ນັກຮຽນມັດທະຍົມຕອນຕົ້ນ ວຽງແກ້ວ ເມືອງແບງ ໄດ້ຮັບເສື້ອກັນຫນາວ

243

ທ້າຍອາທິດຜ່ານມາ ທີ່ໂຮງຮຽນມັດທະຍົມຕອນຕົ້ນ ວຽງແກ້ວ ເມືອງແບງ ແຂວງອຸດົມໄຊ ໄດ້ມີພິທີມອບ ແລະ ແຈກຢາຍເສື້ອກັນໜາວໃຫ້ແກ່ນັກຮຽນຜູ້ທີ່ນອນຢູ່ຫໍພັກຂອງໂຮງຮຽນ ຈຳນວນ 68 ນ້ອງ, ຈຳນວນນັກຮຽນດັ່ງກ່າວແມ່ນຜູ້ທຸກຍາກ, ຂາດເຂີນ ແລະ ຢູ່ໄກຈາກໂຮງຮຽນ.

ໂຮງຮຽນມັດທະຍົມຕອນຕົ້ນ ວຽງແກ້ວ ຕັ້ງຢູ່ຫ່າງຈາກເທສະບານເມືອງແບງ 24 ກິໂລແມັດ, ມີຫ້ອງຮຽນທັງໝົດ 10 ຫ້ອງຮຽນ, ມີຄູ – ອາຈານທັງໝົດ 17 ຄົນ ແລະ ນັກຮຽນທັງໝົດ 240 ກວ່ານ້ອງ ຍິງ 120 ນ້ອງ; ໃນນັ້ນຜູ້ທີ່ນອນຢູ່ຫໍພັກມີທັງໝົດ 68 ນ້ອງ.

ເສື້ອກັນໜາວທີ່ນໍາມາມອບໃຫ້ກັບນ້ອງນັກຮຽນໃນຄັ້ງນີ້ ແມ່ນໄດ້ມາຈາກຄອບຄົວຂອງ ທ່ານ ອານຸສອນ ດີມະນີວົງ ແລະ ທ່ານ ຄຳເພົ້າ ອິນແກ້ວມະນີ ລວມທັງໝົດ 68 ຜືນ ມູນຄ່າ 5 ລ້ານ 5 ແສນກີບ ໂດຍແມ່ນ ທ່ານ ຄໍາເພົ້າ ອິນແກ້ວມະນີ ພ້ອມດ້ວຍຄະນະທີມງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກວຽກງານດ້ານຄວາມປອດໄພທາງຫຼວງ ລົງມອບ ແລະ ແຈກຢາຍເຄື່ອງຈຳນວນດັ່ງກ່າວ.

ການມອບເຄື່ອງຄັ້ງນີ້ກໍເພື່ອແບ່ງເບົາພາລະຂອງຄອບຄົວ, ເປັນການປະກອບສ່ວນໃນການຕ້ານໄພໜາວແກ່ນ້ອງນັກຮຽນທີ່ທຸກຍາກຂາດເຂີນ ແລະ ຢູ່ຫ່າງໄກສອກຫຼີກ ໂດຍມີຄະນະຫ້ອງການສຶກສາທິການ ແລະ ກີລາເມືອງແບງ, ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ວຽງແກ້ວ ພ້ອມດ້ວຍອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]