ລັດຖະບານ ຊຸດທີ VIII ໄຂກອງປະຊຸມເປີດກວ້າງທ້າຍສະໄໝ ປະກອບຄຳເຫັນໃສ່ 10 ເອກະສານສຳຄັນ

407

ລັດຖະບານ ຊຸດທີ VIII ໄດ້ໄຂກອງປະຊຸມເປີດກວ້າງທ້າຍສະໄໝ ຂຶ້ນປະກອບຄຳເຫັນໃສ່ 10 ເອກະສານສຳຄັນ ໂດຍສະເພາະແມ່ນບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020, ບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກການດຳເນີນທຸລະກິດຢູ່ ສປປ ລາວ, ລວມເຖິງຮ່າງແຜນຍຸດທະສາດການສົ່ງເສີມຜະລິດເປັນສິນຄ້າ.


ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ມັງກອນ 2021 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.


ສໍາລັບເນື້ອໃນຂອງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດຄໍາເຫັນ ຢ່າງມີຄວາມຮັບຜິດຊອບສູງ 10 ເອກະສານສໍາຄັນ ດັ່ງນີ້:
1. ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020).
2. ບົດລາຍງານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025).
3. ບົດລາຍງານຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ສປປ ລາວ (ຕາມຄຳສັ່ງ 02/ນຍ) ແລະ ການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການປັບປຸງວຽກງານບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ (ຄຳສັ່ງ 03)


4. ຮ່າງແຜນຍຸດທະສາດການສົ່ງເສີມຜະລິດເປັນສິນຄ້າ ຕິດພັນກັບກົນໄກການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າ ແລະ ການຄ້າຊາຍແດນ.
5. ບົດລາຍງານກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທຶນ.
6. ບົດລາຍງານຜົນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ຄຳສັ່ງ 15/ນຍ ປີ 2020.
7. ບົດລາຍງານ ກ່ຽວກັບການກະກຽມ ໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs)
8. ບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດ ແຜນການແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ.
9. ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ.
10. ທິດຜັນຂະຫຍາຍຜົນກອງປະຊຸມ ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈໍາປີ 2020.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະກອບຄໍາເຫັນ ໂດຍສະເພາະ ໃຫ້ລົງເລິກຕີລາຄາບັນຫາ ຢ່າງພາວະວິໄສ, ແທດຕົວຈິງ, ກະທັດຮັດ, ມີການວິເຄາະວິໄຈ ຕໍ່ຈຸດທີ່ຄົງຄ້າງ, ສາຍເຫດ ແລະ ມີການສະເໜີວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມ ຈະໄດ້ດໍາເນີນເປັນເວລາ 2 ວັນ ຄື ວັນທີ 7-8 ມັງກອນ 2021.