5 ປີຜ່ານມາ ເສດຖະກິດແຫ່ງຊາດຂະຫຍາຍຕົວ 5,8% ສະເລ່ຍລາຍໄດ້ຕໍ່ຫົວຄົນ ເທົ່າກັບ 2.664 ໂດລາ

190

5 ປີຜ່ານມາ ເສດຖະກິດແຫ່ງຊາດຂະຫຍາຍຕົວ 5,8% ຕໍ່ປີ ສະເລ່ຍລາຍໄດ້ຕໍ່ຫົວຄົນ ໃນປີ 2020 ຄາດວ່າຈະບັນລຸ 2.664 ໂດລາສະຫະລັດ, ການລະດົມທຶນທົ່ວສັງຄົມຄາດວ່າຈະປະຕິບັດໄດ້ 169.741 ຕື້ກີບ; ດ້ານການຜະລິດ ແລະ ການບໍລິການສິນຄ້າ ເຫັນວ່າມີທ່າຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມ.

ອີງຕາມການລາຍງານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 ) ໄດ້ກໍານົດ 3 ເປົ້າໝາຍໃຫຍ່ ( ດ້ານເສດຖະກິດ, ດ້ານສັງຄົມ ແລະ ດ້ານສິ່ງແວດລ້ອມ ), ໃນການຈັດຕັ້ງປະຕິບັດຕົວຈິງແມ່ນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ ແລະ ລັດຖະບານບວກກັບຄວາມບຸກບືນສູງຂອງບັນດາຂະແໜງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ຂອງປະຊາຊົນ ລວມທັງການສະໜັບສະໜູນຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ເຮັດໃຫ້ການພັດທະນາເສດຖະກິດ – ສັງຄົມ ເຖິງຈະປະເຊີນກັບຄວາມຫຍຸ້ງຍາກຕ່າງໆຢ່າງໜັກໜ່ວງກໍຕາມ ແຕ່ກໍຍັງສາມາດປະຄອງຕົວຜ່ານພົ້ນຈຸດມໍລະສຸມຕ່າງໆ ແລະ ຫຼີກລຽງວິກິດການໄດ້ໃນລະດັບດີສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ໂຄງການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດ ຍັງສືບຕໍ່ການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າດີ ສາມາດສະຫຼຸບຕີລາຄາໂດຍສັງເຂບໄດ້ ດັ່ງນີ້:

ในภาพอาจจะมี ท้องฟ้า และสถานที่กลางแจ้ง

1. ເປົ້າໝາຍດ້ານເສດຖະກິດ

ດ້ານການເຕີບໂຕຂອງເສດຖະກິດ ສະເລ່ຍ 5 ປີ ເພີ່ມຂຶ້ນປະມານ 5,8% ຕໍ່ປີ, ຫຼຸດຄາດໝາຍທີ່ກໍານົດໄວ້ ( ມະຕິສະພາ 7,2% ) ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ແຕ່ຖ້າທຽບໃສ່ປະເທດອ້ອມຂ້າງໃນພາກພື້ນ ເຫັນວ່າຍັງຢູ່ໃນລະດັບສູງ, GDP ຕໍ່ຫົວຄົນ ໃນປີ 2020 ຄາດວ່າຈະບັນລຸ 2.664 ໂດລາສະຫະລັດ ເທົ່າກັບ 89,45% ຂອງແຜນການ ( ມະຕິສະພາ 2.978 ໂດລາສະຫະລັດ ).

ການລະດົມທຶນທົ່ວສັງຄົມຄາດວ່າຈະປະຕິບັດໄດ້ 169.741 ຕື້ກີບ ເທົ່າກັບ 97,9% ຂອງແຜນການ ຫຼື ເທົ່າກັບ 26,9% ຂອງ GDP ( ມະຕິສະພາ 173.329 ຕື້ກີບ ); ໃນນີ້ການລົງທຶນຈາກງົບປະມານຂອງລັດ ຄາດວ່າຈະປະຕິບັດໄດ້ 17.099 ຕື້ກີບ ເທົ່າກັບ 10,1% ຂອງການລົງທຶນທັງໝົດ ( ມະຕິສະພາ 12 – 15% ); ການລົງທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ ( ODA ) ຄາດວ່າຈະປະຕິບັດໄດ້ 29.666 ຕື້ກີບ ເທົ່າກັບ 17,5% ຂອງການລົງທຶນທັງໝົດ ( ມະຕິສະພາ 15 – 24% ); ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ຄາດວ່າຈະປະຕິບັດໄດ້ 86.127 ຕື້ກີບ ເທົ່າກັບ 50,7% ຂອງການລົງທຶນທັງໝົດ ( ມະຕິສະພາ 40 – 49% ).

ในภาพอาจจะมี ท้องฟ้า, เมฆ, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

ສາມາດເກັບລາຍຮັບໄດ້ທັງໝົດ 120.422 ຕື້ກີບ ເທົ່າກັບ 98,4% ຂອງແຜນ ( ທີ່ໄດ້ຮັບການດັດແກ້ໃນແຕ່ລະປີ ) ສະເລ່ຍເທົ່າກັບ 15,9% ຂອງ GDP ຫຼື ທຽບໃສ່ການປະຕິບັດ 5ປີຜ່ານມາ ( 2011 – 2015 ) ເພີ່ມຂຶ້ນ 20%; ລາຍຈ່າຍທັງໝົດ ປະຕິບັດໄດ້ 156.351 ຕື້ກີບ ເທົ່າກັບ 95,9% ຂອງແຜນການ ( ທີ່ໄດ້ຮັບການດັດແກ້ໃນແຕ່ລະປີ ) ສະເລ່ຍເທົ່າກັບ 20,6% ຂອງ GDP, ຂາດດຸນງົບປະມານສະເລ່ຍໄລຍະ 5 ປີ ຢູ່ໃນລະດັບ 4,73% ຂອງ GDP ( ມະຕິສະພາບໍ່ເກີນ 5% ຂອງ GDP ).

ດ້ານການຜະລິດ ແລະ ການບໍລິການສິນຄ້າ ເຫັນວ່າມີທ່າຂະຫຍາຍຕົວ ແລະ ສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ ເປັນຕົ້ນມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປະຕິບັດໄດ້ 54.683 ຕື້ກີບ ສະເລ່ຍເພີ່ມຂຶ້ນ 14,73% ຕໍ່ປີ ( ແຜນການສະເລ່ຍເພີ່ມຂຶ້ນ 15% ຕໍ່ປີ ), ມູນຄ່າການຈໍລະຈອນສິນຄ້າ ປະຕິບັດໄດ້ 284.401 ຕື້ກີບ ສະເລ່ຍເພີ່ມຂຶ້ນ 10,5% ຕໍ່ປີ ( ແຜນການສະເລ່ຍເພີ່ມຂຶ້ນ 12% ຕໍ່ ປີ ).

ในภาพอาจจะมี 1 คน, ผลไม้, ต้นพืช, สถานที่กลางแจ้ง และอาหาร

ບັນດາໂຄງການໄຟຟ້າ, ບໍ່ແຮ່ ແລະ ໂຄງການໃນເຂດເສດຖະກິດພິເສດ ໄດ້ສືບຕໍ່ດໍາເນີນການຜະລິດ ເພື່ອສົ່ງອອກໄດ້ຢ່າງຕໍ່ເນື່ອງ ໂດຍຄາດຄະເນການສົ່ງອອກກະແສໄຟຟ້າ ໄດ້ 129.605 ລ້ານກິໂລວັດໂມງ ເທົ່າກັບ 7.203 ລ້ານໂດລາ ທຽບໃສ່ແຜນການ 5 ປີ ຄັ້ງທີ VII ເພີ່ມຂຶ້ນ 164%, ມູນຄ່າການສົ່ງອອກແຮ່ທາດ ຄາດວ່າຈະປະຕິບັດໄດ້ 6,66 ຕື້ໂດລາສະຫະລັດ ແລະ ມູນຄ່າການສົ່ງອອກໃນເຂດເສດຖະກິດພິເສດ ຄາດວ່າຈະປະຕິບັດໄດ້ 1,52 ຕື້ໂດລາສະຫະລັດ ( ໃນນີ້ພົ້ນເດັ່ນແມ່ນເຂດເສດຖະກິດພິເສດສະຫວັນ – ເຊໂນ ຄາດວ່າຈະສົ່ງອອກໄດ້ 1,28 ຕື້ໂດລາ ).

2. ເປົ້າໝາຍດ້ານສັງຄົມ

ວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ: ອີງຕາມຜົນການສໍາຫຼວດຕາມມາດຖານ 309/ນຍ ໂດຍກະຊວງກະສິກໍາ ແລະ ປ່າໄມ້ ໃນປີ 2019 ຄອບຄົວທຸກຍາກຍັງເຫຼືອ 62.384 ຄອບຄົວ ຫຼື ເທົ່າກັບ 5,16% ຂອງຄອບຄົວທັງໝົດ, ອີງຕາມຜົນການສໍາຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຄົວເຮືອນ ( LECS 6 ) ໃນປີ 2018 – 2019 ອັດຕາຄວາມທຸກຍາກຫຼຸດລົງຍັງເຫຼືອ ປະມານ 18,3% ຂອງປະຊາກອນທັງໝົດ ( ຫຼຸດລົງຈາກ 23,2% ) ຫຼື 13,5% ຂອງຄົວເຮືອນທັງໝົດ ( ມະຕິສະພາອັດຕາຄວາມທຸກຍາກຕໍ່າກວ່າ 10% ) ບໍ່ໄດ້ຕາມແຜນທີ່ວາງໄວ້.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ດ້ານການສຶກສາ ມີ 3 ຄາດໝາຍ ສາມາດບັນລຸໄດ້ຕາມແຜນ ຄືອັດຕາການເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸໄດ້ 82,7% ( ແຜນການໃຫ້ໄດ້ 80% ), ອັດຕາການເຂົ້າຮຽນສຸດທິຂອງຊັ້ນປະຖົມ ບັນລຸໄດ້ 99% ( ແຜນການໃຫ້ໄດ້ 98% ), ສັດສ່ວນມວນຊົນທຸກເພດທຸກໄວໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກີລາ – ກາຍະກໍາ ບັນລຸໄດ້ 30% ຂອງພົນລະເມືອງທັງໝົດ ( ແຜນການໃຫ້ໄດ້ 30% ); ຂະນະດຽວກັນມີ 10 ຄາດໝາຍມີຄວາມຄືບໜ້າດີ ແຕ່ບໍ່ບັນລຸແຜນ ເປັນຕົ້ນແມ່ນອັດຕາການຄ້າງຫ້ອງຂອງນັກຮຽນຊັ້ນ ປ 1 ຍັງເຫຼືອ 6,3% ( ແຜນການ 5% ), ອັດຕາການປະລະການຮຽນຂອງນັກຮຽນຊັ້ນ ປ 1 ຍັງເຫຼືອ 6,4% ( ແຜນການ 5% ).

3. ເປົ້າໝາຍດ້ານສິ່ງແວດລ້ອມ

ໄດ້ສໍາເລັດການສ້າງ ແລະ ປັບປຸງນິຕິກໍາຫຼາຍສະບັບ ເພື່ອຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ມີ ຄວາມຍືນຍົງ ເປັນຕົ້ນສໍາເລັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030, ໄດ້ປັບປຸງລະບົບການຂຶ້ນທະບຽນ, ອອກໃບຕາດິນທີ່ທັນສະໄໝ ໃນໄລຍະ 5 ປີ ຄາດວ່າຈະອອກໃບຕາດິນໄດ້ 610.000 ກວ່າຕອນ ( ມະຕິສະພາ 400.000 ຕອນ ), ສໍາເລັດການສ້າງດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເລກທີ 21/ລບ, ຄໍາສັ່ງວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ເລກທີ 15/ນຍ.

ในภาพอาจจะมี ภูเขา, ต้นไม้, ต้นพืช, สถานที่กลางแจ้ง, ธรรมชาติ และน้ำ

ໄດ້ເອົາໃຈໃສ່ຟື້ນຟູປ່າທີ່ເສື່ອມໂຊມ ແລະ ສົ່ງເສີມການປູກໄມ້ ເຊິ່ງມາຮອດປັດຈຸບັນມີເນື້ອທີ່ປົກຫຸ້ມປ່າໄມ້ ກວມເອົາ 62% ຂອງເນື້ອທີ່ທົ່ວປະເທດ ຫຼຸດແຜນວາງໄວ້ ( ມະຕິສະພາ 70% ). ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ແກ້ໄຂບັນຫາສິ່ງແວດລ້ອມຈາກໂຄງການພັດທະນາ, ໄດ້ດໍາເນີນການຕິດຕາມກວດກາຄຸນນະພາບນໍ້າ ແລະ ອາກາດ.