ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຊຽງຂວາງ ຄັ້ງທີ 2 ສະໄໝທີ VIII ໄດ້ໄຂຂຶ້ນໃນວັນທີ 21 ທັນວາ 2020 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ສີວົງພັນ ເລຂາຄະນະບໍລິຫານງານພັກແຂວງ, ມີຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວໄດ້ຜ່ານມະຕິຕົກລົງສະບັບເລກທີ 242/ຄລສພ ລົງວັນທີ 23 ພະຈິກ 2020 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຮັບຮອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ແຜນດຳເນີນງານຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ VIII ແຕ່ປີ 2021 – 2025, ຂໍ້ກຳນົດກ່ຽວກັບແບບແຜນວິທີເຮັດວຽກຂອງຄະນະປະຈຳພັກແຂວງ ສະໄໝທີ VIII, ຂໍ້ກຳນົດກ່ຽວກັບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ຮ່າງຄຳແນະນຳກ່ຽວກັບການເພີ່ມທະວີປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ຄຳແນະນຳວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງ.
ຜ່ານມະຕິຕົກລົງ ວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກແຂວງ ຊຸດທີ VIII ຈຳນວນ 31 ສະຫາຍ, ຄົ້ນຄວ້າປຶກສາຫາລືຕໍ່ແຜນພັດທະນາເສດ ຖະກິດ – ສັງຄົມ 5 ປີ ຄັ້ງທີ 9 ຂອງແຂວງຊຽງຂວາງ ປະຈຳປີ 2020 ແລະ ທິດທາງແຜນປີ 2021 ທີ່ຈະນຳໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາປະຊາຊົນແຂວງ ຊຸດທີ I ຄາດໝາຍປີ 2021 ຈະສູ້ຊົນໃຫ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 6,24% ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 3.899,01 ຕື້ກີບ. ໃນນັ້ນ, ຂົງເຂດກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 3,88% ກວມ 35,42% ຂົງເຂດອຸດສາຫະກຳ – ກໍ່ສ້າງຂະຫຍາຍຕົວໃນລະດັບ 7,20% ກວມ 33,89% ຂົງເຂດການບໍລິການຂະຫຍາຍຕົວໃນລະດັບ 8% ກວມ 30,69%, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.596 ໂດລາສະຫະລັດຕໍ່ຄົນຕໍ່ປີ.
[ ຂ່າວ: ບຸນມີ ແສງທຸມມີ ]