ເຫດຜົນດີໆວ່າເປັນຫຍັງຕ້ອງປ່ຽນ ມາໃຊ້ ຊຳຊຸງ ກາແລັກຊີ ໂນ໊ດ 20

979

ຊຳຊຸງ ກາແລັກຊີ ໂນ໊ດ 20 ( Samsung Galaxy note20 ) series ສະມາດໂຟນທີ່ປຽບດັ່ງຜູ້ຊ່ວຍຄົນສໍາຄັນທີ່ມາພ້ອມຄວາມໂດດເດັ່ນເລື່ອງການອອກແບບ, ນະວັດຕະກໍາ, ຟີເຈີ ແລະ ບິກອັດສະລິຍະ ( Advanced Intelligent S Pen ) ທີ່ເຮັດໃຫ້ການຂຽນປຽບດັ່ງການໃຊ້ບິກຕົວຈິງ ເຊິ່ງໂທລະສັບລຸ້ນນີ້ຈະເປັນເພື່ອນຄູ່ຄິດເຮັດໃຫ້ຊີວິດທ່ານງ່າຍຂຶ້ນໄດ້ແນວໃດ? ໄປຮ່ວມຫາຄໍາຕອບກັນໄດ້ເລີຍ:

1. Advanced Intelligent S Pen: ບິກທີ່ເຮັດໄດ້ຫຼາຍກວ່າບິກແບບທໍາມະດາ

Advanced Intelligent S Pen ໃນ Galaxy Note20 series ເກີດຈາກການສ້າງສັນກັນເຮັດວຽກຮ່ວມກັນຢ່າງສົມບູນຂອງ ຮາດແວຣ໌ ແລະ ຊ໊ອຟແວຣ໌ ດ້ວຍການຄາດການທິດທາງຂອງລາຍເສັ້ນຜ່ານການໃຊ້ AI ເພື່ອລົດເວລາແຝງ ( Low latency ) ເຊິ່ງເມື່ອລວມກັບອັດຕາການ refresh ໜ້າຈໍຂອງ Galaxy Note20 Ultra ທີ່ເພີ່ມຂຶ້ນເປັນ 120Hz ຈຶ່ງເຮັດໃຫ້ໜ້າຈໍສະແດງພາບລາຍເສັ້ນພ້ອມຕອບສະໜອງໄດ້ຢ່າງວ່ອງໄວທັນໃຈ.

Image may contain: phone and screen

2. ທຸກຄອນເທັນແຈ້ງຊັດເຈນ ລື່ນໄຫຼ ບໍ່ມີສະດຸດ ດ້ວຍໜ້າຈໍແບບ 120Hz

ຕອບໂຈດທຸກຮູບແບບຄວາມບັນເທີງກັບໜ້າຈໍແບບ 120Hz ທີ່ຈະເຮັດໃຫ້ທຸກການ streaming ຊັດເຈນຢ່າງຕໍ່ເນື່ອງ ແລະ ຕອບໂຈດບັນດາ gamer ດ້ວຍໜ້າຈໍສະແດງຜົນທີ່ refresh ທຸກ 0.008 ວິນາທີ, ທັງຍັງສາມາດເຊື່ອມຕໍ່ໄດ້ຢ່າງວ່ອງໄວ ດ້ວຍຄວາມໜ່ວງທີ່ຕໍ່າຈຶ່ງເຮັດໃຫ້ການໃຊ້ງານແອັບຕ່າງໆລື່ນໄຫຼພ້ອມ.

3. ກ້ອງຫຼັງ 3 ເລນ ງາມຄົບຈົບຫຼັງກ້ອງ ດ້ວຍຄຸນນະພາບລະດັບໂປຣ.

ປະຕິເສດບໍ່ໄດ້ວ່າກ້ອງ 3 ເລນ ຄືມາດຕະຖານໃໝ່ຂອງກ້ອງໂທລະສັບສະມາດໂຟນໃນປັດຈຸບັນ, ໃນຂະນະທີ່ກ້ອງເລນດຽວສາມາດມອບໄດ້ແຕ່ພາບຖ່າຍທີ່ລະອຽດຕາມຄຸນນະພາບຂອງເລນ. ສ່ວນສະມາດໂຟນທີ່ມາພ້ອມກ້ອງ 2 ເລນ ຈະສາມາດເຮັດວຽກຮ່ວມຈະມອບພາບທີ່ມີໂບເກ້, ໜ້າແຈ້ງຫຼັງມົວພ້ອມມິຕິພາບທີ່ໜ້າສົນໃຈຂຶ້ນໄປອີກຂັ້ນ ແລະ ເລນທີ 3 ຈະມາຊ່ວຍເພີ່ມຂີດຄວາມສາມາດໃຫ້ກັບສະມາດໂຟນດ້ວຍຄວາມສາມາດໃນການຊູມ ພ້ອມເພີ່ມລາຍລະອຽດໃນການຖ່າຍພາບໃຫ້ເຫັນໄດ້ຊັດເຈນບໍ່ວ່າຈະຖ່າຍມູມໃດກໍຕາມ.

Image may contain: phone

4. ພ້ອມຕອບຮັບທຸກຄວາມໄວ ດ້ວຍ technology ໃໝ່ຫຼ້າສຸດຈາກເຄືອຂ່າຍສັນຍານ 5G

ປັດຈຸບັນເຄືອຂ່າຍສັນຍານ 5G ກໍາລັງຂະຫຍາຍ ແລະ ເຕີບໂຕຢ່າງຕໍ່ເນື່ອງ, ການໃຊ້ 4G ຈະສາມາດດາວໂຫຼດຮູບເງົາໄດ້ 1 – 10 ເມກະບິດຕໍ່ 1 ວິນາທີ ແຕ່ສັນຍານ 5G ຈະເຮັດໃຫ້ດາວໂຫຼດໄດ້ຫຼາຍກວ່າ 100 ເມກະບິດຕໍ່ 1 ວິນາທີ ແລະ ບໍ່ມີການຕິດຂັດ ແລະ ກະຕຸກ ເມື່ອຕ້ອງເຊື່ອມຕໍ່ເຄື່ອງມືສື່ສານຈໍານວນຫຼາຍໃນພື້ນທີ່ດຽວກັນ, ດັ່ງນັ້ນຖ້າຄິດຈະຊື້ສະມາດໂຟນເຄື່ອງໃໝ່ ສະມາດໂຟນ 5G ຖືເປັນການລົງທຶນທີ່ກຸ້ມຄ່າແນ່ນອນ.