ກ້າວເຂົ້າສູ່ອາທິດທໍາອິດຂອງປີ 2021 ແລ້ວ, ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຂໍນໍາພາທ່ານຜູ້ອ່ານທີ່ຮັກແພງມາກວດເບິ່ງດວງ ຫຼື ໂຊກຊາຕາຂອງຕົນເອງນໍາກັນວ່າໃນໄລຍະປີນີ້ດວງຂອງທ່ານຈະເປັນໄປໃນທິດທາງໃດ ໂດຍຜູ້ຂຽນເປີດບົດທໍາອິດດ້ວຍ 3 ລາສີຄື ລາສີມັງກອນ, ລາສີກຸມ ແລະ ລາສີມີນ.
▶ ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 16 ມັງກອນ ຫາ 12 ກຸມພາ )
ດ້ານວຽກງານ: ໂຄງການທີ່ເຮັດຢູ່ກໍາລັງເດີນໜ້າ ມີວຽກເຂົ້າມາຕະຫຼອດປີ ສາມາດລຸຍໄດ້ເຕັມທີ່ ປະສົບຜົນສໍາເລັດແນ່ນອນ.
ດ້ານການເງິນ: ມີລາຍໄດ້ເສີມມາຈາກຫຼາຍແຫຼ່ງ ແຕ່ກໍຕ້ອງຈ່າຍອອກ, ສໍາລັບການກູ້ຢືມ ຫາກຢືມເພື່ອຊື້ເຮືຶອນ – ຊື້ດິນແມ່ນຈະໄດ້ຮັບການອະນຸມັດໄດ້ແບບງ່າຍໆ.
ດ້ານຄວາມຮັກ: ຄົນໂສດ ໃນຕົ້ນປີນີ້ມີເກນພົບຄົນຮູ້ໃຈ ແຕ່ຄວນເບິ່ງໃຫ້ດີວ່າມີເຈົ້າຂອງແລ້ວ ຫຼື ຍັງ; ສ່ວນຄົນມີຄູ່ ຄວາມຮັກລົງຕົວດີ; ດ້ານສຸຂະພາບ: ລະວັງເລື່ອງອາການເຈັບຂາ, ປວດຫຼັງ, ໃຜທີ່ມີພະຍາດປະຈໍາຕົວຈະພົບໝໍດີ ປິ່ນປົວໄດ້ຫາຍຂາດ.
▶ ລາສີກຸມ ( ຜູ້ທີ່ເກີດລະຫວ່າງວັນທີ 13 ກຸມພາ ຫາ 13 ມີນາ )
ດ້ານວຽກງານ: ການເຈລະຈາຜ່ານພົ້ນໄປດ້ວຍດີຕະຫຼອດປີ ມີຜູໃຫຍ່ໃຫ້ຄວາມຊ່ວຍເຫຼືອດີ ຢາກປ່ຽນວຽກ ກໍຈະໄດ້ວຽກໃໝ່ທີ່ດີກວ່າ.
ດ້ານການເງິນ: ປີນີ້ງານດີເງິນດີ ຈະໄດ້ເງິນຈາກຜົນກໍາໄລ ຫຼື ເງິນສ່ວນແບ່ງ.
ດ້ານຄວາມຮັກ: ໃຜໂສດມາດົນມີໂອກາດໄດ້ພົບຄົນຮູ້ໃຈ ມີເກນໄດ້ຄູ່ຮັກທີ່ຮູ້ໃຈ.
ດ້ານສຸຂະພາບ: ໃຫ້ໝັ່ນກວດສຸຂະພາບຮ່າງກາຍໃຫ້ດີ ຈະໄດ້ຮູ້ວ່າເຈັບປ່ວຍບ່ອນໃດ ຈະໄດ້ປິ່ນປົວໃຫ້ຖືກ.
▶ ລາສີມີນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມີນາ ຫາ 12 ເມສາ )
ດ້ານວຽກງານ: ການລົງທຶນຈະໄດ້ເປັນກອບເປັນກໍາ, ໄດ້ເລື່ອນຕໍາແໜ່ງ, ໂຄງການຕ່າງໆທີ່ເຮັດຢູ່ກໍເກີດດອກອອກຜົນດີ.
ດ້ານການເງິນ: ປີນີ້ການເງິນດີຫຼາຍ ມີເງິນໃຫ້ໃຊ້ບໍ່ຂາດມືຕະຫຼອດປີ ລາຍໄດ້ເສີມເງິນດີມີມາໃຫ້ເຮັດຢູ່ເລື້ອຍໆ.
ດ້ານຄວາມຮັກ: ຍັງບໍ່ແມ່ນຈັງຫວະທີ່ດີຄວນໃສ່ໃຈກັບການເຮັດວຽກ – ຮຽນ ຫຼື ເຮັດຫຍັງທີ່ໃຈມັກຈະດີກວ່າ.
ດ້ານສຸຂະພາບ: ມີເກນເຈັບປ່ວຍກ່ຽວກັບລະບົບທາງເດີນອາຫານ, ລໍາໄສ້, ລະບົບພາຍໃນຄວນໄປກວດເຊັກສຸຂະພາບປະຈໍາ ປີ.
ທີ່ນໍາສະເໜີມານີ້ແມ່ນດວງ ຫຼື ໂຊກຊາຕາຂອງຜູ້ທີ່ເກີດທັງ 3 ລາສີ ກໍຄືລາສີມັງກອນ, ລາສີກຸມ ແລະ ລາສີມີນ ໃນປີ 2021. ສ່ວນອີກ 9 ລາສີເກີດ ຜູ້ຂຽນຈະນໍາມາບອກໃຫ້ຮູ້ຕື່ມອີກພາຍຫຼັງ ຢ່າລືມລໍຖ້າຕິດຕາມອ່ານນໍາກັນສະບັບໜ້າ.