ນະຄອນຫຼວງວຽງຈັນ ວາງເປົ້າສູ້ຊົນ ໃຫ້ເສດຖະກິດເຕີບໂຕສະເລ່ຍບໍ່ຫຼຸດ 7 – 8% ຕໍ່ປີ

532

ແຜນພັດທະນາເສດຖະ ກິດ – ສັງຄົມ 2021 – 2025 ຂອງນະຄອນຫຼວງວຽງຈັນ ແມ່ນຕັ້ງເປົ້າໝາຍຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7 – 8% ຕໍ່ປີ.

ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີຮ່າງທິດທາງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021 – 2025 ) ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ວ່າ: ແຜນພັດທະນາເສດຖະກິດ – ສັງຄົມ 5 ປີຕໍ່ໜ້າ ໄດ້ວາງມາດຕະການລວມ ໂດຍເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ, ເຕົ້າໂຮມກຳລັງແຮງຂອງສັງຄົມ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ, ຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໝັ້ນທ່ຽງ ທັງສູ້ຊົນໃຫ້ເສດຖະກິດເຕີບໂຕໃນອັດຕາສະເລ່ຍບໍ່ໃຫ້ຫຼຸດ 7 – 8% ຕໍ່ປີ.

ໃນໄລຍະ 5 ປີ ລວມຍອດຜະລິດຕະພັນພາຍໃນ ຄາດວ່າຈະບັນລຸ 356.600 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸ 8.750 ໂດລາ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 4 – 4,5% ຕໍ່ປີ; ຂະແໜງອຸດສາ ຫະກຳຂະຫຍາຍຕົວສະເລ່ຍ 11,5 – 12% ຕໍ່ປີ ແລະ ຂະແໜງການບໍລິການຂະຫຍາຍຕົວສະເລ່ຍ 6,5 – 7% ຕໍ່ປີ.

Image may contain: cloud, sky, tree, outdoor and nature

ພ້ອມທັງວາງແຜນສ້າງ ແລະ ເກັບກຳລາຍຮັບງົບປະມານຕາມກົດໝາຍກຳນົດໃຫ້ຄົບຖ້ວນ, ໃນ 5 ປີຕໍ່ໜ້າ ຈະຈັດເກັບລາຍຮັບງົບປະມານໃຫ້ໄດ້ 57.000 ຕື້ກີບ ຫຼື ປະມານ 16 – 17% ຂອງ GDP ເທົ່າກັບ 34,01% ຂອງແຜນລາຍຮັບງົບປະມານທັງໝົດຂອງທົ່ວປະເທດ. ໃນນັ້ນ, ຈົດເປັນລາຍຮັບເຂົ້າບັນຊີສູນກາງ 32.124 ຕື້ກີບ ແລະ ຈົດເປັນລາຍຮັບເຂົ້າບັນຊີ ນະຄອນຫຼວງວຽງຈັນ ໃຫ້ໄດ້ 25.361 ຕື້ກີບ; ໃນນັ້ນຈາກພາສີ 16.701 ຕື້ກີບ, ສ່ວຍສາອາກອນ 8.358 ຕື້ກີບ, ຊັບສິນຂອງລັດ 299 ຕື້ກີບ ແລະ ວິສາຫະກິດລັດ 3 ຕື້ກີບ.

ພ້ອມນັ້ນ, ກໍຕ້ອງສ້າງຖານລາຍຮັບໃໝ່ ແລະ ພິຈາລະນາອາກອນຊັບສິນ, ອາກອນສິ່ງແວດລ້ອມ, ອາກອນຕົວເມືອງ ແລະ ອື່ນໆ; ຂະຫຍາຍຖານລາຍຮັບ ແລະ ສົ່ງເສີມໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ເປັນກຳລັງໜູນເສດຖະກິດ ໂດຍໃຫ້ບັນດາຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດເຂົ້າມາມີສ່ວນຮ່ວມເສດຖະກິດໃນລະບົບຫຼາຍຂຶ້ນ, ທັງປັບປຸງຄຸ້ມຄອງ ແລະ ການເກັບອາກອນໃຫ້ມີປະສິດທິພາບດ້ວຍການນຳໃຊ້ເຄື່ອງມືໄອຊີທີ ໃຫ້ທົ່ວເຖິງຫົວໜ່ວຍທຸລະກິດຂະໜາດກາງ ຫາ ຂະໜາດໃຫຍ່, ຊ່ວຍແນະນຳໃຫ້ຫົວໜ່ວຍທຸລະກິດທຸກຂະໜາດໄດ້ເຂົ້າເຖິງແຫຼ່ງທຶນ, ຍົກລະດັບ ຄວາມຮູ້, ຄວາມສາມາດຂອງຜູ້ປະກອບການ, ສືບຕໍ່ປັບປຸງພາກລາຍຈ່າຍງົບປະມານລັດແຕ່ລະຂັ້ນໃຫ້ຈະແຈ້ງ, ປັບປຸງການບໍລິການທາງດ້ານການເງິນ, ການເສຍພາສີອາກອນໃຫ້ມີຄວາມສະດວກວ່ອງໄວ, ປອດໄພ ແລະ ໂປ່ງໃສດ້ວຍການນຳໃຊ້ລະບົບທັນສະໄໝ.

Image may contain: sky, tree, outdoor and water

ລະດົມທຶນເຂົ້າສູ່ການພັດທະນາດ້ານຕ່າງໆໃນການກໍ່ສ້າງໂຄງລ່າງສາທາລະນະທີ່ຈຳເປັນ ເຊິ່ງລັດ ແລະ ປະຊາຊົນພ້ອມກັນເຮັດ ໂດຍທ້ອງຖິ່ນນັ້ນລິເລີ່ມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ຫຼຸດພົ້ນຈາກ ຄວາມດ້ອຍພັດທະນາ, ພັດທະນາອະສັງຫາລິມະຊັບດ້ວຍນະໂຍບາຍໃໝ່ ໝາຍເຖິງລັດປະຊາຊົນ, ນັກລົງທຶນຮ່ວມກັນເຮັດ ແລະ ສືບຕໍ່ປະຕິບັດນະໂຍບາຍຫັນຊັບສິນເປັນທຶນ, ສູ້ຊົນລະດົມແຫຼ່ງທຶນເພື່ອການພັດທະນາໃນ 5 ປີ ໃຫ້ໄດ້ປະມານ 22 – 23% ຂອງ GDP.

No photo description available.

ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສ້າງສິ່ງຈູງໃຈຫຼາຍຮູບແບບ ຄຽງຄູ່ກັບການປັບປຸງ ແລະ ບັງຄັບໃຊ້ລະບຽບມາດຕະການຢ່າງມີປະສິດທິພາບ ເພື່ອດຶງດູດການລົງທຶນຂອງພາກເອກະຊົນຊຸກຍູ້ ແລະ ສົ່ງເສີມການລົງທຶນໃນ 5 ຂະແໜງທີ່ເປັນທ່າແຮງຂອງນະຄອນຫຼວງວຽງຈັນ ແລະ ທ່າແຮງຕົວຈິງຂອງບັນດາເມືອງຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງ.

ຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງໂທລະຄົມມະນາຄົມ ແລະ ການສື່ສານ, ຂະແໜງຂົນສົ່ງ ແລະ ບໍລິການທາງຜ່ານ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ແລະ ການບໍລິການ ທັງເປັນການເອື້ອອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.