ແຂວງຈຳປາສັກ ປະກາດການຈັດຕັ້ງພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ

344

ແຂວງຈຳປາສັກໄດ້ຈັດພິທີປະກາດການຈັດຕັ້ງພະນັກນຳພາ- ຄຸ້ມຄອງຂັ້ນແຂວງໃນຕອນບ່າຍວັນທີ 5 ມັງກອນ 2021 ຢູ່ທີ່ສະໂມສອນຫຼັກ 4 ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ກຳມະການສູູນກາງພັກ ເລຂາພັກແຂວງ , ເຈົ້າແຂວງຈຳປາສັກ; ເຂົ້າຮ່ວມມີ ປະທານສະພາປະຊາຊົນແຂວງ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການກົມກອງ,ເລຂາພັກເມືອງ, ເຈົ້າເມືອງ 9 ເມືອງ, 1 ນະຄອນ, ຕະຫຼອດຮອດພະນັກງານນຳພາຫຼັກແຫຼ່ງອ້ອມຂ້າງແຂວງ.

ໃນພິທີຄັ້ງນີ້ ທ່ານ ສະນັ່ນ ສີພາພົມມະຈັນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາພັກນະຄອນ, ຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງແຂວງເລກທີ 07 ຫາ ສະບັບ ເລກທີ 016/ ຄຈພຂ ລົງວັນທີ 5 ມັງກອນ ຊຶ່ງມີຈຳນວນ 10 ສະຫາຍ :
1. ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເປັນ ເລຂາຄະນະບໍລິຫານງານພັກນະຄອນປາກເຊ.
2. ສະຫາຍ ບົວທອງ ສຸວັນນະສານ ກຳມະການພັກແຂວງ ເປັນ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ.
3. ສະຫາຍ ຄຳຕັນ ຊົມພັນດອນ ກຳມະການພັກແຂວງ ເປັນເລຂາໜ່ວຍພັກພະແນກພາຍໃນແຂວງ.
4. ສະຫາຍ ນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ ເປັນ ເລຂາຄະນະພັກຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ.
5. ສະຫາຍ ອຸດົມສັກ ດີວິໄຊ ກຳມະການພັກແຂວງ ເປັນ ເລຂາຄະນະພັກຮາກຖານພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ.
6. ສະຫາຍ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ ເປັນເລຂາຄະນະພັກຮາກຖານພະແນກການເງິນແຂວງ.
7. ສະຫາຍ ປອ ສົມລິດ ວິລະວົງ ເປັນ ຮັກສາການເລຂາຄະນະພັກຮາກຖານພະແນກກະສິກຳ ແລະ ປ່າໄມ້ແຂວງ.
8. ສະຫາຍ ບົວໄຂ ສຸພາອອນ ເປັນ ເລຂາຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ.
9. ສະຫາຍ ສີປະທຸມມາ ຈັນພອນເພັດ ເປັນ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງ.
10. ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ເປັນ ເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ.
ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງຮອງເຈົ້າແຂວງ ສະບັບເລກທີ 029, 030/ຈຂ.ຈສ, ລົງວັນທີ 05 ມັງກອນ 2021.


1. ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຫົວໜ້າພະແນກການເງິນແຂວງ ເປັນ ຮອງເຈົ້າແຂວງ.
2. ທ່ານ ໂສມ ບຸດຕະກຸນ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເປັນ ຮອງເຈົ້າແຂວງ.
ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ. 5 ສະຫາຍ ດັ່ງນີ້:
1. ສະຫາຍ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ໄປປະຈຳການຢູ່ ແນວລາວສ້າງຊາດແຂວງ ແລະ ແຕ່ງຕັ້ງ ເປັນປະທານແນວລາວສ້າງຊາດແຂວງຈຳປາສັກ
2.ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄປປະຈຳການຢູ່ ຄະນະໂຄສະນາອົບຮົມແຂວງ ແລະ ແຕ່ງຕັ້ງເປັນ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.
3. ສະຫາຍ ສົມສີ ມະນີນິນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄປປະຈຳການຢູ່ ສະພາປະຊາຊົນແຂວງຈຳປາສັກ
4.ສະຫາຍ ນາງ ເຕດາວັນ ແກ້ວພິລາວັນ ຮອງປະທານສະຫະພັນແມ່ຍິງແຂວງ ເປັນປະທານສະຫະພັນແມ່ຍິງແຂວງຈຳປາສັກ.
5. ສະຫາຍ ສີປະທຸມມາ ຈັນພອນເພັດ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເປັນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ.
ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ຈຳນວນ 20 ທ່ານ ດັ່ງນີ້:
1. ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ເປັນຫົວໜ້າອົງການກວດກາລັດແຂວງຈຳປາສັກ.
2. ທ່ານ ບົວທອງ ສຸວັນນະສານ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ- ການປົກຄອງແຂວງ ເປັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ.
3. ທ່ານ ປອ ວັນນະໄຊ ຊາດຕະກຸນ ກຳມະການພັກແຂວງ ເປັນຫົວໜ້າຫ້ອງວ່າການແຂວງຈຳປາສັກ
4. ທ່ານ ປອ ສຸກສະຫວັນ ວິໄລວົງ ກໍາມະການພັກແຂວງ ເປັນຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກ.
5. ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ເປັນຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ.
6. ທ່ານ ຄຳຕັນ ຊົມພັນດອນ ກຳມະການພັກແຂວງ, ຮອງປະທານຄະນະກວດກາພັກແຂວງ ເປັນຫົວໜ້າພະແນກພາຍໃນແຂວງຈຳປາສັກ.
7.ທ່ານ ອຸດົມສັກ ດີວິໄຊ ກຳມະການພັກແຂວງ ເຈົ້ານະຄອນປາກເຊ ເປັນຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຈຳປາສັກ
8. ທ່ານ ຈັນທະວີສຸກ ວັນສີລິ ກຳມະການພັກແຂວງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ
9. ທ່ານ ນາງ ແສງສຸວັນ ຊຸຍພະສິດ ກຳມະການພັກແຂວງ ຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ສະພາປະຊາຊົນແຂວງ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ.
10. ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ເປັນຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ.
11. ທ່ານ ປອ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ, ຫົວໜ້າພະແນກສ່ວຍສາອາກອນແຂວງ ເປັນ ຫົວໜ້າພະແນກການເງິນແຂວງຈຳປາສັກ.
12. ທ່ານ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ເປັນ ຫົວໜ້າະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານແຂວງຈຳປາສັກ
13. ທ່ານ ຈັນທະບູນ ສີປະເສີດ ກຳມະການພັກແຂວງ ເປັນ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ
14. ທ່ານ ປອ ບຸນຍະເດດ ທອງສະຫວັນ ກຳມການພັກແຂວງ ເປັນ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງຈຳປາສັກ
15. ທ່ານ ແກ້ວ ສີລິສະຫວັດ ກຳມະການພັກແຂວງ ເປັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ.
16. ທ່ານ ວັນນະສັກ ຊາດຕະກຸນ ເປັນ ຫົວໜ້າພະແນກການຕ່າງປະເທດແຂວງຈຳປາສັກ.
17. ທ່ານ ບົວໄຂ ສຸພາອອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄປປະຈໍາການຢູ່ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ.
18. ທ່ານ ມະນີວົງ ແສນລາດ ຫົວໜ້າພະແນກພາຍໃນແຂວງ ໄປປະຈໍາການຢູ່ ສະພາປະຊາຊົນແຂວງ
19. ທ່ານ ອະພິວັດ ສົມບູນຂັນ ເປັນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງຈຳປາສັກ
20. ທ່ານ ປອ ສົມລິດ ວິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນວ່າການແທນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.
ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງເຈົ້ານະຄອນປາກເຊ ແລະ ເຈົ້າເມືອງ 9 ເມືອງ ສະບັບເລກທີ 02, 03, 04, 05, 06, 07,08, 09, 010, 011/ຈຂ.ຈສ, ລົງວັນທີ 5 ມັງກອນ 2021.
ເຈົ້າແຂວງຈຳປາສັກຕົກລົງ ເຫັນດີແຕ່ງຕັ້ງ ດັ່ງນີ້:
1. ທ່ານ ບົວລີ ເພັດສົງຄາມ ຄະນະປະຈໍາພັກແຂວງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນ ເຈົ້ານະຄອນປາກເຊ.
2. ສະຫາຍ ນາງ ຄຳພູ ລິດທິສັກ ກຳມະການພັກແຂວງ, ເລຂາພັກເມືອງ ເປັນເຈົ້າເມືອງໆໂຂງ.
3.ສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ, ເລຂາພັກເມືອງ ເປັນເຈົ້າເມືອງໆໂພນທອງ.
4. ສະຫາຍ ພິມພອນ ພັນດານຸວົງ ກຳມະການພັກແຂວງ, ເລຂາພັກເມືອງ ເປັນເຈົ້າເມືອງໆປາກຊ່ອງ.
5.ສະຫາຍ ສົມເພັດ ບຸດສະດີ ກຳມະການພັກແຂວງ, ເລຂາພັກເມືອງ ເປັນເຈົ້າເມືອງໆສຸຂຸມາ.
6.ສະຫາຍ ສອນສະຫວັນ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເປັນເຈົ້າເມືອງໆຊະນະສົມບູນ.
7. ສະຫາຍ ສົມລິດ ປັນທະບົວສີ ກຳມະການພັກແຂວງ, ເລຂາພັກເມືອງ ເປັນ ເຈົ້າເມືອງໆບາຈຽງຈະເລີນສຸກ.
8. ສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ, ເລຂາພັກເມືອງ ເປັນ ເຈົ້າເມືອງໆປະທຸມພອນ.
9. ສະຫາຍ ສະຫວາດ ແກ້ວບັນດິດ ກຳມະການພັກແຂວງ, ເລຂາພັກເມືອງ ເປັນ ເຈົ້າເມືອງໆຈຳປາສັກ
10. ສະຫາຍ ພິດສະຫົງ ພົມມະວົງສາ ກຳມະການພັກແຂວງ, ເລຂາພັກເມືອງ ເປັນ ເຈົ້າເມືອງໆມຸນລະປາໂມກ.
ໃນໂອກາດນີ້ຍັງໄດ້ຈັດໃຫ້ມີພິທີ ເຊັນບົດບັນທຶກມອບ-ຮັບໜ້າທີ່ຜູູ້ຊີ້ນຳວຽກງານຂົງເຂດເສດຖະກິດລະຫວ່າງທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງ ກັບ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ ຜູ້ຮັບຜິດຊອບບຊີ້ນຳຂົງເຂດເສດຖະກິດຜູ້ໃໝ່ ແລະ ເຊັນມອບ- ຮັບຫົວໜ້າພະແນກການຕ່າງໆຕາມການແບ່ງຄວາມຮັບຜິດຊອບສັບຊ້ອນໃໝ່ອີກ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ
ຮູບ:3301-3305