9 – 10 ມັງກອນ ອຸນຫະພູມຈະກັບມາໜາວເຢັນລົງອີກ

95

ອຸນຫະພູມອາກາດຈະກັບມາໜາວເຢັນລົງອີກ 1 – 3 ອົງສາ ໄລຍະວັນທີ 9 – 10 ມັງກອນ ເຊິ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນບັນດາແຂວງພາກເໜືອແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ກຽມຮັບມືການປ່ຽນແປງຂອງອຸນຫະພູມ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກບົດລາຍງານສະພາບອາກາດ ເລກທີ 0002/ກອຕທ ລົງວັນທີ 4 ມັງກອນ 2021 ຄາດສະພາບອາກາດໄລຍະວັນທີ 4 ຫາ 10 ມັງກອນ ວ່າ: ໄລຍະວັນທີ 4 – 8 ມັງກອນ ມວນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນ 2 ຫາ 4 ອົງສາ ຢູ່ທົ່ວໄປໃນແຕ່ລະພາກ, ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຈາກນັ້ນ, ວັນທີ 9 – 10 ມັງກອນ ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງຕື່ມອີກ 1 ຫາ 3 ອົງສາ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ ພ້ອມມີຝົນຕົກຄ່ອຍເປັນບາງໂອກາດ. ສ່ວນຢູ່ພາກກາງ ແລະ ພາກໃຕ້ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າຢູ່ທົ່ວໄປໃນແຕ່ລະພາກ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ອາກາດໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ສຳລັບຢູ່ເຂດພູສູງ, ເຂດພູດອຍ ອຸນຫະພູມອາດຈະເຖິງນ້ຳກ້າມ ຫຼື ຕ່ຳກວ່າສູນອົງສາ ແລະ ມີຝົນຕົກຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ອຸນຫະພູມຕໍ່າສຸດ 3 – 7 ອົງສາ ແລະ ສູງສຸດ 22 – 24 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ໂດຍສະເພາະຢູ່ເຂດພູດອຍ ແລະ ພູສູງ ອຸນຫະພູມຕໍ່າສຸດ 05 – 09 ອົງສາ ແລະ ສູງສຸດ 28 – 30 ອົງສາ.

ພາກກາງ: ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ ແລະ ໃນຕອນບ່າຍອາກາດຮ້ອນ ອຸນຫະພູມຕ່ຳສຸດ 10 – 13 ອົງສາ ແລະ ສູງສຸດ 29 – 31 ອົງສາ.

ສະເພາະແຂວງໄຊສົມບູນ: ອາກາດໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງບໍລິເວນອຸນຫະພູມຕໍ່າສຸດ 2 – 5 ອົງສາ ແລະ ສູງສຸດ 19 – 21 ອົງສາ.

ພາກໃຕ້: ມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ອາກາດຈະຮ້ອນໃນຕອນບ່າຍ ອຸນຫະພູມຕ່ຳສຸດ 14 – 17 ອົງສາ ແລະ ສູງສຸດ 30 – 32 ອົງສາ. ສະເພາະເຂດພູພຽງບໍລະເວນ ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 3 – 6 ອົງສາ ແລະ ສູງສຸດ 20 – 22 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຮ້ອນໃນຕອນບ່າຍ ແລະ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພ້ອມນັ້ນ, ກົມອຸຕຸຍັງມີຄຳເຕືອນເຝົ້າລະວັງໃນໄລຍະວັນທີ 9 – 10 ມັງກອນ ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 – 3 ອົງສາ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ; ແຈ້ງເຕືອນເຖິງປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.