ໄລຍະນີ້ກໍເຂົ້າລະດູໜາວແລ້ວ ຜູ້ຂຽນເລີຍຈະຫາລາຍການອາຫານທີ່ກິນແລ້ວເຮັດໃຫ້ຮ່າງກາຍອົບອຸ່ນມາຝາກທ່ານຜູ້ອ່ານໄດ້ນຳເອົາໄປປຸງແຕ່ງກິນໃນໄລຍະອາກາດເຢັນໆແບບນີ້ ຮັບຮອງວ່າເມນູນີ້ຕ້ອງຖືກໃຈທ່ານແນ່ນອນ.
ລາຍການອາຫານນີ້ກໍຄື ຂົ້ວໄກ່ສະໝຸນໄພ ບອກໄດ້ເລີຍວ່າ ແຊບ ຫອມ ເຮັດງ່າຍ ກິນແລ້ວຕ້ອງຢາກກິນອີກ, ມາເບິ່ງສ່ວນປະກອບ ແລະ ວິທີປຸງແຕ່ງໄດ້ເລີຍ.
ວັດຖຸດິບ ແລະ ສ່ວນປະກອບ:
ໄກ່ ( ສ່ວນໃດກໍໄດ້ຕາມໃຈມັກ ) 3 ຂີດ
ຫອມບົ່ວແດງ 3 ຫົວ
ຂ່າ 5 ປ່ຽງ ຊອຍເປັນເສັ້ນນ້ອຍ
ໝາກເຜັດແຫ້ງ 8 ໜ່ວຍ
ເຜັດດິບ 2 ໜ່ວຍ
ຫົວສີໃຄ 3 ກ້ານ ເອົາແຕ່ກ້ານອ່ອນທາງໃນ ແລ້ວຊອຍບາງໆ
ກະທຽມສົດ 4 ກີບ ຊອຍບາງ
ໃບຂີ້ຫູດ 4 ໃບ
ເກືອ 1/2 ບ່ວງແກງ
ນ້ຳຕານ 1/2 ບ່ວງແກງ
ນ້ຳປາ 1 ບ່ວງແກງ
ນ້ຳມັນຫອຍ 1 ບ່ວງແກງ
ນ້ຳມັນພືດ 1 ບ່ວງແກງ
ນ້ຳ 1 ຖ້ວຍນ້ອຍ
ວິທີປຸງແຕ່ງ:
1 ຕຳຫອມບົ່ວແດງ, ກະທຽມ, ຂ່າ, ຫົວສີໃຄ, ໝາກເຜັດ ໃຫ້ແຫຼກ ແລ້ວນຳໄປຄົນໃສ່ປີກໄກ່ໃນຊາມ ເອົາໃບຂີ້ຫູດໃສ່ ແລະ ໃສ່ຫົວສີໃຄຊອຍເພີ່ມ.
2 ປຸງລົດດ້ວຍເກືອ, ນ້ຳຕານ, ນ້ຳປາ, ນ້ຳມັນຫອຍ ຄົນໃຫ້ເຂົ້າກັນ.
3 ຄ້າງໝໍ້ກະທະໃສ່ນ້ຳມັນ ແລະ ໃສ່ກະທຽມ ຂົ້ວໃຫ້ຫອມແລ້ວເອົາໄກ່ລົງ. ຂົ້ວໃຫ້ເຂົ້າກັນດີ ໃສ່ຫົວສີໃຄຕັດ ເພີ່ມອີກ 5 ກ້ານ ແລ້ວຂົ້ວໃຫ້ໄກ່ ແລະ ເຄື່ອງຕຳມີກິ່ນຫອມ ຈຶ່ງຖອກນ້ຳໃສ່.
4 ປິດຝາໄວ້ ເຮັດໄຟກາງ ປະມານ 10 ນາທີ ຫຼື ຈົນກວ່າໄກ່ຈະສຸກ ( ຖ້ານ້ຳມັນແຫ້ງໃຫ້ຕື່ມໃສ່ອີກໜ້ອຍໜຶ່ງໄດ້ ).
5 ຊີມລົດຊາດໃຫ້ພໍດີ ແລ້ວຕັກເສີບ ພ້ອມເສີບໄດ້.