ປະກາດແຕ່ງຕັ້ງທ່ານ ວຽງທະວີສອນ ເທບພະຈັນ  ແລະ ນາງ ຫຼິງທອງ ແສງຕາວັນ  ເປັນຮອງເຈົ້າແຂວງສະຫວັນນະເຂດ 

587

ໃນວັນທີ 6 ມັງກອນ 2021 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີປະກາດໃຫ້ພະນັກງານອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນໍາຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການອອກຂ້າງແຂວງເຂົ້າຮ່ວມ.

ໃນພີທີ ທ່ານ ບົວສອນ ມະຫາວົງ ກໍາມະການປະຈໍາພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການອະນຸມັດໃຫ້ລັດຖະກອນອອກຮັບບໍານານຈໍານວນ 6 ທ່ານຄື: ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ , ທ່ານ ທອງທ່ຽງ ສີດາວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ນາງບຸນເຍື້ອນ ທິດພຸດທະວົງ ກໍາມະການປະຈໍາພັກແຂວງ, ປະທານອົງການກວດກາລັດແຂວງ, ທ່ານ ບຸນຍົງ ຈັນນີຍະວົງ ກໍາມະການພັກແຂວງ, ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ບຸນລົບ ໂຄດຫຼັກຄໍາ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ພູຂົງ ນາມມະຈັກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ ອອກຮັບອຸດໜູນບໍານານແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.


ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຍົກຍ້າຍພະນັກງານ 3 ທ່ານຄື: ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປປະຈໍາການຢູ່ຫ້ອງວ່າການປົກຄອງແຂວງ, ຍົກຍ້າຍ ທ່ານ ສີວິໄລ ຈັນທໍາມະຈັກ ຫົວໜ້າຂະແໜງກວດກາ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄປປະຈໍາການຢູ່ຄະນະກວດກາພັກແຂວງ, ຍົກຍ້າຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄປປະຈໍາການຢູ່ຫ້ອງວ່າການແຂວງ, ພ້ອມນີ້ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການແຕ່ງຕັ້ງພະນັກງານການນໍາຂອງແຂວງ 4 ທ່ານຄື: ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈໍາພັກແຂວງ ເປັນຮອງເຈົ້າແຂວງສະຫວັນນະເຂດ ຊີ້ນໍາວຽກງານຂົງເຂດ ເສດຖະກິດ ແລະ ການປົກຄອງ,​ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ ເປັນຮອງເຈົ້າແຂວງສະຫວັນນະເຂດ ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ລໍາທອງ ຂອບສີລາວົງ ຄະນະປະຈໍາພັກແຂວງ ເປັນປະທານອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ທ່ານ ບົວສອນ ມະຫາວົງ ຄະນະປະຈໍາພັກແຂວງ ເປັນຫົວໜ້າຄະນະຈັດຕັ້ງແຂວງ ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍອະນຸມັດ ແຕ່ງຕັ້ງຮອງປະທານອົງການກວດກາລັດແຂວງ, ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງແຂວງຈໍານວນ 4 ທ່ານຄື: ທ່ານ ແຖວຄໍາ ພົມມະວົງ, ທ່ານ ນາງ ກິ່ນນາລອນ ວົງຄໍາໂສພາ , ທ່ານ ທໍາມະລາດ ມະນີວົງ ແລະ ທ່ານ ສີວິໄລ ຈັນທໍາມະຈັກ .


ຈາກນັ້ນໃນພິທີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄໍາເຫັນໂອ້ລົມວ່າ: ການປະກາດການຈັດຕັ້ງແມ່ນມີຄວາມໝາຍຄວາມສໍາຄັນເປັນການປັບປຸງການຈັດຕັ້ງຄືນໃໝ່ຂອງອົງການຈັດຕັ້ງພັກ-ອົງການຈັດຕັ້ງລັດ ເພື່ອເຮັດໜ້າທີ່ບົດບາດໃນການຊີ້ນໍາໆພາ ເພື່ອສືບຕໍ່ຜົນສໍາເລັັດ, ຜົນງານທີ່ຍາດມາໄດ້, ສືບຕໍ່ຍາດເອົາຜົນສໍາເລັດໃໝ່ທີ່ຈະຕ້ອງໄດ້ສູ້ຊົນ ແລະ ບຸກບືນໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ, ສະນັ້ນ ຕໍ່ບັນດາສະຫາຍອະດິດການນໍາຂອງແຂວງກໍ່ເຫັນວ່າເປັນບຸກຄົນທີ່ມີຜົນງານໃນການເຄື່ອນໄຫວຕະຫຼອດໄລຍະຜ່ານມາທີ່ທາງສະຫາຍໄດ້ທຸ້ມເທສະຕິບັນຍາ, ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນຂອງພັກ ທີ່ມີຜົນສໍາເລັດມີຜົນງານ, ເຮັດໃຫ້ແຂວງເຕີບໃຫຍ່, ກ້າວໜ້າ, ມີຄວາມໜັກແໜ້ນທາງດ້ານການເມືອງ ມີຄວາມສະຫງົບ ມີຄວາມປອດໄພລະບຽບຮຽບຮ້ອຍ, ເສດຖະກິດຂອງແຂວງມີການສືບຕໍ່ໃນການພັດທະນາກ້າວຂຶ້ນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນໄດ້ມີຜົນສໍາເລັດເປັນກ້າວໆມາ.