ປີໃໝ່ ລາຄາໃໝ່! ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ເລີ່ມ 8 ມັງກອນນີ້ເປັນຕົ້ນໄປ

290

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທົ່ວປະເທດ ໂດຍລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດນັບແຕ່ວັນທີ 8 ມັງກອນ 2021 ເປັນຕົ້ນໄປ.

ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0014/ອຄ.ກຄພນ, ລົງວັນທີ 7 ມັງກອນ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ກ່ຽວກັບການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ໂດຍການປັບລາຄາໃນຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນ້ໍາມັນເຊື້ອໄຟທຸກຊະນິດ ລົງ 50 ກີບ/ລິດ/ຊະນິດ ແລະ ປັບລາຄາ ແອັດຊັງພິເສດ ປັບຂຶ້ນ 180 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 130 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 70 ກີບ/ລິດ. ເຊິ່ງລາຄາໃໝ່ນີ້ ໃຫ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເວລາ 6:00ໂມງ ຂອງວັນທີ 8 ມັງກອນ 2021 ເປັນຕົ້ນໄປ.

ສໍາລັບການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານ້ໍາມັນເຊື້ອໄຟ ສະບັບເລກທີ 0017/ກຄພນ.ຄສລ, ລົງວັນທີ່ 7 ມັງກອນ 2021 ຈົນກວ່າຈະມີການປ່ຽນແປງ. ທັງນີ້, ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1195/ອຄ.ກຄພນ, ລົງວັນທີ 24 ທັນວາ 2020.