ບໍລິສັດເບຍລາວ ໄດ້ຈັບສະຫຼາກໂຄງການ LBC Fest 2020 ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ເພື່ອສະເຫຼີມສະຫຼອງ ສປປ ລາວຄົບຮອບ 45ປີ ໂດຍໄດ້ຈັດກິດຈະກໍາມອບໂຊກ ຄັ້ງຍິ່ງໃຫຍ່ ໃນຮອບປີ ລວມມູນຄ່າລາງວັນທັງໝົດຫຼາຍກວ່າ 8 ຕື້ກີບ.
ລາຍລະອຽດຂອງລາງວັນມີຄື:ລາງວັນໃຫຍ່ ລົດ Mercedes Benzລຸ້ນ CLA 200ຈໍານວນ 1ຄັນ, ລາງວັນເງິນສົດ 10ລ້ານກີບ ມີ 200ລາງວັນ, ລາງວັນເງິນສົດ 5ລ້ານກີບ ມີ 600ລາງວັນ. ນອກນັ້ນຍັງມີ ລາງວັນເບຍ ຄາຣສະເບີກກະປ໋ອງ 1ແກັດ ຈໍານວນ 2ພັນລາງວັນ, ເບຍລາວແພັກ 6ຂວກ ຈໍານວນ 6ພັນລາງວັນ.
ກິດຈະກໍາມອບໂຊກ ໄດ້ດໍາເນີນມາທຸກໆ ອາທິດ ເປັນເວລາທັງໝົດ 10 ອາທິດ ເຊິ່ງເລີ່ມມອບໂຊກຄັ້ງທໍາອິດເມື່ອວັນທີ 28 ຕຸລາ 2020ຜ່ານມາ
ພິທີຈັບສະຫລາກຄັ້ງສຸດທ້າຍມີຂຶ້ນວັນທີ 31 ທັນວາ 2020 ທີ່ສໍານັກງານໃຫຍ່ ບໍລິສັດເບຍລາວ ໂດຍການເຂົ້າຮ່ວມຂອງທ່ານ ແອນ ໂທນີ ຄຣາກ ຜູ້ອໍານວຍການ ການເງິນ ບໍລິສັດເບຍລາວ
ການຈັບສະຫລາກຄັ້ງສຸດທ້າຍ ມີລາງວັນເງິນສົດ 5 ລ້ານກີບຈໍານວນ 73ລາງວັນ, ຈັບສະຫລາກມອບເງິນສົດ 10 ລ້ານກີບ 22 ລາງວັນ ແລະ ຈັບສະຫລາກຊອກຜູ້ໂຊກດີລາງວັນທີ 1 ລົດ Mercedes Benzລຸ້ນ CLA 200.
ຜູ້ໂຊກດີລາງວັນທີ 1 ລົດ Mercedes Benzລຸ້ນ CLA 200 ໄດ້ແກ່ທ່ານ ກົງໃຈ ແກ້ວເຮືອງລິດບ້ານວັງຊາຍເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ