ສະບາຍດີປີໃໝ່ສາກົນ ຄສ 2021 ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີແຕ່ຄວາມສຸກ ສົມປາດຖະໜາທຸກປະການ

580

ວັນເດືອນປີເຄື່ອນຍ້າຍຕາມກົດ ແຫ່ງໂຄຈອນຂອງດວງດາວປີເກົ່າເມື່ອສິ້ນສຸດ ປີໃໝ່ກໍວຽນມາສັບປ່ຽນຖ່າຍ. ປະຊາຊົນລາວເຮົາກໍເໝືອນປະຊາຊົນທົ່ວໂລກຕ່າງກໍລໍ່າລາປີເກົ່າກັນໃນທ້າຍຄໍ່າຄືນຂອງວັນທີ 31 ທັນວາ 2020 ເພື່ອລະນຶກເຖິງຄຸນງາມຄວາມດີທີ່ສະສົມໄວ້ເປັນຂອງຂວັນມອບແດ່ທຸກຄົນ ແລະ ພ້ອມດຽວກັນນັ້ນກໍສະແດງຄວາມໄວ້ອາໄລແກ່ຍາດຕິພີ່ນ້ອງທີ່ຈາກໄປດ້ວຍພະຍາດລະບາດ.


ກົດເກນການໝູນວຽນຂອງດວງດາວກ້າວສູ່ບາດກ້າວໃໝ່ ເລີ່ມຕົ້ນປີໃໝ່ ຄ.ສ 2021, ເພິ່ນວ່າປີນີ້ເປັນປີແຫ່ງນັກສັດ ປີ ສະຫຼູ ຫຼືື ປີງົວໄຟ, ເປັນປີງົວທີ່ເປັ່ງລັດສະໝີໄຟແຮງຮ້າຍ, ຖືເປັນຜົນກະທົບຕໍ່ໂລກ ແລະ ມະນຸດໂລກ ຕາມຄວາມເຊື່ອຂອງໂຫລາສາດ. ແຕ່ຢ່າງໃດກໍດີ, ກໍຖືວ່າເປັນປີໃໝ່ທີ່ວຽນມາເຖິງຂໍອວຍພອນໄຊອັນປະເສີດແດ່ທຸກທ່ານຈົ່ງມີແຕ່ຄວາມສຸກມັ່ງມີ ແລະ ໄດ້ຮັບລາບຍົດສັນລະເສີນດ້ວຍເທີ້ນ.


ເລີ່ມຕົ້ນປີໃໝ່ຂໍໃຫ້ພ້ອມກັນປະຕິຍານໄວ້ໃນຊີວິດວ່າ ຈະຄົງຮັກສາໄວ້ຄວາມດີ ແລະ ຈະນຳໃຊ້ຄວາມດີນັ້ນໃຫ້ເກີດຜົນຕໍ່ປະເທດຊາດ.
ປີ 2021 ອີງຕາມການເຄື່ອນໄຫວຂອງດວງດາວແລ້ວ ເປັນປີທີ່ຈະເກີດເຄາະໄພໃຫຍ່ພໍສົມຄວນເນື່ອງຈາກປີນີ້ເປັນປີຂອງຈຳນວນດວງດາວສໍາຄັນຫຼາຍດວງເຄື່ອນຍ້າຍ ມາຕັ້ງສາກລວມກັນຢູ່ໃກ້ກັນເຊັ່ນ: ດາວເສົາ ຍັບໃກ້ເຂົ້າມາຕົ້ນປີ, ດາວອັງຄານ, ດາວສຸກ, ດາວມະລັດຕະຍູ ແລະ ດາວລາຫູ.


ສະພາບການຈະດີຂຶ້ນຕ້ອງເຂົ້າປີໜ້າ, ກາງປີດາວຕ່າງໆຈະຈະເຄື່ອນຕາມວົງໂຄຈອນປົກກະຕິ.
ກ່ຽວກັບດວງດາວນີ້ ມີຜົນກະທົບຄົນທີ່ເກີດປີ ມະແມ, ມະໂລງ, ປີຈໍ, ປີ ສະຫຼູ ມີການປະທະກັບດວງສະຕາ.
ຂໍໃຫ້ໃຊ້ວິຈາລະນະຍານເອົາເອງ ໃຫ້ພາກັນທໍາບຸນແຜ່ເມດຕາຕະຫຼອດປີດ້ວຍເທີ້ນ.


ຂໍໃຫ້ທ່ານໂຊກດີ
ສະບາຍດີປີໃໝ່