ດັ່ງທີ່ຫຼາຍທ່ານຮັບຮູ້ມາແລ້ວວ່າກ່ອນໜ້ານີ້ ໄດ້ມີແຈ້ງການກ່ຽວກັບການກໍານົດລາຄາຂາຍຊີ້ນໝູ ທັງຢູ່ໜ້າຟາມ, ໂຮງງານຂ້າສັດຕະຫລອດຮອດແມ່ຄ້າຂາຍຍ່ອຍຕາມທ້ອງຕະຫຼາດ ເຊິ່ງທົ່ວປະເທດຕ້ອງປະຕິບັດຕາມແຈ້ງການດັ່ງກ່າວ.
ຫຼ້າສຸດ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ລົງເຮັດໜ້າທີ່ ເຄື່ອນໄຫວກວດຕະຫຼາດ ພົບແມ່ຄ້າຂາຍຊີ້ນໝູເກີນລາຄາກໍານົດ ເຈົ້າໜ້າທີ່ຈຶ່ງຍຶດຊີ້ນໝູໄວ້ ພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມ ແມ່ຄ້າຄົນດັ່ງກ່າວ.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຕອນບ່າຍວັນທີ 5 ມັງກອນ 2021, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ຮ່ວມກັບຕຳຫຼວດເສດຖະກິດ ກອງບັນຊາການ ປກສ ແຂວງ ໄດ້ລົງເຄື່ອນໄຫວກວດກາການຊື້-ຂາຍຊີ້ນໝູ ຢູ່ຕະຫຼາດໃໝ່ປາກເຊ ນະຄອນປາກເຊ ເຊິ່ງໄດ້ກວດພົບຜູ້ທີ່ຂາຍຊີ້ນໝູ 50.000 ກີບ/ກິໂລກຼາມ ຢູ່ 1 ຮ້ານ ເຊິ່ງເກີນກວ່າລາຄາທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກຳນົດອອກ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຢຶດຊີ້ນໝູ ພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມ ຜູ້ລະເມີດຕາມບຽບການ.

ຈາກນັ້ນ, ເຈົ້າໜ້າທີ່ຍັງໄດ້ສ້າງບົດບັນທຶກກັບບັນດາຮ້ານຂາຍຊີ້ນໝູແຕ່ລະຮ້ານ ໃຫ້ຂາຍຊີ້ນໝູໃນລາຄາ ທີ່ທາງການກໍານົດໃຫ້ ຄື: ລາຄາ 40.000-45.000 ກີບ/ກິໂລກຼາມ, ຖ້າຂາຍເກີນລາຄານີ້ ເວລາມີຜູ້ບໍລິໂພກລາຍງານຕໍ່ເຈົ້າໜ້າທີ່ ຈະໄດ້ດໍາເນີນການປັບໃໝຕາມລະບຽບການ.

ພ້ອມດຽວກັນນັ້ນ, ຍັງຈະໄດ້ເອົາໃຈໃສ່ກວດກາບັນດາຜູ້ປະກອບການ ເຊັ່ນ: ຟາມລ້ຽງໝູ ແລະ ໂຮງງານທີ່ຊື້-ຂາຍ ຊີ້ນໝູພາຍໃນແຂວງ ໃຫ້ຂາຍຊີ້ນໝູຕາມໂຄງສ້າງລາຄາທີ່ກຳນົດໄວ້ ຄື: ລາຄາຊື້-ຂາຍໝູເປັນ ໜ້າຟາມ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກິໂລກຼາມ; ລາຄາຂາຍຍົກໝູທັງໂຕທີ່ໄດ້ຂ້າ, ຄົວ ແລະ ຊໍາແຫຼະແລ້ວ ສູງສຸດບໍ່ໃຫ້ເກີນ 31.000 ກີບ/ກິໂລກຼາມ; ລາຄາຊີ້ນໝູລວມຢູ່ຕະຫຼາດທົ່ວໄປ(ຂອດລູກຂຽງ) ສູງສຸດບໍ່ໃຫ້ເກີນ 34.000 ກີບ/ກິໂລກຼາມ; ລາຄາຊີ້ນໝູປະເພດໜຶ່ງ ສູງສຸດບໍ່ໃຫ້ເກີນ 45.000 ກີບ/ກິໂລກຼາມ; ລາຄາຊີ້ນໝູປະເພດສອງ ສູງສຸດບໍ່ໃຫ້ເກີນ 40.000 ກີບ/ກິໂລກຼາມ ຖ້າຂາຍເກີນໂຄງສ້າງລາຄາທີ່ທາງການກໍານົດໄວ້ ກໍຈະດໍາເນີນການການປັບໃໝຕາມລະບຽບການວາງໄວ້.
ຂໍ້ມູນຈາກ: ໜັງສືພິມຈໍາປາໃໝ່