີອາການ, 4 ຕົວຢ່າງຈາກແຮງງານລາວມາແຕ່ຈີນບໍ່ມີອາການ.

ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 6 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 6 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 94.163 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 31 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.145 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ກ່າວອີກວ່າ: ມາຮອດວັນທີ 7 ມັງກອນ 2021 ທົ່ວໂລກມີການລາຍງານການລະບາດ ທັງໝົດ 218 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 87.481.502 ຄົນ; ເສຍຊິວິດ 1.887.103 ຄົນ, ປິ່ນປົວຫາຍ 62.955.256 ຄົນ.

ພະຍາດ ໂຄວິດ-19 ມີການແຜ່ລະບາດຢ່າງໜັກໃນທົ່ວໂລກ, ສະເພາະປະເທດເພື່ອນບ້ານຂອງພວກເຮົາ ບັນຫາສຳຄັນແມ່ນ ມີການລະບາດຮອບໃໝ່ ພົບຜູ້ຕິດເຊື້ອໃໝ່ ຫຼາຍຮ້ອຍຄົນພາຍໃນມື້ດຽວ ເຮັດໃຫ້ມີການຍົກລະດັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຢ່າງເຂັ້ມຂຸ້ນ.

ຕໍ່ກັບສະພາບການດັ່ງກ່າວ ຂໍຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຫຼີກລຽງການເດີນທາງໄປສະຖານທີ່ແອອັດ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ໂຄວິດ-19; ພ້ອມດຽວກັນ ກໍໃຫ້ໝັ່ນສັງເກດສຸຂະພາບຮ່າງກາຍຂອງຕົນເອງ, ລູກຫຼານ ແລະ ຄົນໃນຄອບຄົວ ຖ້າຫາກມີອາການ ຄ້າຍຄືໄຂ້ຫວັດ ກໍໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການກວດສຸຂະພາບໂດຍໄວ ແລະ ທຳການເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ໂດຍທັນທີ.

ສຳລັບ ການບໍລິໂພກອາຫານແຊ່ແຂງ ຫຼື ອາຫານທະເລ ແມ່ນສາມາດຮັບປະທານໄດ້ຕາມປົກກະຕິ ສິ່ງທີ່ສຳຄັນ ທີ່ທ່ານຄວນເອົາໃຈໃສ່ປະຕິບັດ ແມ່ນ: ຫຼີກລຽງການສຳຜັດໜ້າ, ຕາ, ປາກ, ດັງ ຂອງທ່ານ ເມື່ອສຳຜັດອາຫານແຊ່ແຂງ ຫຼື ອາຫານທະເລ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈລລ້າງມື, ຕ້ອງກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ຫຼີກລຽງອາຫານທະເລແບບດິບ ຫຼື ສຸກໆດິບໆ, ກິນຮ້ອນຊ້ອນກາງ, ບໍ່ໃຊ້ສິ່ງຂອງຮ່ວມກັບຄົນອື່ນ, ອາບນ້ຳປ່ຽນເສື້ອຜ້າທັນທີ ເມື່ອກັບຮອດບ້ານ.

ການປະຕິບັດທັງໝົດນີ້ ກໍແມ່ນເພື່ອສະກັດກັ້ນ, ປ້ອງກັນບໍໃຫ້ເກີດມີການຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດ ອອກເປັນວົງກວ້າງໃນ ສປປ ລາວ ຂອງພວກເຮົາ.