ອົງການອະນາໄມໂລກ ຫຼື WHO ອອກມາປະກາດໃຫ້ຄົນທົ່ວໂລກໄດ້ຄໍານຶງເຖິງການບໍລິໂພກອາຫານລົດຊາດເຄັມ ອັນເປັນປັດໄຈສ່ຽງຂອງພະຍາດໝາກໄຂ່ຫຼັງ ແຕ່ຫາກເວົ້າກັນແທ້ໆ ອາຫານລົດຊາດເຄັມກໍບໍ່ໄດ້ເປັນປັດໄຈດຽວທີ່ນຳໄປສູ່ພະຍາດໝາກໄຂ່ຫຼັງແຕ່ຢ່າງໃດ ເພາະຍັງມີສາເຫດ ແລະ ຄວາມສ່ຽງອີກຫຼາຍເລື່ອງ. ສະນັ້ນ, ເຮົາຕ້ອງມີ ຄວາມໃສ່ໃຈລະວັງຕໍ່ພະຍາດໝາກໄຂ່ຫຼັງໃຫ້ຫຼາຍກວ່ານີ້.
ສາເຫດພະຍາດໝາກໄຂ່ຫຼັງ ທີ່ບໍ່ໄດ້ມາຈາກການກິນເຄັມ
ການກິນລົດຊາດທີ່ຫວານຫຼາຍ, ມັນຫຼາຍ, ເຜັດຫຼາຍ ແລະ ອື່ນໆ.
ຫາກວ່າທ່ານບໍ່ມັກກິນອາຫານເຄັມຢູ່ແລ້ວ ກໍຢ່າຟ້າວວ່າຈະພົ້ນຈາກຄວາມສ່ຽງພະຍາດໝາກໄຂ່ຫຼັງ ເພາະຖ້າບັງເອີນທ່ານເປັນຜູ້ທີ່ມັກ ແລະ ຮັກໃນການກິນມັນ ແລະ ຫວານຫຼາຍເກີນໄປ ຄວາມສ່ຽງທີ່ເວົ້າມາກໍບໍ່ຕ່າງຈາກການກິນເຄັມ.
ດື່ມນ້ຳໜ້ອຍ
ນອກຈາກພຶດຕິກຳການກິນອາຫານແລ້ວ ການດື່ມນ້ຳໜ້ອຍກໍເປັນສາເຫດທີ່ເພີ່ມ ຄວາມສ່ຽງໃນການເປັນພະຍາດໝາກໄຂ່ຫຼັງໄດ້ເຊັ່ນກັນ.
ບໍ່ອອກກຳລັງກາຍ
ງານວິໄຈພົບວ່າຜູ້ທີ່ຂາດການອອກກຳລັງກາຍຢ່າງສະໝ່ຳສະເໝີ ມີຄວາມສ່ຽງເປັນພະຍາດໝາກໄຂ່ຫຼັງຫຼາຍກວ່າຄົນທົ່ວໄປ ເຖິງ 2 ເທົ່າ.
ສັນຍານອັນຕະລາຍພະຍາດໝາກໄຂ່ຫຼັງ
ອາການຜິດປົກກະຕິທີ່ອາດຈະເກີດຂຶ້ນກ່ອນເປັນອັນດັບທຳອິດ ສຳລັບຄົນເຈັບເປັນພະຍາດໝາກໄຂ່ຫຼັງ ຄື ມີອາການບວມ ໂດຍສະເພາະຢູ່ເປືອກຕາ, ໃບໜ້າ ຫຼື ບາງຄົນເປັນຢູ່ໜ້າແຄ່ງ.
ປັດສະວະຜິດປົກກະຕິ ເຊັ່ນ: ມີເລືອດເຈືອປົນ ຫຼື ມີລັກສະນະເປັນຟອງລະອຽດ ທັງຍັງສົ່ງຜົນໃຫ້ປະລິມານປັດສະວະມີ ຄວາມຜິດປົກກະ ຕິ, ປະລິມານປັດສະວະຫຼຸດລົງທັງທີ່ດື່ມນ້ຳເທົ່າເດີມ ຫຼື ປັດສະວະຫຼາຍຂຶ້ນໃນເວລາກາງຄືນ.
ອັນຕະລາຍຂອງພະຍາດໝາກໄຂ່ຫຼັງ
ສຳລັບພະຍາດອື່ນໆເມື່ອເຮົາພົບອາການຜິດປົກກະຕິໄວ ເຮົາກໍມັກຈະໄດ້ຮັບການປິ່ນປົວທີ່ດີ ແຕ່ໂຊກຮ້າຍທີ່ພາວະຂອງພະຍາດໝາກໄຂ່ຫຼັງບໍ່ໄດ້ເປັນແບບນັ້ນ ເພາະທັນທີທີ່ເຮົາສັງເກດເຫັນອາການຜິດປົກກະຕິທີ່ວ່ານັ້ນ ໝາຍເຖິງເຮົາກຳລັງເຈັບເປັນພະຍາດໝາກໄຂ່ຫຼັງໃນໄລຍະທີ່ອັນຕະລາຍ ຫຼື ໂຫດຮ້າຍທີ່ສຸດ ກໍຄືເປັນໄລຍະທີ 5 ທີ່ຈະເຮັດໃຫ້ເກີດມີອາການໝາກໄຂ່ຫຼັງວາຍໄລຍະສຸດທ້າຍ.
ວິທີປິ່ນປົວພະຍາດໝາກໄຂ່ຫຼັງ
ໂດຍປົກກະຕິການປິ່ນປົວພະຍາດໝາກໄຂ່ຫຼັງ ຈະຂຶ້ນຢູ່ກັບໄລຍະຂອງພະຍາດທີ່ຄົນເຈັບເປັນ ໃນໄລຍະທີ 1 – 4 ແພດຈະເຮັດການຢັບຢັ້ງຄວາມເສື່ອມຂອງໝາກໄຂ່ຫຼັງໃຫ້ຊ້າທີ່ສຸດ ດ້ວຍການປິ່ນປົວພະຍາດຕັ້ງຕົ້ນທີ່ກໍ່ໃຫ້ເກີດພະຍາດໝາກໄຂ່ຫຼັງ ເຊັ່ນ:
ຄວບຄຸມເບົາຫວານໃຫ້ດີ
ຄວບຄຸມຄວາມດັນໃຫ້ຢູ່ໃນລະດັບປົກກະຕິ
ງົດເວັ້ນການສູບຢາ
ຫຼຸດນ້ຳໜັກລົງ
ຄວບຄຸມອາຫານບໍ່ໃຫ້ມີລົດຊາດຈັດເກີນໄປ