ສູນການຄ້າວຽງຈັນເຊັນເຕີຮ່ວມກັບບໍລິສັດ ປານຄໍາ ຈໍາປາ ຈໍາກັດ ,ບໍລິສັດບິກບລູລາວຈໍາກັດ ແລະ ບໍລິສັດວົງພານິດ ຮ່ວມກັນຈັດໂຄງການ Vientiane Center Recycling Box ປ່ຽນ ພລາສຕິກປັນຄວາມຮູ້ໃຫ້ນ້ອງ ຕັ້ງເປົ້າ ຜະລິດປຶ້ມຈາກພລາສຕິກໃຫ້ໄດ້ 1.000ຫົວ.
ພິທີຖະແຫລ່ງຂ່າວເປີດໂຄງການມືຂຶ້ນວັນທີ 28ທັນວາ 2020ທີ່ສູນການຄ້າວຽງຈັນເຊັນເຕີ ເຂົ້າຮ່ວມຂອງທ່ານ ຊຸນ ເຟີຍຫູ ປະທານສູນການຄ້າວຽງຈັນເຊັນເຕີ, ມີຜູ້ອໍານວຍການບໍລິສັດທີ່ຮ່ວມໂຄງການ ພ້ອມດ້ວຍສື່ມວນຊົນທຸກຂະແຫນງການເຂົ້າຮ່ວມ.
ທ່ານ ຊຸນ ເຟີຍຫູ ກ່າວວ່າ: ໂຄງການປ່ຽນພລາສຕິກ ປັນຄວາມຮູ້ໃຫ້ນ້ອງ ແມ່ນການຮັບບໍລິຈາກ ພລາສະຕິກເພື່ອນໍາໄປຫັນເປັນທຶນແລະ ນໍາໄປຜະລິດປຶ້ມອ່ານ ເພື່ອມອບໃຫ້ນ້ອງໆ ໂຮງຮຽນຫ່າງໄກສອກຫລີກ ຕັ້ງເປົ້າໄວ້ຢ່າງຫນ້ອຍ 1.000 ຫົວ; ໂຄງການເປີດຮັບບໍລິຈາກ ພລາສຕິກ ວັນທີ 29ທັນວາ 2020 ຈົນເຖິງວັນທີ 2ທັນວາ 2021 ເຊິ່ງຮັບບໍລິຈາກ 3ປະເພດຄື: ພລາສຕິກໃສ , ພລາສຕິກຂຸ້ນ ແລະ ກະປ໋ອງ ໂດຍມີຈຸດບໍລິຈາກຄື:
- ພາຍໃນສູນການຄ້າວຽງຈັນເຊັນເຕີ; 2. ບໍລິສັດບິກບລູລາວຈໍາກັດ ແລະ ບໍລິສັດວົງພານິດເປັນຜູ້ຮັບຊື້ພລາສຕິກທັງຫມົດ 3. ບໍລິສັດປານຄໍາ ຈໍາປາຈໍາກັດເປັນຜູ້ຮັບຜະລິດປຶ້ມອ່ານ ໂດຍແມ່ນ ພະແນກ ສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ເປັນກຽດຕ່າງຫນ້າຮັບມອບ ໃຫ້ບັນດາໂຮງຮຽນທີ່ຫ່າງໄກສອກຫລີກໃນນະຄອນຫລວງວຽງຈັນ.
ເພື່ອເປັນການສືບສານ ແລະ ປະຕິບັດໂຄງການ ວຽງຈັນສະອາດ ຊ່ວຍຫລຸດຜ່ອນການນໍາໃຊ້ຖົງຢາງພລາສຕິກ ສູນການຄ້າວຽງຈັນເຊັນເຕີ້ ໃນທຸກໆວັນພຸດ ເລີ່ມແຕ່ ວັນທີ 6ມັງກອນ 2021 ຈະມີການປຸກລະດົມໃຫ້ລູກຄ້າ ຖືຖົງຜ້າມາຊອບປີ້ງ ໂດຍລູກຄ້າຈະໄດ້ຄະແນນຄູນສອງ (ສໍາລັບສະມາຊິກບັດ V-Card ສູນການຄ້າວຽງຈັນເຊັນເຕີ)