ມື້ນີ້ຜູ້ຂຽນໄດ້ນຳເອົາສູດຂອງຫວານມາຝາກມາຕ້ອນທຸກທ່ານ ຂອງຫວານທີ່ມັນແໜ້ນ ມີສີຂຽວງາມ ແລະ ແຊບ ນັ້ນກໍຄືເຂົ້າປາດທີ່ເຮັດມາຈາກແປ້ງສິງກະໂປ ແລະ ແປ້ງເຂົ້າຈ້າວ. ລູກຫຼານທີ່ຢູ່ເຮືອນທ່ານຕ້ອງມັກກິນ ແລະ ມັກຫຼິ້ນໄປນຳແນ່ນອນ ເພາະມັນເປັນໜຽວໆຢືດໆ. ເຂົ້າປາດມີກິ່ນຫອມຈາກໃບເຕີຍ ແລະ ມີຄວາມຫອມຂອງໝາກພ້າວຂູດ ເຮັດໃຫ້ເຂົ້າກັນດີ. ຕອນເຮັດນີ້ຕ້ອງໃຈເຢັນໆ ເພາະວ່າມັນຕ້ອງໃຊ້ເວລາກວ່າມັນຈະເຢັນ ແຕ່ຮັບປະກັນວ່າສົມກັບການລໍຄອຍແນ່ນອນ.
ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດເຂົ້າປາດໄປພ້ອມກັນເລີຍ.
ສ່ວນປະສົມ
ແປ້ງເຂົ້າຈ້າວ 1/2 ຖ້ວຍ
ແປ້ງສິງກະໂປ 1/4 ຖ້ວຍ
ເກືອ 1/2 ບ່ວງກາເຟ
ກະທິໝາກພ້າວ 1 ປ໋ອງ
ນ້ຳໃບເຕີຍ 2 ຖ້ວຍ
ກິ່ນໃບເຕີຍ 1 ບ່ວງກາເຟ
ນ້ຳຕານ 1 ຖ້ວຍ
ໝາກພ້າວຂູດ 1 ຖ້ວຍ
ວິທີເຮັດ
1 ຂູດໝາກພ້າວຫ້າວ ຫຼື ພ້າວອ່ອນ ( ເລືອກຕາມໃຈມັກ ) ເອົາແຕ່ເນື້ອມັນ.
2 ເຮັດນ້ຳໃບເຕີຍ ໂດຍການປັ່ນໃບເຕີຍໃສ່ນ້ຳແລ້ວໄປຕອງເອົາແຕ່ນ້ຳ.
3 ເອົາຊາມມາປະສົມແປ້ງເຂົ້າຈ້າວ, ແປ້ງສິງກະໂປ ແລະ ເກືອ, ຈາກນັ້ນຄົນໃຫ້ເຂົ້າກັນດີ.
4 ເອົາຊາມອີກອັນໜຶ່ງມາໃສ່ກະທິໝາກພ້າວ, ນ້ຳໃບເຕີຍ, ກິ່ນໃບເຕີຍ ( ສຳເລັດຮູບ ) ແລະ ນ້ຳຕານ ຄົນໃຫ້ເຂົ້າກັນ.
5 ໃສ່ນ້ຳກະທິທີ່ປະສົມນ້ຳໃບເຕີຍນັ້ນລົງໃສ່ຊາມແປ້ງ ແລ້ວຄົນເຂົ້າກັນ.
6 ນຳໄປຕົ້ມໃສ່ໝໍ້ ທຳອິດເຮັດໄຟແຮງຈົນແປ້ງມັນເລີ່ມຂຸ້ນ ແລ້ວໃຫ້ຫຼຸດໄຟອ່ອນ ຕົ້ມຕໍ່ປະມານ 8 – 10 ນາທີ, ສັງເກດມັນຈະແຂ້ນ ແລະ ເປັນເນື້ອມັນໆຖືວ່າສຸກ.
7 ທານ້ຳມັນໃສ່ຖາດ ແລ້ວຖອກນ້ຳເຂົ້າປາດທີ່ຕົ້ມນັ້ນລົງ ປະໃຫ້ເຢັນ 1 ຊົ່ວໂມງ, ຈາກນັ້ນໄປໃສ່ຕູ້ເຢັນຕໍ່ອີກ 2 ຊົ່ວໂມງ ຈົນມັນແໜ້ນດີ.
8 ນຳມາຕັດເປັນຕ່ອນ ແລ້ວໂຮຍໝາກພ້າວຂູດໃສ່ ພ້ອມຮັບປະທານໄດ້.