ໂຍທາ ນວ ແກ້ໄຂບັນຫາຮົກເຮື້ອໃນຕົວເມືອງ ສຳເລັດຫຼາຍໜ້າວຽກ

408

ປີ 2020 ຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ບັນຫາຮົກເຮື້ອໃນຕົວເມືອງສຳເລັດຫຼາຍໜ້າວຽກ ພ້ອມທັງໄດ້ວາງແຜນວຽກໃນຕໍ່ໜ້າ ເພື່ອແກ້ໄຂບັນຫາດັ່ງກ່າວ.
ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ( ຍທຂ.ນວ ) ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ I

ກ່ຽວກັບການຈັດຕັ້ງປະຕິບັດວຽກຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ບັນຫາການຮົກເຮື້ອໃນຕົວເມືອງ ວ່າ: ອີງໃສ່ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ແຕ່ລະພາກສ່ວນແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍມາຮອດປັດຈຸບັນສາມາດຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະເສັ້ນທາງສາຍຫຼັກລວມມີ 21 ເສັ້ນ ທີ່ຂຶ້ນກັບ 6 ເມືອງໃນ ເພື່ອແນໃສ່ເຮັດໃຫ້ຕົວເມືອງມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍຕາມຄຳຂວັນ 6 ສ ທີ່ທາງ ນວ ວາງອອກ.

ในภาพอาจจะมี ท้องฟ้า, ต้นไม้, รถยนต์ และสถานที่กลางแจ้ง

ຜ່ານການຈັດຕັ້ງປະຕິບັດວຽກໃນໄລຍະປີ 2020 ຜ່ານມາ ທາງພະແນກ ຍທຂ.ນວ ໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະຕາມຖະໜົນສາຍຫຼັກ ຈຳນວນ 21 ເສັ້ນຢູ່ ນວ ຢ່າງເປັນປົກກະຕິ ຄື:

ວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍໄດ້ລົງສົມທົບກັບຄະນະຈັດສັນຂອງບັນດາເມືອງ ໃນການຍົກຍ້າຍຄົນຂາຍເຄື່ອງອອກຕາມແຄມທາງ, ທາງຄົນຍ່າງຈໍານວນ 149 ກໍລະນີ; ຍົກຍ້າຍກອງຫີນ, ກອງຊາຍ, ກອງວັດສະດຸກໍ່ສ້າງ ແລະ ຄົນຂາຍເຄື່ອງຕາມແຄມທາງທີ່ນອນໃນເຂດສະຫງວນຂອງທາງ ແລະ ທາງຄົນຍ່າງ ຈຳນວນ 152 ກໍລະນີ, ໄດ້ລົງເກັບກໍາຂໍ້ມູນການບຸກລຸກລັກຖົມດິນໂດຍບໍ່ໄດ້ຮັບອະນຸຍາດ ພ້ອມໃຫ້ຢຸດເຊົາ ຈຳນວນ 28 ກໍລະນີ, ໄດ້ຂໍເຂົ້າມາຂໍອະນຸຍາດຕາມລະບຽບການ ຈຳນວນ 24 ກໍລະນີ, ໄດ້ລົງສໍາຫຼວດຈຸດທີ່ມີນໍ້າຖ້ວມຂັງໃນໄລຍະລະດູຝົນ 12 ຈຸດ ແລະ ໄດ້ແກ້ໄຂ 5 ຈຸດ ຄື: ເຂດບ້ານພະຂາວ, ບ້ານສະພັງມຶກ, ບ້ານດອນນົກຂຸ້ມ ແລະ ເຂດບ້ານສີໄຄທົ່ງ.

ในภาพอาจจะมี 1 คน

ລົງແກ້ໄຂການຮ້ອງຟ້ອງ ແລະ ການສະເໜີຂອງພໍ່ແມ່ປະຊາຊົນ ກ່ຽວກັບການປຸກສ້າງທີ່ມີຜົນກະທົບກັບຂ້າງຄຽງ ຈຳນວນ 52 ກໍລະນີ, ແກ້ໄຂໄດ້ແລ້ວ 41 ກໍລະນີ; ໄດ້ເຊີນຜູ້ປະກອບການທີ່ກໍ່ສ້າງ ແລະ ດຳເນີນກິດຈະການທີ່ບໍ່ຖືກລະບຽບກົດໝາຍ, ມາດຕະຖານເຕັກນິກການຄຸ້ມຄອງການກໍ່ສ້າງ ມາປະຊຸມປຶກສາຫາລືແກ້ໄຂບັນຫາ ຈຳນວນ 37 ຄັ້ງ ໄດ້ແກ້ໄຂແລ້ວ 35 ຄັ້ງ.

ໄດ້ລົງຕັດປ້າຍໂຄສະນາທີ່ຕັ້ງບໍ່ຖືກຕ້ອງຕາມລະບຽບການຢູ່ຕາມຖະໜົນທີ່ສຳຄັນສາຍຕ່າງໆ ຄື: ຖະໜົນເຕສອງ ມີຈຳນວນ 32 ປ້າຍ ແລະ ຮື້ຖອນຂາຍເຄື່ອງ, ເທີບເງີບທີ່ນອນຢູ່ໃນເຂດສະຫງວນຂອງທາງ 17 ກໍລະນີ, ຖະໜົນ 450 ປີ ມີ 73 ປ້າຍ ແລະ ຮື້ຖອນຕູບຂາຍເຄື່ອງ, ເທີບເງີບທີ່ນອນຢູ່ໃນເຂດສະຫງວນຂອງທາງ 38 ກໍລະນີ, ໄດ້ລົງສໍາຫຼວດການຕິດຕັ້ງປ້າຍບໍ່ຖືກລະບຽບ ແລະ ບໍ່ໄດ້ຮັບອະນຸຍາດ ພ້ອມທັງຍົກຍ້າຍອອກ 123 ຈຸດ ແລະ ລົງແກ້ໄຂປ້າຍ 85 ຈຸດ ແລະ ໄດ້ລົງກວດກາສະຖານທີ່ກໍ່ສ້າງທີ່ໄດ້ສ້າງຜົນກະທົບ ແລະ ເຮັດໃຫ້ເສັ້ນທາງເປື້ອນເປິ ພ້ອມລ້າງໃຫ້ສະອາດ ຈຳນວນ 65 ຄັ້ງ.

ไม่มีคำอธิบายรูปภาพ

ພ້ອມດຽວກັນ, ຍທຂ.ນວ ຍັງໄດ້ວາງແຜນວຽກໃນຕໍ່ໜ້າ ໂດຍການແກ້ໄຂໄລຍະສັ້ນ ແລະ ໄລຍະຍາວ ເຊັ່ນ: ສືບຕໍ່ຕິດຕາມກວດກາຢ່າງເປັນປົກກະຕິ ແລະ ປະຕິບັດລະບຽບຕໍ່ຜູ້ບຸກລຸກຢ່າງເດັດຂາດ, ລົງສົມທົບກັບອຳນາດການປົກຄອງບ້ານ ເພື່ອເປັນເຈົ້າການ ແລະ ມີສ່ວນຮ່ວມຊ່ວຍພາກລັດ, ປະຕິບັດຕາມທິດຊີ້ນຳຂອງທ່ານເຈົ້າຄອງໃນການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ, ປັບປຸງແຕ້ມເຄື່ອງໝາຍຈະລາຈອນ, ລົງໂຄສະນາ ແລະ ປູກຈິດສຳນຶກນຳບັນດາໂຮງຮຽນ, ສະຖາບັນການສຶກສາ ເພື່ອໃຫ້ຮູ້ ແລະ ເຄົາລົບກົດລະບຽບຕ່າງໆ.