ນວ ຍັງສາມາດຄວບຄຸມ ອັດຕາວ່າງງານຢູ່ໃນເກນບໍ່ເກີນ 2%

184

ປີ 2020 ຜ່ານມາ ນະຄອນຫຼວງວຽງຈັນ ມີກຳລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານ ຈໍານວນ 345.560 ຄົນ. ໃນນີ້, ມີຜູ້ວ່າງງານ 5.230 ຄົນ ຖືວ່າອັດຕາວ່າງງານແມ່ນຢູ່ໃນເກນທີ່ສາມາດຄວບຄຸມໄດ້ບໍ່ເກີນ 2% ຕໍ່ປີ.

ທ່ານ ນາງ ລຳມອນ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ I ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຈັດຫາວຽກເຮັດງານທໍາໃຫ້ປະຊາຊົນ ນວ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VI ( 2016 – 2020 ) ຂອງ ນວ ກໍຄືການບັນລຸແຜນພັດທະນາສີມືແຮງງານ ແລະ ຈັດຫາງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ເພື່ອຄວບຄຸມອັດຕາການວ່າງງານໃນ ນວ ໃຫ້ຢູ່ໃນລະດັບ 2% ຕໍ່ປີ.

ในภาพอาจจะมี 1 คน, กำลังนั่ง

ຜົນການເກັບກຳຂໍ້ມູນປີ 2020 ນວ ມີກຳລັງແຮງງານທີ່ພ້ອມເຂົ້າສູ່ຕະຫຼາດແຮງງານ ຈໍານວນ 345.560 ຄົນ ຍິງ 177.907 ຄົນ. ໃນນີ້, ມີຜູ້ວ່າງງານ ຈຳນວນ 5.230 ຄົນ ຍິງ 2.781 ຄົນ ຖືວ່າການຄວບຄຸມອັດຕາການວ່າງງານໃນ ນວ ແມ່ນຢູ່ໃນເກນທີ່ສາມາດຄວບຄຸມໄດ້ບໍ່ເກີນ 2% ຕໍ່ປີ.

ດ້ານການຈັດຕັ້ງປະຕິບັດການພັດທະນາສີມືແຮງງານ ໄດ້ສ້າງຕັ້ງເຄືອຂ່າຍປະສານງານໃນປີ 2019 ມີທັງໝົດ 33 ພາກສ່ວນໃນຈຳນວນນີ້ມີຕາງໜ້າຈາກບໍລິສັດຈັດຫາງານ, ຫົວໜ່ວຍແຮງງານ, ວິທະຍາໄລ, ສະຖາບັນຝຶກວິຊາຊີບ ແລະ ອົງການຈັດຕັ້ງພາກລັດ ເຊິ່ງເຮັດໜ້າທີ່ໃນການສົ່ງຕໍ່ຂໍ້ມູນ – ຂ່າວສານດ້ານການພັດທະນາສີມືແຮງງານ ແລະ ການຈັດຫາງານ ພ້ອມທັງເຮັດໜ້າທີ່ຝຶກອົບຮົມເພື່ອພັດທະນາສີມື, ທັກສະຄວາມຮູ້ຂອງແຮງງານກ່ອນເຮັດວຽກ; ປະສານສົມທົບກັບບັນດາສະຖາບັນພັດທະນາສີມືແຮງງານ, ບັນດາໂຮງຮຽນ, ບັນດາສູນຝຶກວິຊາຊີບທັງພາກລັດ ແລະ ພາກເອກະຊົນ ຈັດຕັ້ງປະຕິບັດການພັດທະນາສີມືແຮງງານກັບທີ່, ເຄື່ອນທີ່ໃຫ້ຊາວໜຸ່ມທົ່ວໄປ, ຊາວໜຸ່ມຜູ້ດ້ອຍໂອກາດບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນການສຶກສາຕ່າງໆທີ່ຢູ່ຫ່າງໄກສອກຫຼີກ. ທັງນີ້, ຖ້າທຽບໃສ່ແຜນການທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແບ່ງປັນໃຫ້ຕາມແຜນ 2020 ສາມາດປະຕິບັດໄດ້ເທົ່າກັບ 95,86% ( ຂອງແຜນການປີ 6.500 ຄົນ ).

ในภาพอาจจะมี 3 คน

ດ້ານການຈັດຫາງານ ໄດ້ຈັດງານນັດພົບແຮງງານເພື່ອສ້າງໂອກາດໃຫ້ຫົວໜ່ວຍແຮງງານ ແລະ ຜູ້ຊອກວຽກເຮັດງານທຳໄດ້ມີເວທີພົບປະກັນ ແລະ ນຳໄປສູ່ການຫຼຸດຜ່ອນການວ່າງງານ ແລະ ການຂາດແຄນດ້ານແຮງງານ ເຊິ່ງງານປີນີ້ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 1.855 ຄົນ ຍິງ 1.166 ຄົນ. ໃນນີ້, ມີຜູ້ລົງທະບຽນຊອກວຽກເຮັດງານທໍາ ຈຳນວນ 1.635 ຄົນ ຍິງ 1.027 ຄົນ ແລະ ພວກເຮົາໄດ້ຈັດກຽມເວັບໄຊຂໍ້ມູນ – ຂ່າວສານຕະຫຼາດແຮງງານ www.lmi.gov.la, ເວັບໄຊຈັດຫາງານສາທາລະນະ www.pes.gov.la ເພື່ອອຳນວຍຄວາມສະດວກໃຫ້ຫົວໜ່ວຍແຮງງານໄດ້ປະກາດຕຳແໜ່ງງານວ່າງ ແລະ ຜູ້ຊອກວຽກໄດ້ລົງທະບຽນຊອກວຽກເຮັດງານທໍາຜ່ານທາງເວັບໄຊ.