ເປັນເຄື່ອງດື່ມທີ່ເຮັດໄດ້ງ່າຍໆ ດື່ມແຊບ ຫອມມັນ ໄດ້ປະໂຫຍດຈາກທັງຕ່ອນ ແລະ ນ້ຳໝາກພ້າວ ເຊິ່ງ ຄວາມຈິງເມນູນີ້ກໍຄ້າຍໆກັບນ້ຳໝາກພ້າວປັ່ນ ພຽງແຕ່ໃສ່ນ້ຳກ້ອນໃຫ້ໜ້ອຍລົງ ເພີ່ມສ່ວນຂອງຕ່ອນໝາກພ້າວອ່ອນລົງໄປຫຼຸດການຕື່ມນ້ຳເຊື່ອມ ແລະ ນົມຂຸ້ນຈືດ ປ່ຽນມາໃຊ້ເປັນນ້ຳຕານຊາຍແດງ ແລະ ນົມມັນເນີຍແທນ ສຳລັບຄົນທີ່ຖືສິນກິນເຈກໍສາມາດຕັດນົມມັນເນີຍອອກໄດ້.
ສ່ວນປະກອບສຳລັບ 2 ຈອກ:
ໝາກພ້າວອ່ອນທັງສ່ວນຂອງນ້ຳ ແລະ ຕ່ອນ 1 ໜ່ວຍ
ນົມມັນເນີຍ 100 ມິນລີລິດ
ເກືອ 1/4 ບ່ວງກາເຟ
ນ້ຳຕານຊາຍແດງ 1 ຊອງ
ນ້ຳກ້ອນ 1 ຈອກ
ວິທີປຸງແຕ່ງ:
ນຳສ່ວນປະກອບທັງໝົດໃສ່ລົງໃນໂຖປັ່ນ ຕາມດ້ວຍນ້ຳກ້ອນປັ່ນທີ່ຄວາມໄວສູງສຸດ ເປັນເວລາ 1 ນາທີ ເມື່ອລະອຽດເຂົ້າກັນດີກໍປິດເຄື່ອງ ແລ້ວແບ່ງເສີບໄດ້ເລີຍ.